![]() |
ຈີນ ແລະ ລາວ ໃນນາມເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີພູຜາແມ່ນໍ້າຕິດຈອດກັນ, ບົນເສັ້ນທາງແຫ່ງການພັດທະນາແມ່ນໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຈັບມືກັນກ້າວໄປຂ້າງໜ້າສະເໝີມາ. ການເພີ່ມທະວີການຮ່ວມມືໃນຂົງເຂດການຫຼຸດຜ່ອນຄວາມທຸກຍາກຂອງສອງປະເທດ, ບໍ່ພຽງແຕ່ແມ່ນເນື້ອໃນທີ່ສຳຄັນຂອງການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເທົ່ານັ້ນ, ແຕ່ຍັງແມ່ນການປະຕິ ບັດຕົວຈິງທີ່ມີຊີວິດຊີວາໃນການຜັນຂະຫຍາຍຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ການຫຼຸດຜ່ອນຄວາມທຸກຍາກ ແມ່ນພາລະກິດຮ່ວມກັນຂອງສັງຄົມມະນຸດ, ກໍແມ່ນເປົ້າໝາຍການພັດ ທະນາຂອງບັນດາປະເທດໃນໂລກ. ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງທີ່ກຳນົດໄວ້ໃນ "ວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ", ສອງເປົ້າໝາຍທຳອິດແມ່ນການລົບລ້າງຄວາມທຸກຍາກ ແລະ ການລົບລ້າງຄວາມອຶດຫິວ.
ວັນທີ 20 ເມສາ 2021, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວບົດສູນທອນພົດທີ່ສຳຄັນໃນພິທີໄຂກອງປະຊຸມ ເວທີປຶກສາຫາລືອາຊີໂປອາວ, ໂດຍຊີ້ໃຫ້ເຫັນວ່າຕ້ອງສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃຫ້ກາຍເປັນ "ເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກ" ແລະ "ເສັ້ນທາງແຫ່ງການເຕີບໂຕ". ວັນທີ 21 ກັນຍາ 2021, ທ່ານ ສີ ຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກຢ່າງສົມກຽດ ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 76, ຊຶ່ງໃນນັ້ນ ການຫຼຸດຜ່ອນຄວາມທຸກຍາກ ໄດ້ຖືກຈັດຢູ່ໃນອັນດັບທຳອິດຂອງຂົງເຂດການຮ່ວມມືທີ່ສຳຄັນ. ເນື້ອໃນສຳຄັນສອງຢ່າງນີ້ ບໍ່ພຽງແຕ່ໄດ້ເຊື່ອມໂຍງການຫຼຸດຜ່ອນຄວາມທຸກຍາກເຂົ້າໃນການອອກແບບໃນຂັ້ນສູງຂອງການພັດທະນາທີ່ມີຄຸນນະພາບສູງຂອງ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ການພັດທະນາທົ່ວໂລກເທົ່ານັ້ນ, ແຕ່ຍັງສອດຄ່ອງຢ່າງສູງກັບຄວາມຄາດຫວັງອັນຮີບດ່ວນຂອງສັງຄົມສາກົນຕໍ່ການລົບລ້າງຄວາມທຸກຍາກ,ຕອບສະໜອງຄວາມມຸ່ງມາດ ປາດຖະໜາຮ່ວມກັນຂອງປະຊາຊົນບັນດາປະເທດຕໍ່ຊີວິດການເປັນຢູ່ທີ່ດີງາມ.
ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກ ທີ່ມີ ທ່ານ ສີ ຈິ້ນຜິງ ເປັນແກນກາງ ໄດ້ຖືເອົາການຕໍ່ສູ້ລົບລ້າງຄວາມທຸກຍາກ ເປັນບັນຫາທີ່ພົ້ນເດັ່ນໃນການບໍລິ ຫານ ແລະ ຄຸ້ມຄອງປະເທດ, ໂດຍປະຕິບັດຍຸດທະສາດການແກ້ໄຂຄວາມທຸກຍາກແບບຖືກຈຸດ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກແບບຖືກຈຸດ. ວັນທີ 25 ກຸມພາ 2021, ທ່ານ ສີ ຈິ້ນຜິງ ໄດ້ປະກາດຢ່າງສະຫງ່າຜ່າເຜີຍ ໃນກອງປະຊຸມສະຫຼຸບຍ້ອງຍໍການຕໍ່ສູ້ລຶບລ້າງຄວາມທຸກຍາກທົ່ວປະເທດວ່າ, ສົງຄາມການຕໍ່ສູ້ລົບລ້າງຄວາມທຸກຍາກຂອງຈີນ ໄດ້ຮັບໄຊຊະນະຢ່າງຮອບດ້ານ, ພາຍໃຕ້ມາດຕະຖານປັດຈຸບັນ ປະຊາກອນທຸກຍາກໃນເຂດຊົນນະບົດ ຈຳນວນ 98,99 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, 832 ເມືອງ,128.000 ບ້ານ, ໄດ້ພົ້ນຈາກບັນຊີຄວາມທຸກຍາກທັງໝົດ,
ບັນຫາຄວາມທຸກຍາກໂດຍລວມໃນລະດັບພາກພື້ນໄດ້ຮັບການແກ້ໄຂ, ສຳເລັດໜ້າທີ່ອັນໜັກໜ່ວງໃນການລຶບລ້າງຄວາມທຸກຍາກແບບເດັດຖານ, ບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຂອງ "ວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ" ກ່ອນກຳນົດ 10 ປີ. ຈີນ ໄດ້ອີງ ໃສ່ສະພາບຈຸດພິເສດຂອງປະເທດຕົນ, ກຳແໜ້ນກົດເກນການຫຼຸດຜ່ອນຄວາມທຸກຍາກ, ກ້າວຍ່າງບົນເສັ້ນ ທາງການຫຼຸດຜ່ອນຄວາມທຸກຍາກທີ່ມີເອກະລັກຂອງຈີນ, ໄດ້ສະໜອງແບບຢ່າງຂອງຈີນ ໃຫ້ແກ່ການບໍລິ ຫານຈັດການການຫຼຸດຜ່ອນຄວາມທຸກຍາກທົ່ວໂລກ.
ຕະຫຼອດໄລຍະເວລາທີ່ຜ່ານມາ, ຈີນເປັນຜູ້ລິເລີ່ມທີ່ຫ້າວຫັນ, ເປັນຜູ້ຊຸກຍູ້ທີ່ແຂງແຮງ ແລະ ເປັນຜູ້ປະກອບສ່ວນທີ່ສຳຄັນ ໃນພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ. ຜົນສຳເລັດໃນການຫຼຸດຜ່ອນຄວາມທຸກຍາກຂອງຈີນ ບໍ່ພຽງແຕ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການຕໍ່ສູ້ ຕ້ານຄວາມທຸກຍາກເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ຂະບວນການຫຼຸດຜ່ອນຄວາມທຸກຍາກໃນບັນດາປະເທດ ແລະ ພາກພື້ນທີ່ທຸກຍາກໂດຍກົງ ຜ່ານການຮ່ວມມືທີ່ເປັນຮູບປະທຳ, ການລົງທຶນໂຄງການ ແລະ ຮູບການອື່ນໆ. ນັບຕັ້ງແຕ່ສ້າງຕັ້ງປະເທດຈີນໃໝ່ເປັນຕົ້ນມາ, ຈີນໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍຮູບແບບແກ່ເກືອບ 170 ປະເທດ ແລະ ອົງການຈັດຕັ້ງສາກົນທົ່ວໂລກລວມທັງ ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ, ລາຕິນອາເມຣິກາ ແລະ ບັນດາປະເທດໝູ່ເກາະປາຊີຟິກ. ຈາກການຈັດຕັ້ງປະຕິບັດຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຈົນເຖິງການສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຈີນໄດ້ສືບຕໍ່ຊຸກຍູ້ການຮ່ວມມືເພື່ອການພັດທະນາສາກົນໃຫ້ສອດຄ່ອງກັບຄວາມຕ້ອງການທາງດ້ານຜົນປະໂຫຍດຂອງກຸ່ມປະເທດກຳລັງ ພັດທະນາໂລກໃຕ້ຍິ່ງຂຶ້ນ, ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຂອງບັນດາປະເທດກຳລັງພັດທະນາຢ່າງມີປະສິດທິຜົນ.

ຄໍາເຫັນ