ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ
ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ຫວໜາຄະນະພວພນຕາງປະເທດສນກາງພກ ຕອນຮບທານທດຕວກກ - image 1
 

ໃນໂອກາດນີ້, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານທູດທີ່ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປ ລາວ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ຕະຫຼອດໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ໂດຍຜ່ານ ທ່ານທູດໄປຍັງລັດຖະບານຕັວກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂົງເຂດວຽກງານຕ່າງໆ ໂດຍສະເພາະແມ່ນດ້ານການສຶກສາ, ການເສີມສ້າງຂີດຄວາມອາດສາມາດໃຫ້ແກ່ພະນັກງານ-ລັດຖະກອນຂອງລາວ ເພື່ອປະກອບສ່ວນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ໃນປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ. ສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ກ່ຽວກັບການເສີມຂະຫຍາຍດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາ-ຫາສູ່ຊຶ່ງກັນ ແລະ ກັນ ຂອງປະຊາຊົນທັງສອງຊາດ, ໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີຫຼາຍຝ່າຍ. ພ້ອມດຽວກັນນີ້, ທ່ານ ບຸນເຫຼືອ ພັນດານຸວົງ ຍັງໄດ້ສະເໜີໃຫ້ທ່ານທູດຊ່ວຍຊຸກຍູ້ໃນການດຶງດູດນັກລົງທຶນຈາກ ຕວັກກີ ມາດຳເນີນທຸລະກິດຢູ່ລາວໃຫ້ຫຼາຍຂຶ້ນ.

ທ່ານ ນາງ ໂອຢ່າ ຢ່າຊາຣ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຕະຫຼອດໄລຍະ 50 ປີ ທີ່ຜ່ານມາ, ພ້ອມທັງຊົມເຊີຍ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກສະໄໝທີ XII. ພ້ອມດຽວກັນນັ້ນ, ທ່ານທູດ ໄດ້ຢືນຢັນວ່າ ຈະຕັ້ງໜ້າເຄື່ອນໄຫວພົວພັນຮ່ວມມືກັບພາກສ່ວນຕ່າງໆຂອງຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນ ລະຫວ່າງ ສປປ ລາວ ແລະ ສ ຕວັກກີ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດກັບຂະແໜງການຕ່າງໆຂອງຝ່າຍລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

ໃນຕອນທ້າຍ, ທ່ານບຸນເຫຼືອ ພັນດານຸວົງ ໄດ້ອວຍພອນໃຫ້ທ່ານ ນາງ ໂອຢ່າ ຢ່າຊາຣ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ ຢູ່ ສປປ ລາວ.

ສປປ ລາວ ແລະ ສ ຕວັກກີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ນັບຕັ້ງແຕ່ ວັນທີ 26 ມິຖຸນາ 1958.

ຂ່າວ: ຄຕພ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ 19 -25ມັງກອນ

ໃນຕອນເຊົ້າທີ 16 ມັງກອນ ນີ້, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ,ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN)ອຸປະທູດຊົ່ວຄາວຫວຽດນາມປະຈໍາລາວ, ສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.
ເພີ່ມເຕີມ