ຫວຽດນາມ ຈັດກອງ​ປະ​ຊຸ​ມ​​ເຊື່ອມ​ຊຶມ​ມະ​ຕິ​ຂອງ​ກົມ​ການ​ເມືອງ

ຫວຽດນາມ ຈັດກອງ​ປະ​ຊຸ​ມ​​ເຊື່ອມ​ຊຶມ​ມະ​ຕິ​ຂອງ​ກົມ​ການ​ເມືອງ

ຫວຽດນາມ ຈັດກອງ​ປະ​ຊຸ​ມ​​ເຊື່ອມ​ຊຶມ​ມະ​ຕິ​ຂອງ​ກົມ​ການ​ເມືອງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 16 ກັນຍາ ຜ່ານມາ, ກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິສຳຄັນ 4 ສະບັບຂອງກົມການເມືອງ. ໂດຍການເຂົ້າຮ່ວມຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ. ໂດຍມີຜູ້ແທນໃນທົ່ວປະເທດ 1.2 ລ້ານກວ່າຄົນ ເຂົ້າຮ່ວມແບບທາງໄກ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊື່ອມຊຶມຫົວຂໍ້ທຳອິດກ່ຽວກັບເນື້ອໃນຈຸດສຸມ, ແກ່ນສານຂອງມະຕິສະບັບເລກທີ 71 ຂອງກົມການເມືອງ ວ່າດ້ວຍການບຸກທະລຸໃນການພັດທະນາການສຶກສາ, ບຳລຸງສ້າງ ແລະ ໂຄງການຈັດຕັ້ງປະຕິບັດມະຕິ. ທ່ານກ່າວວ່າ: ພວກເຮົາຕ້ອງບຳລຸງສ້າງພົນລະເມືອງທົ່ວໂລກ ບໍ່ພຽງແຕ່ຮູ້ພາສາຫວຽດນາມ ເທົ່ານັ້ນ ຫາກຍັງຕ້ອງຮູ້ພາສາທີ່ໄດ້ນຳໃຊ້ທົ່ວໄປຈຳນວນໜຶ່ງຄື: ອັງກິດ ແລະ ພາສາອື່ນໆ. ນອກຈາກນັ້ນແລ້ວ, ຕ້ອງຍົກປັນຍາປະດິດເຂົ້າໃນການສຶກສາຂັ້ນມັດທະນົມ. ພວກເຮົາພວມຄົ້ນຄວ້າ ແລະ ຊີ້ນຳ-ນຳປັນຍາປະດິດເຂົ້າຫຼັກສູດຂອງ ປ.1 ດ້ວຍຈິດໃຈແມ່ນ “ທັງຮຽນທັງຫຼິ້ນ”; ຕ້ອງຂຸດຄົ້ນການບັນເທີງ, ແຕ່ເພີ່ມທະວີລັກສະນະສຶກສາ ນັ້ນແມ່ນການປ່ຽນແປງໃໝ່ທີ່ມີຄວາມສຳຄັນຍິ່ງ.

ໃນກອງປະຊຸມ, ບັນດາຜູ້ແທນຍັງໄດ້ຮັບຟັງການສະເໜີກ່ຽວກັບມະຕິສະບັບເລກທີ 72 - NQ/TW ວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ; ມະຕິສະບັບເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ ແລະ ໂຄງການຈັດຕັ້ງປະຕິບັດມະຕິ ແລະ ການລາຍງານບາງເນື້ອໃນຫຼັກຂອງມະຕິສະບັບເລກທີ 70 ຂອງກົມການເມືອງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກນີ້ວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ກອງ​ປະ​ຊຸມ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດອາ​ຊີ-ປາ​ຊີ​ຟິກ ຫຼື ​ APEC ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ,
ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດຜູ້​ອາ​ຍຸ​ສູງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ຊາ​ຊົນ​ໃນ​ເກນ​ອາ​ຍຸ​ 60 ປີ​ຂຶ້ນ​ເມື່ອ ​ເກືອບ 16.5 ລ້ານ​ຄົນ, 9 ລ້ານກວ່າ​ຄົນ​ຍັງ​ອອກ​ແຮງ​ງານ, ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄາດ​ວ່າ​ຮອດ​ປີ 2034, ຈຳ​ນວນ​ຜູ້​ມີ​ອາ​ຍຸ 60 ປີ​ຂຶ້ນ​ເມືອ​ ຈະບັນ​ລຸ​ເກື​ອບ 21 ລ້ານ​ຄົນ.
ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ກອງ​ປະ​ຊຸມ​ໂຕະ​ມົນລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ CEO ​ຂອງ APEC ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 15 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ໂຕະ​ມົນ​ລະ​ຫວ່າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ບໍ​ລິ​ຫານສູງ​ສຸດ​ (CEO) ຂອງອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ​ທີ່​ມີ​ສູນ​ລາ​ຍ​ການ​ເສ​ດ​ຖະ​ກິດ-ການ​ເງິນວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ເປັນ​ເຈົ້າ​ພາບ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ຂອງ​ຈີນ ພາຍ​ໃຕ້​ຫົວ​ຂໍ້: “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ແຫ່ງການ​ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ” ແລະ ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ ແລະ ການ​ແລກ​ປ່ຽນ​ໃຫ້​ແກ່​ກຸ່ມ​ເສດ​ຖະ​ກິດ​​ສະ​ມາ​ຊິກ APEC ແລະ ວິ​ສາ​ຫະ​ກິດ​ຈີນ. ທ່ານ​ ເຊີ້ນ​ໄ​ຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ.
ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.
7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເພີ່ມເຕີມ