ບົດລາຍງານຊີ້ໃຫ້ເຫັນວ່າ, ກຳປູເຈຍໄດ້ສົ່ງອອກສິນຄ້າໄປຕະຫຼາດ EU ມູນຄ່າ 3.36 ຕື້ໂດລາ ໃນໄລຍະດັ່ງກ່າວ, ເພີ່ມຂຶ້ນ 15% ຈາກ 2.9 ຕື້ໂດລາ ໃນໄລຍະດຽວກັນຂອງປີ 2024.
ໃນຂະນະດຽວກັນ, ການສົ່ງອອກສິນຄ້າຂອງກຳປູເຈຍໄປຍັງປະເທດສະມາຊິກອາຊຽນ ບັນລຸ 3.98 ຕື້ໂດລາ,ເພີ່ມຂຶ້ນ 16% ຈາກ 3,43 ຕື້ໂດລາ.
ຕະຫຼາດ EU ກວມເອົາ 16.1% ແລະ ຕະຫຼາດອາຊຽນກວມເອົາ 19.1% ຂອງວົງເງິນສົ່ງອອກທັງໝົດຂອງກຳປູເຈຍ, ບັນລຸ 20.8 ຕື້ໂດລາ ໃນໄລຍະດັ່ງກ່າວ.
ທ່ານ ເພັນ ໂສວິຈິດ ລັດຖະມົນຕີກະຊວງການຄ້າກຳປູເຈຍກ່າວຕໍ່ອົງການຂ່າວຊິນຮວາ ຂອງຈີນວ່າ: ສິນຄ້າສົ່ງອອກຕົ້ນຕໍຂອງກຳປູເຈຍໄປ EU ລວມມີເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ, ສິນຄ້າກ່ຽວກັບການເດີນທາງ, ກະເປົາ, ລົດຖີບ, ຢາງລົດ ແລະ ອຸປະກອນເອເລັກໂຕຣນິກຈຳນວນໜຶ່ງ, ລວມທັງສິນຄ້າກະສິກຳທີ່ມີທ່າແຮງສູງເຊັ່ນ: ເຂົ້າ, ໝາກມ່ວງຫິມະພານ, ແປ້ງມັນຕົ້ນ ແລະ ໝາກກ້ວຍ.
ສ່ວນສິນຄ້າທີ່ກຳປູເຈຍສົ່ງອອກໄປອາຊຽນລວມມີເຄື່ອງນຸ່ງຫົ່ມ, ເກີບ, ສິນຄ້າກ່ຽວກັບການເດີນທາງ, ກະເປົາ, ຢາງລົດ, ອຸປະກອນເອເລັກໂຕຣນິກ ແລະ ຜະລິດຕະພັນກະເສດ.
ຄໍາເຫັນ