ການຮ່ວມມືລະຫວ່າງສະພາແຫ່ງຊາດລາວ-ຫວຽດນາມ ມຸ່ງໄປສູ່ການເປັນຫຸ້ນສ່ວນຍຸດທະສາດໃນໄລຍະໃໝ່

ການຮ່ວມມືລະຫວ່າງສະພາແຫ່ງຊາດລາວ-ຫວຽດນາມ ມຸ່ງໄປສູ່ການເປັນຫຸ້ນສ່ວນຍຸດທະສາດໃນໄລຍະໃໝ່

ການຮ່ວມມືລະຫວ່າງສະພາແຫ່ງຊາດລາວ-ຫວຽດນາມ ມຸ່ງໄປສູ່ການເປັນຫຸ້ນສ່ວນຍຸດທະສາດໃນໄລຍະໃໝ່
ໃນທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງໄວວາ, ສັບສົນ, ຄາດຄະເນໄດ້ຍາກ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ບັນດາປະເທດ, ໃນນັ້ນມີລາວ ແລະ ຫວຽດ​ນາມ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ​ລາວ-ຫວຽດນາມ ເປັນປັດໄຈພາວະວິໄສ, ກົດເກນປະຫວັດສາດ, ໜຶ່ງໃນບັນດາແຫຼ່ງກໍາລັງອັນໃຫຍ່ຫຼວງທີ່ສຸດ ແລະ ມີຄວາມໝາຍແຫ່ງການດໍາລົງຄົງຕົວຕໍ່ພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ.

 

 

ການຮວມມລະຫວາງສະພາແຫງຊາດລາວ-ຫວຽດນາມ ມງໄປສການເປນຫນສວນຍດທະສາດໃນໄລຍະໃໝ - image 1
 

ໄລຍະທີ່ຜ່ານມາ, ການຮ່ວມມືລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກ້າວເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍດ້ານ.

ການນໍາທັງສອງຝ່າຍສືບຕໍ່ເພີ່ມທະວີການພົວພັນ, ຮ່ວມມື, ແລກປ່ຽນ, ພົບປະຂັ້ນສູງດ້ວຍຫຼາຍຮູບການທີ່ຄ່ອງຕົວ. ບັນດາການຢ້ຽມຢາມ, ພົບປະເປັນປະຈໍາ ລະຫວ່າງການນໍາ, ສະມາຊິກສະພາແຫ່ງຊາດຂອງສອງປະເທດ ໄດ້ສ້າງເງື່ອນໄຂອັນສະດວກເພື່ອແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວວຽກງານນິຕິບັນຍັດ, ກວດກາຕິດຕາມສູງສຸດ ແລະ ຕັດສິນບັນຫາສໍາຄັນຕ່າງໆ ຂອງແຕ່ລະປະເທດ.

ສອງຝ່າຍໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມື ລະຫວ່າງສອງສະພາແຫ່ງຊາດ; ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ຄົບຊຸດ ແລະ ມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນລວມ ລະຫວ່າງສອງປະເທດ, ຜັນຂະຫຍາຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງສອງພັກ ແລະ ສອງລັດ ຍາມໃດກໍຖືສໍາຄັນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອນດ້ານ, ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຍິ່ງຢູ່ໃນສະພາບການທີ່ຫຍຸ້ງຍາກ, ສັບສົນ, ການພົວພັນລາວ-ຫວຽດນາມ ຍິ່ງຕ້ອງຮັດແໜ້ນຂຶ້ນກວ່າເກົ່າ; ການເຄື່ອນໄຫວພົບປະ, ຮ່ວມມື ລະຫວ່າງບັນດາກໍາມາທິການວິຊາສະເພາະ, ກຸ່ມສະມາຊິກສະພາມິດຕະພາບ... ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍດ້ານ.

ຄຽງຄູ່ກັນນັ້ນ, ການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີລັດຖະສະພາຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບ IPU ແລະ AIPA, ໄດ້ປະກອບສ່ວນສໍາຄັນໃນການຍົກສູງຖານະບົດບາດ, ຄວາມໄວ້ເນື້ອເຊື່ອໃຈຂອງແຕ່ລະປະເທດ, ພ້ອມກັນນັ້ນກໍໄດ້ຂະຫຍາຍກະບອກສຽງລວມເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຍືນຍົງໃນພາກພື້ນ.

ພິເສດ, ສະພາແຫ່ງຊາດສອງປະເທດໄດ້ສົມທົບກັນຈັດພິມປຶ້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ”, ນີ້ແມ່ນຫຼັກຖານທີ່ມີຊີວິດຊີວາ ສ່ອງແສງປະຫວັດສາດການຮ່ວມມືຮອບດ້ານ ລະຫວ່າງ ສອງສະພາແຫ່ງຊາດ, ຢືນຢັນລັກສະນະທີ່ຖືກຕ້ອງ, ໂລ່ງລ່ຽນຂອງບົດບາດການນໍາພາ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກໍຄືຄວາມເປັນເຈົ້າການ, ປະດິດຄິດສ້າງ ແລະ ບົດບາດສໍາຄັນຂອງສະພາແຫ່ງຊາດສອງປະເທດ ໃນການປັບປຸງ, ພັດທະນາສາຍພົວພັນລາວ - ຫວຽດນາມ ໄລຍະຜ່ານມາ ແລະ ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບສາຍພົວພັນສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ, ພິເສດແມ່ນໃຫ້ແກ່ຄົນຮຸ່ນໜຸ່ມ.

ເພື່ອຫັນເປັນຮູບປະທໍາແຜນນະໂຍບາຍຂອງສອງພັກ, ສອງລັດກ່ຽວກັບການຍົກລະດັບສາຍພົວພັນ, ເພີ່ມຕື່ມເນື້ອໃນຫຸ້ນສ່ວນຍຸດທະສາດ, ໃນໄລຍະທີ່ຈະມາເຖິງ, ສະພາແຫ່ງຊາດສອງປະເທດຈະຖືສໍາຄັນການປະສານສົມທັບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດ ແລະ ອໍານວຍຄວາມສະດວກໃຫ້ແກ່ການຜັນຂະຫຍາຍຢ່າງມີປະສິດທິຜົນບັນດາການຕົກລົງຂັ້ນສູງ, ບັນດາສັນຍາ, ຂໍ້ຕົກລົງຮ່ວມມື ລະຫວ່າງສອງປະເທດ, ພິເສດແມ່ນບັນດາໜ້າທີ່ຈຸດສຸມໃນຍຸດທະສາດການຮ່ວມມືລາວ-ຫວຽດນາມ ໄລຍະ 2021 – 2030, ສັນຍາການຮ່ວມມືລາວ-ຫວຽດນາມ ໄລຍະ 2021 – 2025. ສົມທົບກັນສ້າງຮ່າງຂໍ້ຕົກລົງຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ເພື່ອໃຫ້ໄດ້ລົງນາມຂໍ້ຕົກລົງຮ່ວມມືໃໝ່ໂດຍໄວ ເໝາະສົມກັບສະພາບການພັດທະນາໃນປັດຈຸບັນ, ສ່ອງແສງເນື້ອໃນຫຸ້ນສ່ວນຍຸດທະສາດ ລະຫວ່າງສອງສະພາແຫ່ງຊາດ.

ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນປະສົບການດ້ານນິຕິບັນຍັດ, ກວດກາຕິດຕາມ, ຮ່ວມມືລະຫວ່າງສອງອົງການນິຕິບັນຍັດ; ຊຸກຍູ້ປະຕິບັດຢ່າງມີປະສິດທິຜົນບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ; ສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນ, ພາກພື້ນ; ພ້ອມກັນນັ້ນສົມທົບຢ່າງ ແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ເປີດກວ້າງບັນດາຂົງເຂດການຮ່ວມມືໃໝ່ ເຊັ່ນ: ເສດຖະກິດດີຈີຕອນ, ການຫັນປ່ຽນພະລັງງານສີຂຽວ, ເຊື່ອມຕໍ່ໂຄງລ່າງພື້ນຖານ, ການສຶກສາ - ກໍ່ສ້າງ, ເໝາະສົມກັບກໍານົດທິດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ; ແບ່ງປັນປະສົບການໃນຂົງເຂດການຫັນເປັນດີຈີຕອນ, ກໍ່ສ້າງສະພາແຫ່ງຊາດດີຈີຕອນ ແລະ ນໍາໃຊ້ປັນຍາປະດິດເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ.

ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໃນນັ້ນມີບັນດາທ້ອງຖິ່ນ, ສະພາປະຊາຊົນຂັ້ນແຂວງ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພົບປະຊາຍແດນ, ປົກປັກຮັກສາເສັ້ນຊາຍແດນມິດຕະພາບ, ການຮ່ວມມື ແລະ ການພັດທະນາ; ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການໃນການສັບຊ້ອນ, ບູລະນະກົງຈັກການຈັດຕັ້ງບັນກາອົງການຂອງສະພາແຫ່ງຊາດ.

ເພີ່ມທະວີການຈັດບັນດາກອງປະຊຸມ, ສໍາມະນາແລກປ່ຽນບົດຮຽນກ່ຽວກັບບັນດາຂົງເຂດການເຄື່ອນໄຫວຂອງສະພາແຫ່ງຊາດ ລວມມີບັນດາກອງປະຊຸມຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດກ່ຽວກັບບັນດາເນື້ອໃນທີ່ທັງສອງຝ່າຍມີຄວາມສົນໃຈນໍາກັນ, ແນໃສ່ເປັນເສນາທິການໃຫ້ສະພາແຫ່ງຊາດ, ໝູນໃຊ້ຢ່າງມີປະສິດທິຜົນເຂົ້າໃນການປະຕິບັດວຽກງານຕົວຈິງ. ເພີ່ມທະວີການພົບປະ, ແລກປ່ຽນ ລະຫວ່າງບັນດາກໍາມາທິການວິຊາສະເພາະຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ແບ່ງປັນປະສົບການດ້ານນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນຫາຍຸດທະສາດ; ສົມທົບກັນຕິດຕາມກວດກາການຈັດຕັ້ງຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນຈຸດສຸມ, ບັນດາຂໍ້ຕົກລົງສອງຝ່າຍ.

ເພີ່ມທະວີການພົບປະລະຫວ່າງກຸ່ມສະມາຊິກສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດເພດຍິງ, ກຸ່ມສະມາຊິກສະພາໜຸ່ມ, ແລກປ່ຽນຄະນະຜູ້ແທນສະພາປະຊາຊົນຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ, ໂດຍສະເພາະບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນ ແລະ ບັນດາແຂວງທີ່ມີການພົວພັນແຮກສ່ຽວ ຂອງສອງປະເທດ.

ການຮວມມລະຫວາງສະພາແຫງຊາດລາວ-ຫວຽດນາມ ມງໄປສການເປນຫນສວນຍດທະສາດໃນໄລຍະໃໝ - image 2
 

ອີກໜຶ່ງບັນຫາທີ່ມີລັກສະນະຍຸດທະສາດແມ່ນເພີ່ມທະວີການຮ່ວມມືກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ, ຖືສໍາຄັນການບໍາລຸງພະນັກງານຄຸ້ມຄອງຂອງສອງສະພາແຫ່ງຊາດ.

ເພີ່ມທະວີການສົມທົບຢ່າງແໜ້ນແຟ້ນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ແລກປ່ຽນທັດສະນະຫຼັກໝັ້ນ ໃນບັນຫາສາກົນ ແລະ ພາກພື້ນ ຢູ່ບັນດາເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: IPU, AIPA, APPF, APF…, ເພື່ອຍົກສູງຖະນະບົດບາດຂອງແຕ່ລະປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ. ພິເສດ, ສະພາແຫ່ງຊາດທັງສອງປະເທດກໍາລັງຕັ້ງໜ້າສົມທົບກັນຄົ້ນຄວ້າຮຽບຮຽງ ແລະ ຈັດພິມປຶ້ມ “50 ປີແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມມືຮອບດ້ານ ແລະ ພັດທະນາ” ເພື່ອໂຄສະນາຢ່າງກວ້າງຂວາງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ ກ່ຽວກັບສາຍພົວພັນອັນສະໜິດແໜ້ນລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດຮັບຮູ້ເລິກເຊິ່ງກວ່າເກົ່າກ່ຽວກັບສາຍພົວພັນພິເສດຫວຽດນາມ - ລາວ.

ໃນສະພາບການຂອງໂລກ ແລະ ພາກພື້ນຜັນແປໄປຢ່າງສັບສົນ, ບົດບາດຂອງສະພາແຫ່ງຊາດນັບມື້ໄດ້ຮັບການຢັ້ງຢືນໃນການຫັນເປັນລະບອບ, ລະບຽບ, ແນວທາງຂອງພັກ ເປັນກົດໝາຍ, ກວດກາຕິດຕາມສູງສຸດ ແລະ ຕັັດສິນບັນຫາສໍາຄັນຂອງປະເທດ, ເປັນຕົວແທນໃຫ້ແກ່ເຈດຈໍານົງ ແລະ ສິດເປັນເຈົ້າຂອງປະຊາຊົນ.

ສາຍພົວພັນລາວ - ຫວຽດນາມ ແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ໄດ້ຍົກລະດັບຂຶ້ນເປັນຫຸ້ນສ່ວນຍຸດທະສາດ, ສະແດງອອກຄໍາໝັ້ນສັນຍາການເມືອງຍາວນານ, ເປັນຊັບສົມບັດອັນລໍ້າຄ່າ ແລະ ແຫຼ່ງກໍາລັງແຮງອັນຍິ່ງໃຫຍ່ຂອງສອງຊົນເຜົ່າ. ບົນຈິດໃຈດັ່ງກ່າວນັ້ນ, ສະພາແຫ່ງຊາດລາວ - ຫວຽດນາມ ຈະສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ປະກອບສ່ວນນໍາພາການພົວພັນຮ່ວມມືລັດຖະສະພາ ແລະ ການພົວພັນພິເສດ ລາວ-ຫວຽດນາມ ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນກວ່າເກົ່າໃນໄລຍະໃໝ່.

ໃນ 5 ປີຕໍ່ໜ້າ, ສະພາແຫ່ງຊາດສອງປະເທດຈະເພີ່ມທະວີປະສານສົມທົບກັນແນໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາມະຕິຂອງສອງພັກ, ນໍາເອົາການພົວພັນຮ່ວມມືລັດຖະສະພາ ລາວ-ຫວຽດນາມ ໃຫ້ພັດທະນານັບມື້ກ້າວເຂົ້າສູ່ລວງເລິກ, ແທດຈິງ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໃຫ້ນັບມື້ພັດທະນາກວ້າງຂວາງ ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ພ້ອມນັ້ນ ປັບປຸງ ແລະ ເຮັດໃຫ້ເລິກເຊິ່ງຂຶ້ນຕື່ມ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງແຕ່ລະປະເທດ.

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ