ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 6 ພຶດ​ສະ​ພາ ຜ່ານມາ ຢູ່​ນະ​ຄອນຫຼວງນິວເດລີ ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ອິນ​ເດຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ ອິນ​ເດຍ. ທ່ານນາງ ດູປາດີ ມູມູ ​ປະ​ທາ​ນາ​ທິ​ບໍ​ດີອິນເດຍ ແລະ ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີຮ່ວມ​ກັນ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ.

ໃນຕອນບ່າຍວັນທີ 6 ພຶດສະພາ ຢູ່ນະຄອນຫຼວງນິວເດລີ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ແລະ ທ່ານ ນາເຣນດາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ມີການພົບປະສອງຝ່າຍ. ໂດຍສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າເກົ່າ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ.

ທ່ານ ໂຕເລິມ ແລະ ທ່ານ ນາເຣນດາ ໂມດີ ເຫັນດີເປັນເອກະພາບຮັກສາການພົບປະທຸກຂັ້ນເປັນປະຈຳ, ພິເສດແມ່ນການພົບປະຂັ້ນສູງ. ສອງຝ່າຍເຫັນດີເປັນເອກະພາບວາງເປົ້າໝາຍຮອດປີ 2030 ວົງເງິນການຄ້າສອງຝ່າຍບັນລຸ
25 ຕື້ໂດລາ ແລະ ສອງຝ່າຍຢັ້ງຢືນຄືນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດແບບເພີ່ມທະວີ ຫວຽດນາມ - ອິນເດຍ.

ກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານ ໂຕເລິມ ໃຫ້ຮູ້ວ່າ: ຂ້າພະເຈົ້າເຫັນດີສືບຕໍ່ຍົກສູງສາຍພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ. ການຮ່ວມມືຢ່າງແທ້ຈິງຈະນຳການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກຄື: ໜຶ່ງ, ແມ່ນສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນຕື່ມ. ສອງ, ແມ່ນຍົກລະດັບການຮ່ວມມືສາກົນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ກາຍເປັນເສົາຄ້ຳຍຸດທະສາດ. ສາມ, ແມ່ນສ້າງການຫັນປ່ຽນຢ່າງຈະແຈ້ງກວ່າເກົ່າໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເປີດກວ້າງຕະຫຼາດໃຫ້ແກ່ກັນ. ສີ່, ແມ່ນຖືວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື, ເປີດບັນດາຂົງເຂດພັດທະນາທີ່ມີມູນຄ່າເພີ່ມສູງ. ຫ້າ, ແມ່ນເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ, ສາສະໜາ, ປັບປຸງພື້ນຖານສັງຄົມແບບຍືນຍົງໃນສາຍພົວພັນຂອງສອງປະເທດ.

ທ່ານ ນາເຣນດາ ໂມດີ ຢັ້ງຢືນວ່າ: ສາຍພົວພັນທີ່ຫາກໍໄດ້ຍົກລະດັບຂຶ້ນນັ້ນ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ ແລະ ອິນເດຍ ພ້ອມກັນປະຕິບັດຄວາມຄາດຫວັງລວມ, ກາຍເປັນປະເທດພັດທະນາ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານ ໂຕເລິມ ແລະ ທ່ານ ນາເຣນດາ ໂມດີ ໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບເອກະສານຮ່ວມມືຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ.

ໃນວັນດຽວກັນ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ໃນຖະແຫຼງການຮ່ວມສອງຝ່າຍໄດ້ຢັ້ງຢືນມີການພົບປະຮອບດ້ານ ແລະ ແລກປ່ຽນກ່ຽວກັບສາຍພົວພັນສອງຝ່າຍ, ບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນ ໃຈ.

ການນຳສອງປະເທດໄດ້ເຫັນດີເປັນເອກະພາບສົ່ງເສີມການຜັນຂະຫຍາຍໂຄງການດຳເນີນງານ ຫວຽດນາມ - ອິນເດຍ ໄລຍະ 2024 – 2028 ແລະ ຖະແຫຼງການຮ່ວມສະບັບນີ້ຢ່າງມີປະສິດທິຜົນ ແລະ ຮ່ວມມືກັນໃນທຸກຂົງເຂດ ເສດຖະກິດ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເດີນເຮືອ, ວິທະຍາສາດ ແລະ ເຕັກໂນໂລຊີ, ຮ່ວມມືກັນພັດທະນາ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ຕາມການລາຍງານຂອງກະຊວງການເງິນ ຫວຽດ​ນາມ, ຍອດລາຍຮັບງົບປະມານ​ແຫ່ງລັດ​ໃນ​ໄລ​ຍະ 10 ເດືອນຂອງປີ 2026 ບັນລຸ 96.4% ແຜນຄາດ ໝາຍ. ຫຼາຍ​ທ້ອງ​ຖິ່ນ​ໄດ້ປະ​ຕິ​ບັດສຳເລັດຄາດໝາຍລາຍຮັບງົບປະມານຂອ​ງ​ທັງປີ​ເມື່ອ​ຫາກໍໝົດ​ເດືອນຕຸລາ. ລາຍຮັບຈາກເຮືອນ - ທີ່ດິນ, ໂດຍສະເພາະແມ່ນຄ່າທຳນຽມນຳໃຊ້ທີ່ດິນ ໄດ້ປະ​ກອບສ່ວນຫຼາຍ​ພໍ​ສົ​ມ​ຄວນ, ມີບາງບ່ອນກວມເອົາກວ່າ 37% ຍອດ​ລາຍ​ຮັບ​ງົບ​ປະ​ມານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 4 ພະ​ຈິກ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ຣົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ຣົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປີ 2026 ດ້ວຍ​ຫົວ​ຂໍ້: “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ເພີ່ມເຕີມ