ໂຄງການລະບາຍນ້ຳ 4 ແຫ່ງຂອງຈີນ ໄດ້ຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂຄງການຊົນລະປະທານໂລກ
ຂ່າວສານຊີອາໄອ ລາຍງານວ່າ: ກະຊວງຊົນລະປະທານຈີນໄດ້ແຈ້ງໃຫ້ຮູ້ວ່າ, ຫວ່າງບໍ່ດົນມານີ້ ໃນກອງປະຊຸມຄະນະບໍລິຫານງານສາກົນຄັ້ງທີ 76 ຂອງຄະນະກຳມະການຊົນລະປະທານ ແລະ ລະບາຍນ້ຳສາກົນ ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ເປີດເຜີຍບັນຊີລາຍຊື່ມໍລະດົກໂຄງການຊົນລະປະທານໂລກ (ຊຸດທີ 12) ປີ 2025 ຢ່າງເປັນທາງການ.
ຂ່າວລະບຸວ່າ: 4 ໂຄງການຂອງຈີນ ຄື: ນາຂັ້ນໄດຮ່ານີ ເມືອງຢວນຢາງ ແຂວງຢຸນນານ, ໂຄງການຊົນລະປະທານທະເລສາບຊື້ຊ່ານ ເມືອງຈູ້ໂຢງ ແຂວງຈ່ຽງຊູ່, ໂຄງການລະບາຍນ້ຳຈ່ຽນຈ່ຽງຢ້ຽນ ນະຄອນເພີ່ງໂຈ່ວ ແຂວງເສສວນ ແລະ ໂຄງການຊົນລະປະທານຄອງເກົ່າແກ່ນ້ຳໂຢງຕີ້ງ ເມືອງເມີນໂທວໂກ່ວ ນະຄອນຫຼວງປັກກິ່ງ ໄດ້ຮັບການຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂຄງການຊົນລະປະທານໂລກດ້ວຍຜົນສຳເລັດ.
ນັບມາຮອດປັດຈຸບັນ, ມໍລະດົກໂຄງການຊົນລະປະທານໂລກຂອງຈີນມີເຖິງ 42 ໂຄງການ.
ຄໍາເຫັນ