ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ສະເໜີ 3 ມາດຕະການ, ລວມມີ: ຍູ້ແຮງລັດທິຫຼາຍຝ່າຍ, ສາມັກຄີ ແລະ ຮ່ວມມືສາກົນໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ກໍຄື ແບບໃໝ່; ເພີ່ມທະວີການລະດົມແຫຼ່ງກຳລັງໜູນແກ່ການພັດທະນາ ແລະ ຍົກສູງກຳລັງຄວາມສາມາດຄຸ້ມຄອງທົ່ວໂລກ; ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ຮ່ວມມືພ້ອມກັນມີຜົນປະໂຫຍດ.
ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ປະຕິບັດສະເໝີຕົ້ນສະເໝີປາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ; ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຢຶດໝັ້ນນະໂຍບາຍປ້ອງກັນຊາດ “4 ບໍ່”. ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຟ້າມມິງຈິງ ໄດ້ຕ້ອນຮັບປະທານາທິບໍດີມົງໂກນ, ນາຍົກລັດຖະມົນຕີ ປາກິດສະຖານ, ປະທານາທິບໍດີກຽກກີສະຖານ ແລະ ທ່ານເລຂາທິການໃຫຍ່ SCO.
ຄໍາເຫັນ