ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2
ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຮ່ວມກັບຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2 ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ສະຖານທູດຫວຽດນາມປະຈຳລາວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ - ອາຈານ ແລະ ບັນດາທີມເຂົ້າແຂ່ງຂັນ ເຂົ້າຮ່ວມ.
ການແຂງຂນ “ທດຫວຽດນາມແຫງອະນາຄດ” ຄງທ 2 - image 1
 

 

ການຈັດການແຂ່ງຂັນຄັ້ງນີ້ເພື່ອສ້າງຂະບວນການໃນການຝຶກຝົນ, ແລກປ່ຽນຮຽນຮູ້ ແລະ ພັດທະນາທັກສະການນຳໃຊ້ພາສາຫວຽດນາມ. ໃນນັ້ນ, ເປັນການສຶກສາໃຫ້ຄົົນຮຸ່ນໃໝ່ໄດ້ຮັບຮູ້ກ່ຽວກັບປະຫວັດສາດສຳພັນສູ້ຮົບ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ່ນສ່ວນຍຸດທະສາດລະຫວ່າງປະຊາຊົນສອງຊາດຫວຽດນາມ-ລາວ, ການແຂ່ງຂັນຄັ້ງນີ້ມີ 9 ທີມເຂົ້າແຂ່ງຂັນຈາກສູນພາສາຫວຽດນາມ ແລະ ບັນດາສະຖານການສຶກສາຢູ່ນະຄອນຫຼວງວຽງຈັນປະກອບມີ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງກອງທັບ 103, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ,ວິທະຍາໄລເຕັກນິກວິຊາຊີບວຽງຈັນ-ຮ່າໂນຍ, ສູນພາສາຫວຽດ-ສະຖາບັນພັດທະນາກຳມະບານລາວ, ສູນພາສາຫວຽດນາມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາກະຊງ ສສກ, ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ, ຫ້ອງຮຽນພາສາຫວຽດນາມວັດ phat - ສະມາຄົມຄົນຫວຽດນາມປະຈໍານະຄອນຫຼວງວຽງຈັນ.

ການແຂງຂນ “ທດຫວຽດນາມແຫງອະນາຄດ” ຄງທ 2 - image 2
 

ທ່ານ ຫງວຽນມິງເຕິມ ກ່າວວ່າ: ພາສາເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງທີ່ສຸດລະຫວ່າງປະຊາຊາດ. ສຳລັບສາຍພົວພັນຫວຽດນາມ-ລາວ ຊຶ່ງພາສາຫວຽດບໍ່ພຽງແຕ່ເປັນເຄື່ອງມືສື່ສານແຕ່ຍັງເປັນຂົວເຊື່ອມຕໍ່ແຫ່ງຄວາມຮູ້ສຶກ, ວັດທະນະທຳ, ຄວາມຮູ້ ແລະ ການຮ່ວມມືລະຫວ່າງປະຊາຊົນສອງຊາດ. ໃນສະພາບການທີ່ສາຍພົວພັນຫວຽດນາມ-ລາວກຳລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍເນື້ອໃນ “ການເຊື່ອມໂຍງຍຸດທະສາດ”, ຊັບພະຍາກອນມະນຸດທີ່ເຂົ້າໃຈພາສາ, ວັດທະນະທຳ ແລະ ປະເທດຂອງກັນ ແລະ ກັນຈະເປັນພື້ນຖານສັງຄົມທີ່ສຳຄັນເພື່ອຜັນຂະຫຍາຍຄວາມຮັບຮູ້ຂອງຜູ້ນຳຂັ້ນສູງຂອງສອງພັກ ແລະ ສອງລັດໃຫ້ເປັນຈິງ, ປະສົບການຈາກປະຫວັດສາດໄດ້ພິສູດໃຫ້ເຫັນວ່າ, ສາຍພົວພັນຫວຽດນາມ-ລາວສາມາດຖືກເສີມສ້າງຜ່ານກົນໄກການຮ່ວມມື ແລະ ຂັບເຄື່ອນຜ່ານແຜນງານ ແລະ ໂຄງການຕ່າງໆ; ແຕ່ເພື່ອເຮັດໃຫ້ສາຍພົວພັນນັ້ນຍືນຍົງ ແລະ ພັດທະນາຍາວນານ ປັດໄຈສຳຄັນທີ່ສຸດຍັງຄົງແມ່ນຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງຊາດ. ດັ່ງນັ້ນ, ພະນັກງານລາວແຕ່ລະຄົນທີ່ກຳລັງຮຽນພາສາຫວຽດນາມໃນມື້ນີ້ບໍ່ພຽງແຕ່ກຳລັງປະກອບເຄື່ອງມືທີ່ເປັນປະໂຫຍດໃຫ້ແກ່ຕົນເອງແຕ່ຍັງປະກອບສ່ວນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດຫວຽດນາມ-ລາວນັບມື້ພັດທະນາຂຶ້ນສູ່ລະດັບໃໝ່. ພະນັກງານລາວແຕ່ລະຄົນທີ່ສາມາດໃຊ້ພາສາຫວຽດນາມໄດ້ດີກໍແມ່ນ“ທູດແຫ່ງມິດຕະພາບ”, ເປັນຂົວເຊື່ອມຕໍ່ທີ່ຊ່ວຍເສີມສ້າງຄວາມເຂົ້າໃຈ, ຄວາມເຊື່ອໝັ້ນ ແລະ ການຮ່ວມມືລະຫວ່າງສອງຊາດພວກເຮົາ, ດ້ວຍຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ຄວາມໝາຍດັ່ງກ່າວ, ສະຖານທູດຫວຽດນາມປະຈຳລາວຖືວ່າການສະໜັບສະໜູນການສອນ ແລະ ການຮຽນພາສາຫວຽດນາມເປັນໜຶ່ງໃນໜ້າທີ່ສຳຄັນຂອງວຽກງານການທູດວັດທະນະທຳ, ວຽກງານຊຸມຊົນ ແລະ ການຮ່ວມມືດ້ານການສຶກສາ. ືໃນໄລຍະຜ່ານມາ, ສະຖານທູດໄດ້ປະສານຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາລາວ, ບັນດາສຳນັກງານອົງການທີ່ກ່ຽວຂ້ອງ, ສະມາຄົມຊາວຫວຽດນາມ ແລະ ບັນດາສະຖານການສຶກສາເພື່ອສົ່ງເສີມຂະບວນການຮຽນພາສາຫວຽດນາມ, ສະໜັບສະໜູນສື່ການຮຽນ, ຕຳລາຮຽນ ແລະ ຈັດກິດຈະກຳຫຼາຍຮູບແບບເພື່ອຮຽນຮູ້ນຳໃຊ້ພາສາຫວຽດນາມຢ່າງກວ້າງຂວາງຢູ່ລາວ, ສະຖານທູດຫວຽດນາມປະຈຳລາວມີຄວາມມຸ້ງຫວັງຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາລາວ ແລະ ບັນດາສຳນັກງານອົງການທີ່ກ່ຽວຂ້ອງອື່ນໆເພື່ອເປີດກວ້າງເຄືອຂ່າຍຫ້ອງຮຽນພາສາຫວຽດນາມ, ປັບປຸງຍົກສູງຄຸນນະພາບໃນການສອນ, ສ້າງກິດຈະກຳທີ່ເປັນປະໂຫຍດຫຼາຍຂຶ້ນເພື່ອເຜີຍແຜ່ພາສາຫວຽດນາມໃຫ້ກວ້າງຂວາງກວ່າເກົ່າໃຫ້ບັນດາພະນັກງານ ແລະ ໄວໜຸ່ມລາວ.

ການແຂງຂນ “ທດຫວຽດນາມແຫງອະນາຄດ” ຄງທ 2 - image 3
 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ