ທ່ານ ຮຸນມາເນດ ນາຍົກລັດຖະມົນຕີ ແລະ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີຟີລິບປິນ ທີ່ພວມຢ້ຽມຢາມກຳປູເຈຍ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານດັ່ງກ່າວ, ພາຍຫຼັງການພົບປະສອງຝ່າຍຢູ່ນະຄອນຫຼວງພະນົມເປັນ.
ທ່ານ ຮຸນມາເນດ ກ່າວວ່າ: ກຳປູເຈຍ ແລະ ຟີລິບປິນ ມຸ່ງໝັ້ນເພີ່ມທະວີການຮ່ວມມືດ້ານຕ່າງໆ, ທັງການຄ້າ ແລະ ການລົງທຶນ, ການເຄື່ອນໄຫວທາງເສດຖະກິດ, ການເຊື່ອມໂຍງລະຫວ່າງປະຊາຊົນ. ໂດຍກຳປູເຈຍ ພ້ອມທີ່ຈະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືໄດ້ໃນການປະກອບສ່ວນຮັບປະກັນດ້ານສະບຽງອາຫານຂອງຟີລິບປິນ.
ທັງນີ້, ທ່ານ ມາກອສ ໄດ້ເດີນທາງຮອດນະຄອນຫຼວງພະນົມເປັນ ໃນວັນທີ 7 ກັນຍາ ຜ່ານມາ ເພື່ອຢ້ຽມຢາມກຳປູເຈຍ ເປັນເວລາ 3 ວັນ.
ຄໍາເຫັນ