ນອກຈາກບັນດາເສັ້ນທາງໄປຍັງປະເທດຣັດເຊຍ, ຫວຽດນາມ ຍັງເປັນສູນຂົນສົ່ງທີ່ສຳຄັນໃນບັນດາເສັ້ນທາງ ອື່ນໆຂອງພາກພື້ນ, FESCO ຍັງມີເສັ້ນທາງຂົນສົ່ງ ຫວຽດນາມ - ມາເລເຊຍ, ຫວຽດນາມ - ອິນໂດເນເຊຍ, ຫວຽດນາມ - ໄທ. ທ່ານ ມາສລອຟ ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນທ່າກ່ຳປັ່ນສໍາຄັນໃຫ້ແກ່ແຜນທີ່ຂົນສົ່ງກັບ ອາຊຽນ, ແມ່ນປັດໄຈເພື່ອເພີ່ມທະວີການຂົນສົ່ງສິນຄ້າລະຫວ່າງ ຣັດເຊຍ ແລະ ອາຊຽນ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ