ການເງິນເຊກອງ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ

ການເງິນເຊກອງ ສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ
ພະແນກການເງິນແຂວງເຊກອງ ແລະ 3 ຂະແໜງການສາຍຕັ້ງໄດ້ຈັດກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020) ພ້ອມທັງຍ້ອງຍໍຜົນງານ 5 ປີຂຶ້ນເມື່ອບໍ່ດົນມານີ້ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ກ່າວວ່າ: 5 ປີຜ່ານມາ, ຄະນະພັກ-ຄະນະນຳພະແນກໄດ້ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ, ເປັນການປຸກລະດົມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາວຽກງານການເງິນ ກໍຄືການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງການເງິນ ແລະ 3 ຂະແໜງການສາຍຕັ້ງອັນເຮັດໃຫ້ການເຄື່ອນໄຫວວຽກງານມີຜົນສໍາເລັດເປັນກ້າວໆມາ; ມີນິຕິກໍາຈໍານວນໜຶ່ງເປັນບ່ອນອີງສໍາຄັນໃນການຈັດຕັ້ງປະຕິບັດເປັນຕົ້ນຄໍາແນະນໍາ ສະບັບເລກທີ 082/ຄປພຂ.ຊກ, ລົງວັນທີ 22 ມັງກອນ 2014 ກ່ຽວກັບການເປີດຂະບວນການຮັກຊາດ ແລະ ພັດທະນາ, ຊຸກຍູ້ວຽກງານ 3 ສ້າງ; ມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ເປີດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ການພັດທະນາ ແລະ ການເຄື່ອນໄຫວວຽກງານການເງິນ ຫັນໄປສູ່ທັນສະໄໝເທື່ອລະກ້າວ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນທີ່ມີຜົນງານພົ້ນເດັ່ນໃນບັ້ນແຂ່ງຂັນຄັ້ງນີ້. ສຳລັບທິດທາງແຜນການ (2021-2025) ຕ້ອງສືບຕໍ່ຍູ້ແຮງຂະບວນການແຂ່ງຂັນ-ຍ້ອງຍໍ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ວຽກງານຕົວຈິງຂອງແຕ່ລະຂະແໜງການຢ່າງຕັ້ງໜ້າ; ປຸກລະດົມສະມາຊິກພັກ-ພະນັກງານພະແນກການເງິນແຂວງ ແລະ 3 ຂະແໜງການສາຍຕັ້ງເຂົ້າຮ່ວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາວຽກງານການເງິນໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ມີຜົນສໍາເລັດດີຂຶ້ນກວ່າເກົ່າ.
ໃນພິທີໄດ້ປະດັບຫຼຽນໄຊແຮງງານຊັ້ນ II ຈໍານວນ 1 ທ່ານ; ຫຼຽນໄຊແຮງງານຊັ້ນ III ຈໍານວນ 6 ທ່ານ; ຫຼຽນກາແຮງງານຈຳນວນ 17 ທ່ານຍິງ 2 ທ່ານ ແລະ 1 ກົມກອງ; ໃບຍ້ອງຍໍລັດຖະບານຈໍານວນ 37 ທ່ານຍິງ 13 ທ່ານ ແລະ 1 ກົມກອງ; ໃບຍ້ອງຍໍທ່ານເຈົ້າແຂວງຈໍານວນ 32 ທ່ານ ແລະ ໃບຊົມເຊີຍຈໍານວນ 5 ທ່ານ.
ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ໄດ້ຊີ້ນໍາໃຫ້ຂະແໜງການເງິນກໍຄື 3 ຂະແໜງການສາຍຕັ້ງ ສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນການທີ່ວາງໄວ້ຢ່າງເປັນຂະບວນການຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງນໍາພາແນວຄິດ, ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ສະມາຊິກພັກ-ພະນັກງານ; ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມສາມາດການນໍາພາໃຫ້ເຂັ້ມແຂງ, ການຄຸ້ມຄອງລັດໃຫ້ສັກສິດ ເພື່ອພັດທະນາວຽກງານການເງິນໃຫ້ມີຄຸນນະພາບ ແລະ ຫັນໄປສູ່ທັນສະໄໝ.
ຂ່າວ: ສັນຍາ, ພາບ: ພະແນກການເງິນແຂວງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ຮອງປະທານປະເທດ ຊີ້ນຳຄະນະບໍລິຫານງານພັກແຂວງຫຼວງພະບາງເອົາໃຈໃສ່ປັບປຸງວຽກງານຫຼາຍດ້ານ

ເມື່ອບໍ່ດົນມານີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ການປັບປຸງກົງຈັກການຈັດຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງຫຼວງພະບາງຄັ້ງທີ IX ແລະ ການກະກຽມສ້າງຕັ້ງຕາແສງ.
ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ໃນ 9 ຕົວເມືອງ

ກອງປະຊຸຸມເຜີຍແຜ່ຜົນຂອງການລົງກວດກາ ປະກົດການຫຍໍ້ທໍ້ ຢູ່ພະແນກວັດທະນະທໍາແລະທ່ອງທ່ຽວແລະ ຫ້ອງການ 9 ຕົວເມືອງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງວັດທະນະທໍາແລະທ່ອງທ່ຽວ. ເປັນປະທານໂດຍທ່ານ ໂດຍຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທໍາແລະທ່ອງທ່ຽວ ມີບັນດາຕາງໜ້າຕໍາຫຼວດການທ່ອງທ່ອງ, ຫ້ອງການ ວທ ຈາກ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20ກໍລະກົດ 2025) ໄດ້ໝູນວຽນມາອີກວາລະໜຶ່ງ,ທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າ, ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການເຕີບໃຫຍ່ຂອງ ສະຫະພັນແມ່ຍິງລາວເຮົາ ຊຶ່ງກ່ອນໜ້ານີ້ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນການປຸກລະດົມ ຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກົດປະຕິວັດ ແລະຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສໍາຄັນ ຂອງພັກ.
ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມື່ອບໍ່ດົນມານີ້, ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2025) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສົກປີ 2024-2025 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ຫົວໜ້າຄະນະຈັດຕັ້ງເມືອງທຸລະຄົມ, ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເພີ່ມເຕີມ