ຂ່າວລະບຸວ່າ: ໃນ 5 ປີຜ່ານມາ, ປະລິມານການຜະລິດສະບຽງອາຫານທົ່ວປະເທດໄດ້ບັນລຸຫຼາຍກວ່າ 650 ລ້ານໂຕນຕໍ່ປີ, ໃນນັ້ນ ປີ 2024 ໄດ້ກ້າວຂຶ້ນສູ່ລະດັບໃໝ່ເປັນຄັ້ງທຳອິດ ຊຶ່ງໄດ້ບັນລຸ 700 ລ້ານໂຕນ, ປະລິມານການສະໜອງສະບຽງອາຫານສະເລ່ຍໄດ້ເພີ່ມຂຶ້ນ 25 ກິໂລຕໍ່ຄົນເມື່ອທຽບກັບທ້າຍໄລຍະແຜນການ 5 ປີຄັ້ງທີ 13, ບັນລຸ 500 ກິໂລ, ສູງກວ່າເສັ້ນຄວາມປອດໄພດ້ານສະບຽງອາຫານ 400 ກິໂລຕໍ່ຄົນຕາມກຳນົດໂດຍທົ່ວໄປຂອງສາກົນ. ນີ້ເປັນຜົນມາຈາກການໃຊ້ມາດຕະການຕ່າງໆສ້າງຄວາມສະດວກສະບາຍໃຫ້ແກ່ຊາວກະສິກອນໃນການຈຳໜ່າຍສະບຽງອາຫານ, ປັບປຸງການບໍລິການເພື່ອຊາວກະສິກອນ ແລະ ວິສາຫະກິດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ປະລິມານການເກັບຊື້ສະບຽງອາຫານຕໍ່ປີໄດ້ບັນລຸຫຼາຍກວ່າ 400 ລ້ານໂຕນ ຊຶ່ງຢັ້ງຢືນວ່າປະລິມານສະບຽງອາຫານໃນສາງມີຄວາມພຽງພໍ ແລະ ຕະຫຼາດມີຄວາມໝັ້ນທ່ຽງ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ