ທ່ານນາງ ດິນນາ ປຣາໂຕ ຣາຫາຈາ ນັກຊ່ຽວຊານຄົ້ນຄວ້າ ຈາກສະຖາບັນຄົ້ນຄວ້ານະໂຍບາຍ Synergy ຂອງ ອິນໂດເນເຊຍ ກ່າວວ່າ: ຫວຽດນາມ ເຂົ້າຮ່ວມ ອາຊຽນ ເມື່ອປີ 1995 ໄດ້ປັບປຸງຖານະພູມີສາດການເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຕໍ່ການປະຕິບັດການປະຕິຮູບ ແລະ ອາດສາມາດແມ່ນຮູບແບບໃນອາຊຽນ.
ໃນຂະນະດຽວກັນ, ທ່ານ ເບນິ ຊູຄາດິສ ຜູ້ປະສານງານຂັ້ນສູງຂອງ ສະຖາບັນຄົ້ນຄວ້າການປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ ກ່າວວ່າ: ດ້ວຍຄວາມໄວໃນການພັດທະນາ ແລະ ນະໂຍບາຍເສດຖະກິດ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ອາຊຽນ ກາຍເປັນຕະຫຼາດເຊື່ອມໂຍງ, ພິເສດໃນການປະເສີນໜ້າກັບຕະຫຼາດເສລີໃນອາຊຽນ.
ບັນດານັກຊ່ຽວຊານ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ: ຮອດປີ 2045, ຫວຽດນາມ ຈະກາຍເປັນໜຶ່ງໃນກຳລັງໜູນຊຸກຍູ້ອາຊຽນຮັກສາບົດບາດເປັນໃຈກາງໃນໂຄງປະກອບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ສືບຕໍ່ປະກອບ ສ່ວນໃຫ້ແກ່ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມໂຍງ ແລະ ຖືປະຊາຊົນເປັນໃຈກາງ.
ຄໍາເຫັນ