ທ່ານ ດະວິໂກຣິຕາ ອະທິບາຍວ່າ: ການກໍ່ສ້າງໄດ້ລວມເອົາເຕັກໂນໂລຊີການຫຼຸດຜ່ອນແຮງສັ່ນສະເທືອນຈາກແຜ່ນດິນໄຫວລຸ້ນຫຼ້າສຸດລວມຢູ່ດ້ວຍ, ເຮັດໃຫ້ອາຄານສາມາດຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວຂະໜາດໃຫຍ່ໄດ້ສູງເຖິງ 8.8 ຣິກເຕີ.
ທ່ານ ດະວິໂກຣິຕາ ເນັ້ນໜັກວ່າ: ເຕັກໂນໂລຊີນີ້ຊ່ວຍໃຫ້ອາຄານຫຼາຍຊັ້ນມີຄວາມໝັ້ນຄົງ ເຖິງແມ່ນວ່າຈະເກີດແຜ່ນດິນໄຫວຂະໜາດໃຫຍ່ກໍຕາມ ແລະ ຖືເປັນຄວາມກ້າວໜ້າທີ່ສຳຄັນດ້ານພື້ນຖານໂຄງລ່າງທີ່ທົນທານຕໍ່ໄພພິບັດ ແລະ ເປັນຄັ້ງທຳອິດທີ່ຈະນຳເຕັກໂນໂລຊີດັ່ງກ່າວມາໃຊ້ໃນອິນໂດເນເຊຍ.
ເຖິງແມ່ນວ່າອົງການດັ່ງກ່າວບໍ່ໄດ້ຄວບຄຸມການກໍ່ສ້າງອາຄານໂດຍກົງ, ແຕ່ທ່ານ ດະວິໂກຣິຕາ ຫວັງວ່າ ວິທີການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດນີ້ ຈະສາມາດເປັນແບບຢ່າງສໍາລັບການພັດທະນາພື້ນ ຖານໂຄງລ່າງໃນເຂດທີ່ມີຄວາມສ່ຽງຕໍ່ແຜ່ນດິນໄຫວຂອງປະເທດໃນອະນາຄົດ.
ຄໍາເຫັນ