ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ. ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ປີ 2025, ຄຽງຄູ່ກັບເຂດການຄ້າເສລີຈີນ-ອາຊຽນ ໄດ້ຮັບການຍົກລະດັບຂຶ້ນເປັນລະດັບ 3.0, ການເຊື່ອມໂຍງດ້ານລະບຽບການລະຫວ່າງຈີນກັບປະເທດສະມາຊິກອາຊຽນມີຄວາມໂລ່ງລ່ຽນກວ່າເກົ່າ ແລະ ໄດ້ເຊື່ອມໂຍງເຂົ້າກັນດີກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ 16 ປີລຽນຕິດ, ຂະນະທີ່ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ 5 ປີລຽນຕິດ. ໃນອະນາຄົດຂ້າງໜ້າ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນຈະມີພື້ນທີ່ກວ້າງຂວາງກວ່າເກົ່າ ແລະ ໝາກຜົນດ້ານການຮ່ວມມືຂອງສອງຝ່າຍ ຈະສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍຂຶ້ນກວ່າເກົ່າ.
ຄໍາເຫັນ