ກົມດັ່ງກ່າວລະບຸວ່າ: ສິນຄ້າສົ່ງອອກທີ່ສຳຄັນລວມມີເຄື່ອງນຸ່ງຫົ່ມ, ເກີບ, ສິນຄ້າເພື່ອການເດີນທາງ, ລົດຖີບ, ຢາງລົດ ແລະ ຜະລິດຕະພັນກະສິກຳທີ່ມີທ່າແຮງສູງເຊັ່ນ: ເຂົ້າ, ຢາງພາລາ, ມັນຕົ້ນ, ໝາກມ່ວງຫິມະພານ, ໝາກກ້ວຍ, ໝາກມ່ວງ ແລະ ໝາກລຳໄຍ. ໂດຍຈຸດໝາຍການສົ່ງອອກ 5 ອັນດັບທຳອິດຂອງກຳປູເຈຍແມ່ນ ສະຫະລັດ ອາເມຣິກາ, ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ການາດາ.
ໃນຂະນະດຽວກັນ, ກຳປູເຈຍ ນຳເຂົ້າທັງໝົດ 21.9 ຕື້ໂດລາ ໃນໄລຍະ 8 ເດືອນທຳອິດຂອງປີ 2025 ເພີ່ມຂຶ້ນ 16.2% ຈາກ 18.9 ຕື້ໂດລາ ໃນໄລຍະດຽວກັນຂອວງປີ 2024. ໂດຍສິນຄ້ານຳເຂົ້າທີ່ສຳຄັນລວມມີ ນ້ຳມັນ ແລະ ແກ໊ສ, ວັດຖຸດິບສໍາລັບເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າເພື່ອການເດີນທາງ, ລົດໃຫຍ່, ເຄື່ອງຈັກ, ເຄື່ອງໃຊ້ໄຟຟ້າ, ຜະລິດຕະພັນຢາ ແລະ ເຄື່ອງບໍລິໂພກ.
ທ່ານ ເພັນ ໂສວິຈິດ ໂຄສົກກະຊວງການຄ້າກຳປູເຈຍກ່າວວ່າ: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາການຄ້າເສລີກຳປູເຈຍ-ຈີນ ໄດ້ຊ່ວຍຊຸກຍູ້ການເຕີບໂຕດ້ານການຄ້າຂອງກຳປູເຈຍ.
ຄໍາເຫັນ