ການສູບຢາເປັນສິດສ່ວນບຸກຄົນ ເປັນຫຍັງຈຶ່ງປຸກລະດົມໃຫ້ຄົນເຊົາສູບ (ເນື່ອງໃນໂອກາດ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ການສູບຢາເປັນສິດສ່ວນບຸກຄົນ ເປັນຫຍັງຈຶ່ງປຸກລະດົມໃຫ້ຄົນເຊົາສູບ (ເນື່ອງໃນໂອກາດ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ການສູບຢາເປັນສິດສ່ວນບຸກຄົນ ເປັນຫຍັງຈຶ່ງປຸກລະດົມໃຫ້ຄົນເຊົາສູບ  (ເນື່ອງໃນໂອກາດ ວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)
ໂດຍ: ຕະວິນຍານ ເປັນຄວາມຈິງທີ່ການສູບຢາ ເປັນສິດສ່ວນບຸກຄົນ ແຕ່ເນື່ອງຈາກວ່າຫຼັກຖານທຸກຢ່າງບົ່ງບອກຢ່າງຊັດເຈນ ແລ້ວວ່າ: ການສູບຢາກໍ່ໃຫ້ເກີດພະຍາດຢ່າງຫຼວງຫຼາຍຕໍ່ຜູ້ສູບ ແລະ ຜູ້ຢູ່ອ້ອມຂ້າງ ແລະ ເຮັດໃຫ້ເສຍຊີວິດກ່ອນໄວອັນສົມຄວນ ຊຶ່ງສາມາດປ້ອງກັນໄດ້.

 

ຜູ້ທີ່ຍົກປະເດັນອອກມາວ່າ: ການສູບຢາແມ່ນສິດທິສ່ວນບຸກຄົນ ແມ່ນພໍ່ຄ້າຂາຍຢາສູບ. ຍ້ອນເຂົາຢາກຂາຍຢາສູບ ແລະ ຕ້ອງການຂາຍໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຂາຍໄດ້. ພ້ອມທັງຊອກທຸກວິທີທາງເພື່ອຫາລູກຄ້າໃໝ່ ຊຶ່ງກໍແມ່ນຊາວໜຸ່ມ. ເມື່ອມີຜູ້ເປັນພະຍາດເກີດຈາກການສູບຢາຕໍ່ວ່າ ຫຼື ຮ້ອງຟ້ອງ. ພໍ່ຄ້າຢາສູບຈະຕອບວ່າ: ເຮົາກະໄດ້ພິມຄໍາເຕືອນ ຫຼື ຜົນຮ້າຍຂອງຢາສູບແລ້ວ ທ່ານຫາກເລືອກສູບເອງ.

ອົງການອະນາໄມໂລກ ຈຶ່ງຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆໃນທົ່ວໂລກ ປຸກລະດົມໃຫ້ຄົນເຊົາສູບຢາ ຫຼື ສູບຢາໜ້ອຍລົງ. ຜົນການສໍາຫຼວດພົບວ່າ: 80% ຂອງຜູ້ສູບຢາ ອອກຢາສູບ ແຕ່ບໍ່ປະສົບຜົນສໍາເລັດ. ເພາະຢາສູບມີອໍານາດເສບຕິດທຽບເທົ່າກັບເຮໂລອິນ.

ໃນລະດັບຊາດ ລັດຖະບານແຕ່ລະປະເທດ ຕ້ອງຮັບຜິດຊອບ ອອກກົດໝາຍ, ອອກຄໍາສັ່ງບໍ່ໃຫ້ສິດຕໍ່ເດັກນ້ອຍເຍົາວະຊົນ ຕິດສິ່ງເສບຕິດ ຫຼື ອະນຸຍາດໃຫ້ສູບຢາ. ສໍາລັບຜູ້ປົກຄອງບໍ່ວ່າເພິ່ນຈະຕິດຢາສູບ ຫຼື ບໍ່ ກໍບໍ່ຄວນໃຫ້ສິດລູກຫຼານຕັດສິນໃຈສູບຢາ ຊຶ່ງຈະເປັນຜົນສະທ້ອນຕໍ່ສຸຂະພາບໄປຕະຫຼອດຊີວິດ.

ໃນກົດບັດສາກົນເພື່ອສິດທິເດັກນ້ອຍຂອງອົງການສະຫະປະຊາຊາດໄດ້ກໍານົດໄວ້ວ່າ: ເປັນສິດທິຂອງເດັກນ້ອຍທີ່ຈະໄດ້ຮັບການຄຸ້ມຄອງປົກປ້ອງຈາກລັດຖະບານ ບໍ່ໃຫ້ດື່ມເຫຼົ້າ, ສູບຢາ ແລະ ສິ່ງເສບຕິດອື່ນໆ.

ສປປ ລາວ ໃນນາມເປັນພາຄີຂອງອົງການອະນາໄມໂລກຫຼາຍສິບປີຜ່ານມາ, ໄດ້ອອກກົດໝາຍວ່າດ້ວຍການຄວບຄຸມຢາສູບໃນປີ 2021, ໃນນີ້ໄດ້ມີຂໍ້ຫ້າມສູບຢາໃນສະຖານທີ່ສາທາລະນະ, ໂຮງຮຽນ,ໂຮງໝໍ... ກວດກາບໍ່ໃຫ້ມີການໂຄສະນາ, ສົ່ງເສີມການຂາຍຢາສູບ ແລະ ບໍ່ໃຫ້ບໍລິສັດຢາສູບອຸປະຖໍາງານກິດຈະກໍາຕ່າງໆຕາມກົດໝາຍ.

ໃຫ້ການສຶກສາອົບຮົມ ແລະ ເຜີຍແຜ່ຄວາມຮູ້ໃຫ້ກັບທົ່ວສັງຄົມໃຫ້ຮັບຮູ້ເຖິງພິດໄພ ຄວາມອັນຕະລາຍຂອງຢາສູບ ຜ່ານມສື່ສັງຄົມ.

(ຄັດດຈາດປຶ້ມຖາມ-ຕອບ ຜູ້ສູບຢາ - ບໍ່ສູບຢາຄວນຮູ້)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ