ທ່ານ ບຸຍແທັງເຊີນ ກ່າວຄຳເຫັນໃນກອງປະຊຸມວ່າ: ປັດຈຸບັນໃນໄລຍະຂາດສະຖຽນລະພາບ, ຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ພ້ອມກັບບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການພັດທະນາກວມລວມ ແລະ ຍືນຍົງ, ສືບຕໍ່ແມ່ນເຂັມຊີ້ທິດໃຫ້ແກ່ອາຊຽນບົນພື້ນຖານນັ້ນ, ທ່ານ ບຸຍແທັງເຊີນ ໄດ້ສະເໜີ 3 ການກຳນົດທິດຈຸດສຸມໃຫ້ແກ່ອາຊຽນ ໃນໄລຍະຈະມາເຖິງ ຄື: ໜຶ່ງ; ມຸ່ງໄປເຖິງເປົ້າໝາຍກາຍເປັນພື້ນຖານເສດ ຖະກິດໃຫຍ່ອັນດັບທີ 4 ໃນໂລກໃນປີ 2030, ອາຊຽນຕ້ອງສືບຕໍ່ໃຫ້ບຸລິມະສິດແຖວໜ້າແກ່ການຮັກສາການ ເຕີບໂຕເສດຖະກິດຢ່າງແຮງ. ສອງ; ມຸ່ງໄປເຖິງປະຊາຄົມດີຈີຕອນແຖວໜ້າ, ອາຊຽນ ຕ້ອງຍູ້ໄວການເຈລະຈາສົນທິ ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ, ຮັບປະກັນການຕອບສະໜອງຄວາມຕ້ອງການຕົວຈິງ, ພິເສດແມ່ນບັນດາວິ ສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ. ສາມ; ສ້າງປະຊາຄົມ ມຸ່ງໄປເຖິງປະຊາຊົນຢ່າງແທ້ຈິງ, ອາຊຽນ ຄວນເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ.
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ
ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຄໍາເຫັນ