ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024

ຫສປທມອບໃບຢັ້ງຍືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນປະຈຳປີ 2024
ຫ້ອງວ່າການສຳນັກງານປະທານປະເທດ(ຫສປທ)ໄດ້ມອບໃບຢັ້ງຍືນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈຳປີ2024ໃຫ້5ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຫສປທໃນວັນທີ30ພຶດສະພານີ້ທີ່ຫ້ອງປະຊຸມຫສປທ,ໂດຍການເປັນປະທານຂອງສະຫາຍນາງເຂັມມະນີພົນເສນາກຳມະການສູນກາງພັກເລຂາຄະນະພັກຫົວໜ້າ ຫສປທ; ມີເລຂາ-ຮອງເລຂາບັນດາໜ່ວຍພັກ, ພະນັກງານບໍານານ,ສະມາຊິກພັກ-ພະນັກງານພາຍໃນ ຫສປທ ເຂົ້າຮ່ວມ.

 

ສະຫາຍນາງອຳມາລີຈັນທະພອນຄະນະພັກເລຂາໜ່ວຍພັກຫົວໜ້າກົມພົວພັນຕ່າງປະເທດໄດ້ສະຫຼຸບຕີລາຄາການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ2024ແລະການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ2025ວ່າ:5ໜ່ວຍພັກທີ່ຢັ້ງຍືນເປັນໜ່ວຍພັກ,ປອດໃສ,ເຂັ້ມແຂງ, ໜັກແໜ້ນປະຈໍາປີ2024ປະກອບມີໜ່ວຍພັກກົມບໍລິຫານແລະການເງິນ,ໜ່ວຍພັກກົມຄົ້ນຄວ້າສັງລວມ,ໜ່ວຍພັກກົມພົວພັນຕ່າງປະເທດ,ໜ່ວຍພັກກົມກົດໝາຍແລະໜ່ວຍພັກກົມຈັດຕັ້ງແລະກວດກາຊຶ່ງແຕ່ລະໜ່ວຍພັກມີພາລະບົດບາດໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງບັນດາກົມແລະອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ,ເປັນເສນາທິການໃຫ້ຄະນະພັກຄະນະນໍາຫສປທຕາມພາລະບົດບາດ,ສິດແລະໜ້າທີ່ໄດ້ຮັບມອບໝາຍ, ບັນດາໜ່ວຍພັກໄດ້ເອົາໃຈໃສ່ນໍາພາທາງດ້ານການເມືອງໂດຍຊຸກຍູ້,ປຸກລະດົມສະມາຊິກພັກ,ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານແນວທາງນະໂຍບາຍຂອງພັກ,ກົດລະບຽບພັກ,ກົດໝາຍຂອງລັດ,ມະຕິ,ຄໍາສັ່ງ,ຄໍາແນະນໍາ,ມູນເຊື້ອວັນສໍາຄັນຕ່າງໆຂອງຊາດແລະຂອງສາກົນທີ່ຄະນະພັກຄະນະນໍາຫສປທຈັດຂຶ້ນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ,5ໜ່ວຍພັກປະກອບມີສະມາຊິກພັກທັງໝົດ83 ສະຫາຍຍິງ 35 ສະຫາຍ.

ໃນພິທີ, ຍັງໄດ້ມີການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕວັດລາວ(22ມີນາ1955-22ມີນາ2025)ໃຫ້ຜູ້ທີ່ມີຜົນງານ,ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໃນໄລຍະທີ່ຜ່ານມາ ໂດຍໃຫ້ພະນັກງານ ປະຈຳການ ຈຳນວນ 10 ສະຫາຍ ແລະ ໃຫ້ພະນັກງານບຳນານ 9 ສະຫາຍ; ພ້ອມນີ້, ກໍຍັງໄດ້ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ ຈຳນວນ 20 ສະຫາຍຍິງ 7 ສະຫາຍ.

ໃນຕອນທ້າຍ,ສະຫາຍອິນທະປັນຍາຂຽວວົງພະຈັນຮອງເລຂາຄະນະພັກຮອງຫົວໜ້າ ຫສປທ ຍັງໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ. ຈາກນັ້ນ,ສະຫາຍນາງເຂັມມະນີພົນເສນາກໍໄດ້ໃຫ້ກຽດໂອ້ລົມເພື່ອເປັນການຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ2025ໃຫ້ບັນລຸຕາມຕາມແຜນທີ່ໄດ້ນົດໄວ້.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ