ໃນກອງປະຊຸມ, ທ່ານນາງ ເຮເລັນ ຟາຊີ ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ ຢືນຢັນວ່າ: ອາຊຽນ ແມ່ນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງສັນ”, ພ້ອມກັນນັ້ນ ກໍແມ່ນເສົາຄ້ຳຈຸດສຸມໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອັງກິດ. ອັງກິດ ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ໃຫ້ຄຳໝັ້ນສັນຍາປັບປຸງການພົວພັນຢ່າງຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ກ້າວໄປເຖິງການນຳມາຊຶ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ທັງໝົດ 11 ປະເທດສະມາຊິກ.
ທ່ານຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ຢືນຢັນວ່າ: ຫວຽດນາມ ຈະສົມທົບກັບບັນດາປະເທດ ອາຊຽນ ຊຸກຍູ້ການປະຕິບັດສຳເລັດບັນດາເປົ້າໝາຍໃນການສະເຫຼີມສະຫຼອງ 5 ປີແຫ່ງການພົວພັນ, ໃນນັ້ນມີເລື່ອງສ້າງແຜນການກະທຳ ອາຊຽນ - ອັງກິດ ໃນໄລຍະໃໝ່ (2027 – 2031) ຢ່າງແທດຈິງ ແລະ ສ້າງຖະແຫຼງການຮ່ວມ ອາຊຽນ - ອັງກິດ ກ່ຽວກັບການຮ່ວມມືໃນຂອບເຂດວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ສົມບູນແບບ.
ຄໍາເຫັນ