ເປີດສູນບໍລິການການສົ່ງອອກ (Export Service Center –ESC)

ກຳປູເຈຍ ເປີດສູນບໍລິການການສົ່ງອອກ

ກຳປູເຈຍ ເປີດສູນບໍລິການການສົ່ງອອກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພະຈິກ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍໄດ້ເປີດສູນບໍລິການການສົ່ງອອກ (Export Service Center –ESC)

 

ເພື່ອສະໜັບສະໜູນໃຫ້ບໍລິສັດຕ່າງໆ ກາຍເປັນກຸ່ມຜູ້ສົ່ງອອກທີ່ມີຄວາມສາມາດໃນການແຂ່ງຂັນລະດັບໂລກ.

ທ່ານ ຈອມນິມົນລັດຖະມົນຕີກະຊວງການຄ້າ ກ່າວຄຳເຫັນໃນພິທີເປີດສູນດັ່ງກ່າວ ທີ່ນະຄອນຫຼວງພະນົມວ່າ: ສູນແຫ່ງນີ້ຈະໃຫ້ຄໍາແນະນໍາແກ່ບໍລິສັດຂະໜາດນ້ອຍແລະຂະໜາດໃຫຍ່ເພື່ອຜ່ານຜ່າຄວາມສັບສົນທາງດ້ານການຄ້າ ລະຫວ່າງປະເທດ, ທ່ານກ່າວຕື່ມວ່າ: ຈະມີການບໍລິການສະໜັບສະໜູນແບບສະເພາະເຈາະຈົງໃຫ້ກັບທຸລະກິດຕ່າງໆ ໃນທຸກຂັ້ນຕອນຂອງຂະບວນການສົ່ງອອກ ກວມເອົາການຊ່ວຍເຫຼືອຕັ້ງແຕ່ການສຳຫຼວດສໍາຫຼວດຕະຫຼາດເບື້ອງຕົ້ນຈົນເຖິງການຈັດສົ່ງຜະລິດຕະພັນຂັ້ນສຸດທ້າຍ. ທ່ານກ່າວອີກວ່າ: ສູນແຫ່ງນີ້ເປັນຊັບພະຍາກອນຫຼັກສຳລັບບັນດາບໍລິສັດສັນຊາດກຳປູເຈຍທີ່ຕ້ອງການເຂົ້າສູ່ຕະຫຼາດໂລກແລະຊີ້ໃຫ້ເຫັນວ່າເປົ້າໝາຍສູງສຸດຂອງສູນດັ່ງກ່າວ ຄືການຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງໃນຂະແໜງການສົ່ງອອກຂອງກຳປູເຈຍ.

ສູນດັ່ງກ່າວຈະໃຫ້ຄໍາແນະນໍາຈາກຜູ້ຊ່ຽວຊານ, ຈັດການຝຶກອົບຮົມ ແລະຊ່ວຍໃນການສ້າງເຄືອຂ່າຍ ພ້ອມທັງສະໜັບສະໜູນບັນດາວິສາຫະກິດໃນຫຼາຍຂະແໜງການຄື: ກະສິກຳ, ການຜະລິດແຜ່ນແພ, ຫັດຖະກຳ, ເຕັກໂນໂລຊີ ແລະ ອື່ນໆເພື່ອຊຸກຍູ້ການສົ່ງອອກຂອງກຳປູເຈຍແລະເພີ່ມຄວາມສາມາດເຂົ້າສູ່ຕະຫຼາດສາກົນຂອງສິນຄ້າກຳປູເຈຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວນູແວນເຊລັງ ເຂົ້າສູ່ຕະຫຼາດແຮງງານໄວຂຶ້ນ ແລະ ບຳນານຊ້າລົງ

ຊາວນູແວນເຊລັງ ເຂົ້າສູ່ຕະຫຼາດແຮງງານໄວຂຶ້ນ ແລະ ບຳນານຊ້າລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ສຳນັກງານສະຖິຕິແຫ່ງຊາດນູແວນເຊລັງ ໄດ້ເປີດເຜີຍບົດລາຍງານການສຳຫຼວດສໍາມະໂນຄົວສະບັບຫຼ້າສຸດ ຊຶ່ງລະບຸວ່າ: ໄວໜຸ່ມນູແວນເຊລັງ ກໍາລັງເຂົ້າສູ່ຕະຫຼາດແຮງງານຫຼາຍຂຶ້ນ, ໃນຂະນະທີ່ຜູ້ອາຍຸສູງສືບຕໍ່ເຮັດວຽກຫຼາຍຂຶ້ນ.
ທະນາຄານໂລກ ປັບຫຼຸດໂຕເລກການຄາດຄະເນການເຕີບໂຕເສດຖະກິດໂລກ

ທະນາຄານໂລກ ປັບຫຼຸດໂຕເລກການຄາດຄະເນການເຕີບໂຕເສດຖະກິດໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມານີ້, ທະນາຄານໂລກ ໄດ້ເຜີຍແຜ່ບົດລາຍງານ “ວິໄສທັດກ່ຽວກັບເສດຖະກິດໂລກ” ສະບັບຫຼ້າສຸດ ໂດຍໄດ້ປັບຫຼຸດໂຕເລກການຄາດຄະເນຕໍ່ການເຕີບໂຕຂອງເສດຖະກິດໂລກປີ 2025 ໃຫ້ຢູ່ໃນລະດັບ 2.3% ຈາກທີ່ຄາດຄະເນໄວ້ 2.7% ໃນເດືອນມັງກອນ ຜ່ານມາ.
ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ ໃນ 5 ​ເດືອນ​ທຳ​ອິດຂອງ​ປີ 2025 ບັນ​ລຸຫຼາຍກວ່າ 3,000 ຕື້ຢວນ

ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ ໃນ 5 ​ເດືອນ​ທຳ​ອິດຂອງ​ປີ 2025 ບັນ​ລຸຫຼາຍກວ່າ 3,000 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ມິຖຸນາ ນີ້ວ່າ: ໂຕ​ເລກ​ສະ​ຖິ​ຕິ​ທີ່​ອົງ​ການ​ພາ​ສີຈີນ​ປະ​ກາດ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າໃນ 5 ເດືອນ​ທຳ​ອິດຂອງ​ປີ 2025, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-​ຂາ​ອອກ​ສິນ​ຄ້າ​ຈີນ​ບັນ​ລຸ​ເຖິງ 17,940 ຕື້ຢວນ, ເພີ່ມ​ຂຶ້ນ 2.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໃນ​ນັ້ນ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ມີ​ເຖິງ 10,670 ຕື້ຢ​ວນ, ເພີ່ມ​ຂຶ້ນ 7.2% ແລະ ການ​ນຳ​ເຂົ້າ​ສິນ​ຄ້າ 7,270 ຕື້ຢວນ, ຫຼຸດ​ລົງ 3.8%.
ຫວຽດ​ນາມ - ຝ​ຣັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ

ຫວຽດ​ນາມ - ຝ​ຣັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ມິຖຸນາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດ ຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບ ທ່ານ ມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບມະຫາສະໝຸດຂອງ ສປຊ ຄັ້ງທີ 3 (UNOC 3) ຢູ່ເມືອງ Nice ປະເທດຝຣັ່ງ.
ທາງ​ສີ່​ແຍກ​ແຫ່ງ​ປະ​ຫວັດ​ສາດ ແລະ ທິດ​ທາງການ​ພັດ​ທະ​ນາ​ຂອງ​ຈີນ

ທາງ​ສີ່​ແຍກ​ແຫ່ງ​ປະ​ຫວັດ​ສາດ ແລະ ທິດ​ທາງການ​ພັດ​ທະ​ນາ​ຂອງ​ຈີນ

ເມື່ອ​ສັງ​ເກດ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ໂລກ, ສະ​ພາບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ທຳ​ມະ​ດາ​ຈະ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ປ່ຽນ​ແປງ​ໃຫຍ່​ດ້ານ​​ການ​ປຽບ​ທຽບ​ກັນ​ຂອງ​ກຳ​ລັງ​ສາ​ກົນ ແລະ ​ການ​ປັບ​ປຸງ​ຢ່າງ​ໃຫຍ່​ຂອງລະ​ບຽບ​ສາ​ກົນ, ແລ້ວ​ສ້າງການ​ພົວ​ພັນ​ສາ​ກົນ​ຄືນ​ໃໝ່. ທ່ານ ​ສີ​ຈິ້ນ​ຜິງ ປະ​​ທານ​ປະ​ເທດ​ຈີນ​ເຄີຍ​ສະ​ເໜີ “ສອງ​ສະ​ພາບ​ໃຫຍ່”, ໜຶ່ງ​ກໍ​ຄື​ໂລກ​ປັດ​ຈຸ​ບັນ​ຢູ່​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ອີກ​ຢ່າງ​ໜຶ່ງ​ກໍ​ຄື​ສະ​ພາບລວມ​ທາງ​ຍຸດ​ທະ​ສາດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອ​ງ​ປະ​ຊາ​ຊາດ​ຈີນ. ທ່ານ​ໄດ້​ຖືສອງ “​ສະ​ພາບການ​ໃຫຍ່” ດັ່ງ​ກ່າວ​ເປັນ “ຈຸດ​ເລີ່ມ​ຕົ້ນ​ພື້ນ​ຖານ​ດ້ານ​ການ​ວາງ​ແຜນ​ວຽກ​ງານ” ຂອງ​ການ​ບໍ​ລິ​ຫານ​ປະ​ເທດ.
ຫວຽດນາມ ສ້າງແຜນ​ນະ​ໂຍ​ບາຍ​ໂຮມສາມ​ແຂວງເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ ​ເຂົ້າ​ກັນນະໂຍ​ບາຍ​ໃຫຍ່

ຫວຽດນາມ ສ້າງແຜນ​ນະ​ໂຍ​ບາຍ​ໂຮມສາມ​ແຂວງເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ ​ເຂົ້າ​ກັນນະໂຍ​ບາຍ​ໃຫຍ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ມິຖຸນາ ຜ່ານມາ ຢູ່ແຂວງເລິມດົ່ງ, ທ່ານ ໂຕເລິມເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກແຂວງເລິມດົ່ງ ແລະ ຄະນະປະຈຳບັນດາຄະນະພັກແຂວງບິ່ງທ້ວນ ແລະ ດັກນົງ ກ່ຽວກັບສະພາບການປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ, ການສັບຊ້ອນກົງຈັກການຈັດຕັ້ງຂອງ 3 ທ້ອງຖິ່ນຕິດພັນກັບການຈັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະຕິບັດໜ້າທີ່ເຕີບໂຕເສດຖະກິດຢູ່ບັນດາທ້ອງຖິ່ນ ແລະ ວຽກງານຮັບປະກັນການຊ່ວຍເຫຼືອສັງຄົມ. ທ່ານ ໂຕເລິມ ຊີ້ແຈ້ງວ່າແຜນນະໂຍບາຍໂຮມສາມແຂວງເຂົ້າກັນ ເພື່ອສ້າງແຂວງເລິມດົ່ງ (ໃໝ່) ແມ່ນນະໂຍບາຍຊີ້ຂາດ, ທັງມີລັກສະນະຍຸດທະສາດ ແລະ ມີລັກສະນະທີ່ມີຄວາມເປັນໄປໄດ້ເພື່ອແນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ, ບໍລິຫານ, ຈັດສັນຄືນເຂດພັດະນາຕາມທິດເປີດກ້ວາງ, ມີຄວາມສະໜິດຕິດພັນ ແລະ ຍືນຍົງ.
AI ມີຄວາມຈໍາເປັນໃນການເພີ່ມປະສິດທິພາບການດຳເນີນທຸລະກິດຂອງ ສ ເກົາຫຼີ

AI ມີຄວາມຈໍາເປັນໃນການເພີ່ມປະສິດທິພາບການດຳເນີນທຸລະກິດຂອງ ສ ເກົາຫຼີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາວ່າ: ຜົນການສໍາຫຼວດໂດຍສະມາຄົມການຄ້າລະຫວ່າງປະເທດ ສ ເກົາຫຼີ (KITA) ພົບວ່າ: ຜູ້ສົ່ງອອກສ່ວນໃຫຍ່ໃນ ສ ເກົາຫຼີ ເຫັນເຖິງຄວາມຈຳເປັນຂອງການນໍາໃຊ້ປັນຍາປະດິດ (AI) ເພື່ອເພີ່ມປະສິດທິພາບການດຳເນີນທຸລະກິດ, ແຕ່ມີພຽງສ່ວນໜ້ອຍເທົ່ານັ້ນທີ່ນຳ AI ມາໃຊ້ຢ່າງຈິງຈັງ.
ມຽນມາ ວາງເປົ້າໝາຍສົ່ງອອກຢາພາລາ ບັນລຸ 3.5 ແສນໂຕນ

ມຽນມາ ວາງເປົ້າໝາຍສົ່ງອອກຢາພາລາ ບັນລຸ 3.5 ແສນໂຕນ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນ​ທີ 8 ມິຖຸນາ ຜ່ານມາ, ​ເຈົ້າ​ໜ້າ​ທີ່​ສະມາຄົມ​ຜູ້​ປູກ ​ແລະ​ ຜະລິດ​ຢາງພາລາ​ມຽນມາ​ ກ່າວ​ຕໍ່​ຂ່າວສານຊິນ​ຮວາ​ວ່າ: ມຽນມາ​ວາງ​ເປົ້າ​ໝາຍຈະ​ສົ່ງ​ອອກ​ຢາງພາລາ​ປະມານ 350,000-380,000 ​ໂຕນ​ ໃນ​ປີ​ງົບປະມານ 2025-2026 (​ເມສາ 2025-ມີ​ນາ 2026).
ອິນໂດເນເຊຍ ສົ່ງອອກສາລີ 1,200 ໂຕນ ໄປມາເລເຊຍ

ອິນໂດເນເຊຍ ສົ່ງອອກສາລີ 1,200 ໂຕນ ໄປມາເລເຊຍ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ອິນ​ໂດ​ເນ​ເຊຍ​ສົ່ງ​ອອກ​ສາລີ​ໄປ​ມາ​ເລ​ເຊຍ​ເປັນ​ຄັ້ງ​ທຳ​ອິດ, ທ່ານ​ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້​ເຂົ້າ​ຮ່ວມ​ພິທີ​ສົ່ງ​ອອກ​ສາລີ 1,200 ​ໂຕນ​ໄປ​ຍັງມາ​ເລ​ເຊຍ ຊຶ່ງພິທີຈັດ​ຂຶ້ນ​ຢູ່​ເມືອງເບງກາຍັງ ແຂວງກາລືມັນຕັນ​ຕາ​ເວັນ​ຕົກ.
ການຄ້າລະຫວ່າງກຳປູເຈຍ ແລະ ປະເທດອາຊຽນ ເພີ່ມຂຶ້ນ 4.6%

ການຄ້າລະຫວ່າງກຳປູເຈຍ ແລະ ປະເທດອາຊຽນ ເພີ່ມຂຶ້ນ 4.6%

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາ; ກົມ​​ພາສີ ​ແລະ ອາກອນ ​ຂອງ​ກຳປູ​ເຈຍ​ລາຍ​ງານ​ວ່າ: ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກຳປູ​ເຈຍ​ ແລະ ປະ​ເທດ​ສະມາຊິກ​ອາ​ຊຽນ ​ຢູ່ທີ່ 5,9 ຕື້​ໂດ​ລາ​ ​ໃນ 4 ​ເດືອນ​ຕົ້ນປີ (ມັງກອນ-​ເມສາ) ຂອງ​ປີ 2025, ​ເພີ່ມ​ຂຶ້ນ 4.6% ຈາກ 5.64 ຕື້ໂດລາ.
ເພີ່ມເຕີມ