ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ

ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ

ຫວນ​ຄືນ​ມູນ​ເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40 ປີ
ພິທີຫວນຄືນມູນເຊື້ອວັນສ້າງຕັ້ງວາລະສານອະລຸນໃໝ່ຄົບຮອບ40ປີ(22/3/1985-22/3/2025)ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໝູນແກ້ວ ອໍລະບູນອະດີດ

ກຳມະການສູນກາງພັກອະດີດຫົວໜ້າບັນນາທິການວາລະສານອະລຸນໃໝ່ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ອະດີດເຈົ້າແຂວງວຽງຈັນ; ສະຫາຍ ສາຄອນພົມມະລາດ ກຳມະການຄະນະພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ມີບັນດາອະດີດຮອງຫົວໜ້າຄອສພ; ຫົວໜ້າ, ຮອງຫົວໜ້າ, ຄະນະບັນນາທິການ, ພະນັກງານອາວຸໂສ-ບໍານານ ວາລະສານອະລຸນໃໝ່ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດພິທີດັ່ງກ່າວໂດຍມີຈຸດປະສົງເພື່ອຫວນຄືນມູນເຊື້ອອັນດີງາມ ແລະ ເປັນການສືບທອດ, ເສີມຂະຫຍາຍມູນເຊື້ອຂອງໜັງສືພິມ“ແສງສະຫວ່າງ”ຂອງພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ຊຶ່ງເປັນຕົ້ນກຳເນີດຂອງວາລະສານອະລຸນໃໝ່,ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ກຳໄດ້ຢ່າງເລິກເຊິ່ງເຖິງຄວາມສຳຄັນຈຳເປັນ, ບົດບາດທີ່ຕັ້ງຂອງວາລະສານອະລຸນໃໝ່ ໃນຖານະເປັນອົງການທິດສະດີແລະ ພຶດຕິກຳຂອງພັກ,ເພື່ອປຸກລະດົມການຮ່ວມມື, ເຕົ້າໂຮມສະຕິປັນຍາ, ຄຳຄິດຄຳເຫັນຈາກບັນດາທ່ານເພື່ອປັບປຸງ-ພັດທະນາວາລະສານອະລຸນໃໝ່ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃຫ້ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ,ເພື່ອລະນຶກເຖິງຜົນງານ, ຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນຳ, ພະນັກງານຫຼັກແຫຼ່ງຮຸ່ນກ່ອນຂອງວາລະສານ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນບັ້ນສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ຊຶ່ງເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດແລະ ທົ່ວປວງຊົນລາວທັງຊາດ ໂດຍສະເພາະຕໍ່ກັບວາລະສານອະລຸນໃໝ່ ໃນຖານະວາລະສານທິດສະດີ ແລະພຶດຕິກຳຂອງພັກປະຊາຊົນປະຕິວັດລາວ; ທັງເປັນການປະກອບສ່ວນເຂົ້າໃນການກະກຽມ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ,ສະຫາຍ ໝູນແກ້ວ ອໍລະບູນໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ,ຕົ້ນກຳເນີດ, ຄວາມສຳຄັນ,ຄວາມຈຳເປັນ,ທີ່ຕັ້ງ,ບົດບາດຂອງວາລະສານອະລຸນໃໝ່ໃນຖານະອົງການທິດສະດີ ແລະ ພຶດຕິກຳຂອງສູນກາງພັກ,ເຮັດໜ້າທີ່ຕົ້ນຕໍໃນການຄົ້ນຄວ້າ-ໂຄສະນາເຜີຍແຜ່ທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ-ລັດ; ຊີ້ແຈງອະທິບາຍ, ຕອບແກ້-ແນະນຳບັນຫາທີ່ສັງຄົມໃຫ້ຄວາມສົນໃຈຕໍ່ສະຖານະການ, ເຫດການຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງແກ່ມະຫາຊົນ; ໃນພິທີດັ່ງກ່າວຍັງໄດ້ຮັບຟັງການປະກອບຄຳເຫັນໃນການເຄື່ອນໄຫວວຽກງານວາລະສານໃນຍຸກຂໍ້ມູນຂ່າວສານແລະ ການສື່ສານທີ່ທັນສະໄໝ ຫຼື ໃນຍຸກດີຈີຕອນ ຊຶ່ງບັນດາຄຳເຫັນດັ່ງກ່າວລ້ວນແຕ່ມີຄວາມສໍາຄັນ, ທັງເປັນບົດຮຽນ, ເປັນບັນຫາທີ່ວາລະສານອະລຸນໃໝ່ ກໍຄືພະນັກງານວາລະສານອະລຸນໃໝ່ທຸກຄົນຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເພື່ອເປັນທິດທາງໃນການປັບປຸງ-ພັດທະນາວາລະສານ ນັບທັງດ້ານເນື້ອໃນ ແລະຮູບການໃຫ້ກ້າວສູ່ຄຸນນະພາບໃໝ່, ທັນຍຸກທັນສະໄໝ, ສາມາດປະຕິບັດບົດບາດເປັນອົງການທິດສະດີແລະ ພຶດຕິກຳຂອງພັກໄດ້ຢ່າງໜັກແໜ້ນ ເຂັ້ມແຂງ ແລະ ແຂງແຮງ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ