ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ອາ​ຊຽນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ສ້າງ​ອະ​ນາ​ຄົດ

ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ອາ​ຊຽນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ສ້າງ​ອະ​ນາ​ຄົດ

ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ອາ​ຊຽນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ສ້າງ​ອະ​ນາ​ຄົດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 9 ມິ​ຖຸ​ນາ ຜ່ານມາ, ໃນ​ພິທີ​ເປີດ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ASEAN Future Forum - AFF 2026) ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ລວມ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.

ກ່າວຄຳເຫັນໃນພິທີເປີດ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ: ອາຊຽນ ພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີຄວາມໝາຍ ເປັນບາດລ້ຽວໃນວິວັດການພັດທະນາ, ເມື່ອບັນດາຫຼັກການພື້ນຖານຂອງເສດຖະກິດ, ເຕັກໂນໂລຊີ ແລະ ສິດອຳນາດທົ່ວໂລກພວມໄດ້ຮັບການກຳນົດຄືນໃໝ່. ທ່ານນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ໃນຊຸມທົດສະວັດຈະມາເຖິງ ຈະແມ່ນວິວັດການສ້າງອະນາຄົດ ອາຊຽນ ໃນສະພາບການໂລກມີການປ່ຽນແປງຢ່າງເລິກເຊິ່ງ.

ເພື່ອປະຕິບັດຄວາມມຸ່ງຫວັງນັ້ນໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ: ອາຊຽນຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເອກະພາບໃນຄວາມຫຼາຍຮູບ ຫຼາຍແບບ ແລະ ບັນດາຄຸນຄ່າສ້າງຜົນສຳເລັດຂອງຕົນ ດ້ວຍວິທີການເຂົ້າເຖິງທີ່ມີຫົວຄິດປະດິດສ້າງກວ່າເກົ່າ, ເຫັນດີເຫັນພ້ອມກ່ຽວກັບບັນດາຄຸນຄ່າ ແຕ່ມີຄວາມຂະຫຍັນຂັບເຄື່ອນໃນການກະທຳ, ຢຶດໝັ້ນຕໍ່ຫຼັກການ ແຕ່ປ່ຽນແປງໃໝ່ວິທີການເຮັດ, ຮັກສາສີສັນຢ່າງໝັ້ນຄົງ ແຕ່ມີຄວາມເປັນເຈົ້າການສ້າງກາລະໂອກາດຕໍ່ການປ່ຽນແປງຂອງຍຸກສະໄໝ ໃໝ່.

ບົນເສັ້ນທາງແຫ່ງການຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີ ອາຊຽນ ຕ້ອງກ້າວໄປສູ່ 3 ຍຸດທະສາດ ຄື: ໜຶ່ງ, ອາຊຽນ ບໍ່ພຽງແຕ່ເຂົ້າຮ່ວມບັນດາທ່າອ່ຽງທົ່ວໂລກເທົ່ານັ້ນ ຫາກຍັງປະກອບສ່ວນກຳນົດທິດບັນດາທ່າອ່ຽງນັ້ນ. ສອງ, ອາຊຽນ ບໍ່ພຽງແຕ່ແມ່ນສູນການຜະລິດເທົ່ານັ້ນ ແຕ່ຕ້ອງກາຍເປັນສູນນະວັດຕະກຳອີກດ້ວຍ. ທ່ານໃຫ້ຮູ້ວ່າ: ອາຊຽນ ບໍ່ພຽງແຕ່ແມ່ນບ່ອນຊົມໃຊ້ເຕັກໂນໂລຊີເທົ່ານັ້ນ ຫາກຍັງຕ້ອງກາຍເປັນບ່ອນສ້າງເຕັກໂນໂລຊີອີກດ້ວຍ, ບໍ່ພຽງແຕ່ແມ່ນບ່ອນບັນດາລະບົບສະໜອງເດີນຜ່ານ ຫາກຍັງຕ້ອງກາຍເປັນບ່ອນສ້າງບັນດາລະບົບສະໜອງ. ເພາະສະນັ້ນ, ອາຊຽນຕ້ອງລົງທຶນຢ່າງແຮງກວ່າເກົ່າໃຫ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດດີຈີຕອນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກ້າວໄປເຖິງການສ້າງລະບົບນິເວດເຕັກໂນໂລຊີ ແລະ ຫັນເປັນດີຈີຕອນທີ່ມີສີສັນອາຊຽນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງບັນດາມາດຖານລວມຂອງໂລກ. ສາມ, ອາຊຽນບໍ່ພຽງແຕ່ແມ່ນປະຊາຄົມຂອງບັນດາປະເທດເທົ່ານັ້ນຫາກຍັງຕ້ອງເປັນປະຊາຄົມຂອງປະຊາຊົນຢ່າງແທ້ຈິງອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ ຈີນ, ໂດຍ​ມີ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 3,400 ແຫ່ງ​ຈາກ 70 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຕີ​ມໍ​ແລັ​ສ​ເຕ ​ໄດ້​ເຂົ້າ​ຮ່ວມ​ງານ​​ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ເປັນ​ຜູ້​ຮ່ວມ​ຈັດ​ງານ, ນີ້​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ 11 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ໜານ​ໜິງ​ຫຼັງ​ຈາກ​ອາ​ຊຽນ​ໄດ້​ເພີ່ມ​ປະ​ເທດ​ຕີ​ມໍ​ແລັ​ສ​ເຕ​ເຂົ້າ​ເປັນ​ສະ​ມາ​ຊິກ.
ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ເປີດຂຶ້ນທີ່​ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ.
ເພີ່ມເຕີມ