ໄລຍະ 6 ເດືອນຕົ້ນປີນີ້, ລວມຍອດຕະລິດຕະພັນພາຍໃນ (GDP)ຂອງແຂວງວຽງຈັນ

ກະສິກໍາ ມີບົດບາດສໍາຄັນໃນການຊຸກຍູ້ເສດຖະກິດ ໄລຍະ 6 ເດືອນຕົ້ນປີ ຂອງແຂວງວຽງຈັນ

ກະສິກໍາ ມີບົດບາດສໍາຄັນໃນການຊຸກຍູ້ເສດຖະກິດ ໄລຍະ 6 ເດືອນຕົ້ນປີ ຂອງແຂວງວຽງຈັນ
ໂດຍ: ສ.ບຸດປະຊາ ໄລຍະ 6 ເດືອນຕົ້ນປີນີ້, ລວມຍອດຕະລິດຕະພັນພາຍໃນ (GDP)ຂອງແຂວງວຽງຈັນ ຂະຫຍາຍຕົວ 2,9% ເທົ່າກັບ 53,7% ຂອງແຜນການ (5,4%), ຄິດເປັນມູນຄ່າ 7.834 ຕື້ກີບ (ແຜນການ 11.189 ຕື້ກີບ) ສະເລ່ຍຕໍ່ຫົວຄົນ 800 ໂດລາ; ໃນນີ້, ຂະແໜງກະສິກໍາ ມີບົດບາດສໍາຄັນໃນການຊຸກຍູ້ເສດຖະກິດຂອງແຂວງ

 

ດ້ວຍມູນຄ່າ 2.994 ຕື້ກີບ,ຮອງລົງມາແມ່ນຂະແໜງບໍລິການ 2.359 ຕື້ກີບ,ຂະແໜງອຸດສາຫະກໍາ-ຫັດຖະກຳ 2.328 ຕື້ກີບແລະຂະແໜງອາກອນ 153 ຕື້ກີບ. ເຖິງວ່າຂະແໜງກະສິກໍາ ໄດ້ມີບົດບາດສໍາຄັນໃນການຊຸກຍູ້ເສດຖະກິດແຂວງ ແຕ່ກໍຍັງມີບາງຂໍ້ຄົງຄ້າງ ຊຶ່ງຈະຕ້ອງສຸມໃສ່ແກ້ໄຂໃນ 6 ເດືອນທ້າຍປີນີ້ເພື່ອບັນລຸຄາດໝາຍຂອງແຜນພັດທະນາ.

ບົດບາດສຳຄັນຂອງຂະແໜງກະສິກຳ ໃນການຊຸກຍູ້ເສດຖະກິດຂອງແຂວງວຽງຈັນ ສະແດງໃນບົດລາຍງານ ໂດຍສັງເຂບຂອງ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີIIໃນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ 2024 ນີ້ ຊຶ່ງໃນໄລຍະດັ່ງກ່າວ ຂະແໜງກະສິກໍາໃນໂຄງປະກອບເສດຖະກິດຂອງແຂວງ ໄດ້ມີອັດຕາການຂະຫຍາຍຕົວ 2,7% ກວມເອົາ 38,22% ຂອງ GDP, ປັດໄຈຊຸກຍູ້ກະສິກໍາ ແມ່ນມີການປູກເຂົ້ານາແຊງໄດ້ເນື້ອທີ່ 5.347 ເຮັກຕາ, ເທົ່າກັບ 50,77% ຂອງແຜນການ,ຜົນຜະລິດໄດ້ 22.629ໂຕນ, ເທົ່າກັບ 50% ຂອງແຜນການ (ແຜນ 45.288 ໂຕນ) ຊຶ່ງການຜະລິດເຂົ້ານາແຊງບໍ່ບັນລຸຕາມແຜນ ຍ້ອນການສະໜອງນໍ້າຈາກຊົນລະປະທານບໍ່ພຽງພໍ, ຊົນລະປະທານເປ່ເພບໍ່ໄດ້ຮັບການຟື້ນຟູສ້ອມແປງ, ບວກກັບຕົ້ນທຶນການຜະລິດສູງ ແລະ ການຫັນມາປູກພືດອື່ນ. ໃນ 6 ເດືອນລະບົບຊົນລະປະທານ ສາມາດສະໜອງນໍ້າໃນການຜະລິດລະດູແລ້ງໄດ້ 12.040 ເຮັກຕາ, ເທົ່າກັບ 86%ຂອງແຜນ, ໃນນີ້ ຫົດເນື້ອທີ່ນາແຊງ 5.604 ເຮັກຕາ ແລະ ເນື້ອທີ່ປູກພືດ 6.436 ເຮັກຕາ.

ການຜະລິດເຂົ້ານາປີ ກຽມດິນເນື້ອທີ່ຕົກກ້າສໍາເລັດ 100%, ນາຫວານປະຕິບັດໄດ້ 16.689 ເຮັກຕາ ແລະ ປັກດໍາໄດ້ 30.809 ເຮັກຕາ, ເທົ່າກັບ 85% ຂອງແຜນ(ແຜນ 55.882 ເຮັກຕາ), ເຂົ້າໄຮ່ປະຕິບັດໄດ້ 1.595 ເຮັກຕາ; ປູກພືດລະດູແລ້ງໄດ້ 24.448 ເຮັກຕາ, ເທົ່າກັບ 91% ຂອງແຜນການ(ແຜນ 26.643 ເຮັກຕາ), ເກັບກູ້ຜົນຜະລິດໄດ້ 316.624 ໂຕນ, ລື່ນແຜນ 32% ແລະ ປູກພຶດລະດູຝົນໄດ້ 36.215 ເຮັກຕາ, ລື່ນແຜນ 30%; ການຜະລິດຊີ້ນ, ປາ ແລະ ໄຂ່ ປະຕິບັດໄດ້ 16.818 ໂຕນ, ເທົ່າກັບ 50% ຂອງແຜນ (ແຜນ 36.621 ໂຕນ).

ການຜະລິດເປັນສິນຄ້າ ໄດ້ສຸມໃສ່ການປູກພືດ ແລະ ລ້ຽງສັດທີ່ຕະຫຼາດຕ້ອງການ ຊຶ່ງໄດ້ສຸມໃສ່ການປູກສາລີຫວານໄດ້ 579.75 ເຮັກຕາ, ຜົນຜະລິດໄດ້ 4.873 ໂຕນ, ລື່ນແຜນເທົ່າຕົວ;ສາລີແຂງ 687.44 ເຮັກຕາ, ຜົນຜະລິດໄດ້ 2.101 ໂຕນ, ເທົ່າກັບ 16,67% ຂອງແຜນການ;ມັນຕົ້ນ 6.251 ເຮັກຕາ, ຜົນຜະລິດ 390.660 ໂຕນ, ລື່ນແຜນ 27%;ໝາກໂມ 17.973 ໂຕນ, ລື່ນແຜນ 25%;ໝາກອຶ 2.874 ໂຕນ, ເທົ່າກັບ 50% ຂອງແຜນ;ພືດຜັກຕ່າງໆ 762 ເຮັກຕາ, ຜົນຜະລິດໄດ້ 6.814 ໂຕນ;ໝາກກ້ຽງນ້ອຍ 230 ເຮັກຕາ,ກ້ຽງໃຫຍ່18 ເຮັກຕາ(ຍັງບໍ່ໄດ້ເກັບຜົນຜະລິດ);

ໝາກນາວ 391ເຮັກຕາ, ຜົນຜະລິດໄດ້ 643 ໂຕນ;ໝາກພ້າວ 89 ເຮັກຕາ, ຜົນຜະລິດໄດ້ 193ໂຕນ;ໝາກຖົ່ວລຽນ 102 ເຮັກຕາ, ຜົນຜະລິດໄດ້ 650 ໂຕນ;ໝາກເງາະ 55 ເຮັກຕາ, ຜົນຜະລິດໄດ້ 546 ໂຕນ. ການລ້ຽງສັດ ແລະ ການປະມົງ ມີຄວາຍ 57.500 ໂຕ, ເທົ່າກັບ 99%ຂອງແຜນ;ງົວ 237.550 ໂຕ, ເທົ່າກັບ 98%ຂອງແຜນ;ໝູ161.300ໂຕ, ເທົ່າກັບ 62%ຂອງແຜນ; ແບ້ 28.800 ໂຕ,ເທົ່າກັບ 97,6%ຂອງແຜນ;ສັດປີກ 3,75 ລ້ານໂຕ, ເທົ່າກັບ 97%ຂອງແຜນ;ປາ 7.770 ໂຕນ, ເທົ່າກັບ 50% ຂອງແຜນ ແລະ ໄຂ່ 24,56 ລ້ານໜ່ວຍ, ເທົ່າກັບ 50% ຂອງແຜນ.

ການຈໍາໜ່າຍພາຍໃນ ແລະ ສົ່ງອອກຜະລິດຕະພັນກະສິກໍາປະຕິບັດໄດ້ 1.212,71 ຕື້ກີບ, ເທົ່າກັບ 73,68% ຂອງແຜນການ (ແຜນ 1.645,73 ຕື້ກີບ);ໃນນີ້, ຈໍາໜ່າຍພືດພາຍໃນ 38.564 ໂຕນ, ມູນຄ່າ 167,20 ຕຶ້ກີບ (ພືດຜັກ 32.877 ໂຕນ, ໝາກໄມ້ 5.686 ໂຕນ);ພືດປ້ອນເຂົ້າໂຮງງານພາຍໃນ 149.636 ໂຕນ, ມູນຄ່າ 373,26 ຕື້ກີບ (ສາລີຫວານ 848 ໂຕນ, ສາລີແຂງ 150 ໂຕນ, ຫົວຜັກທຽມ 10ໂຕນ, ມັນຕົ້ນດິບ 73.720 ໂຕນ, ມັນຕົ້ນແຫ້ງ 58.525 ໂຕນ, ໝາກເດືອຍ 15.472 ໂຕນ, ປາມ 142ໂຕນ ແລະ ຢາງພາລາ 767 ໂຕນ); ພືດສົ່ງອອກ 92.000 ໂຕນ, ມູນຄ່າ 26,89 ລ້ານໂດລາ (ໝາກກ້ວຍຫອມ 50.000 ໂຕນ, ມູນຄ່າ 12,50 ລ້ານໂດລາ, ໝາກໂມ 10.000 ໂຕນ, ມູນຄ່າ 2,50 ລ້ານໂດລາ, ໜາກອຶ 7.000 ໂຕນ, ມູນຄ່າ 1,75 ລ້ານໂດລາ, ເຂົ້າເປືອກ 600 ໂຕນ, ມູນຄ່າ 208.950 ໂດລາ, ຂີງ 55 ໂຕນ, ມູນຄ່າ 7.100 ໂດລາ, ສາລີແຂງ 150 ໂຕນ, ມູນຄ່າ 1.500 ໂດລາ, ໝາກເດືອຍ 695 ໂຕນ, ມູນຄ່າ 63.000 ໂດລາ, ມັນຕົ້ນແຫ້ງ 133 ໂຕນ, ມູນຄ່າ 106.400 ໂດລາ, ແປ້ງມັນຕົ້ນ 23.375 ໂຕນ, ມູນຄ່າ 9,76 ລ້ານໂດລາ; ປ້ອນສັດເຂົ້າໂຮງງານຂ້າສັດພາຍໃນ ແລະ ເປັນໂຕສົ່ງອອກຕ່າງແຂວງໄດ້ 166,09 ຕື້ກີບ (ສັດເຂົ້າໂຮງຂ້າສັດ 76,53 ຕື້ກີບ ແລະ ສັດສົ່ງອອກຕ່າງແຂວງ 89,56 ຕື້ກີບ.

ບັນດາໂຕເລກຊີ້ບອກຂ້າງເທິງນັ້ນ, ສະແດງເຖິງບົດບາດສຳຄັນຂອງຂະແໜງກະສິກຳ ໃນການຊຸກຍູ້ເສດຖະກິດແຂວງວຽງຈັນ ເຖິງຈະມີບາງຂໍ້ຄົງຄ້າງເປັນຕົ້ນກ່ຽວກັບຊົນລະປະທານທີ່ລະບຸຂ້າງເທິງນັ້ນ; ນອກນັ້ນ, ກໍຍັງມີບາງຂໍ້ຄົງຄ້າງໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການຜະລິດ ເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ ຍັງບໍ່ທັນເຮັດໄດ້ຢ່າງຕັ້ງໜ້າເທົ່າທີ່ຄວນ, ການສະໜອງແຫຼ່ງທຶນໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຍັງຊັກຊ້າ, ຫົວໜ່ວຍທຸລະກິດເນື່ອງຈາກຫົວໜ່ວຍທຸລະກິດຈຳນວນຫຼາຍບໍ່ໄດ້ຖືບັນຊີຕາມລະບຽບການ ແລະ ບັນຫາປັດໄຈການຜະລິດມີຕົ້ນທຶນສູງ; ຄ່າແຮງງານ, ຄ່າຝຸ່ນ-ຄ່າປຸ໋ຍ ແລະ ນໍ້າມັນເຊື້ອໄຟ. ສະນັ້ນ, ບັນຫາທີ່ກ່າວມານີ້, ກໍເປັນວຽກງານທີ່ຈະສຸມໃສ່ແກ້ໄຂ ເພື່ອບັນລຸຄາດໝາຍຂອງແຜນພັດທະນາ ທີ່ວາງໄວ້ ຊຶ່ງຂະແໜງກະສິກຳ ຈະຂະຫຍາຍຕົວ 4,2%, ກວມເອົາ 33,87% ຂອງ GDP ໂດຍຈະໄດ້ສູ້ຊົນຜະລິດເຂົ້າທັງໝົດໃຫ້ໄດ້ 62.824 ເຮັກຕາ, ຜົນຜະລິດ 300.524 ໂຕນ, ສະເລ່ຍເຂົ້າກິນໃຫ້ໄດ້ 570 ກິໂລ/ຄົນ, ປູກພຶດລະດູຝົນໃຫ້ໄດ້ 31.913 ເຮັກຕາ, ຜົນຜະລິດ 488.552 ໂຕນ ແລະ ຜະລິດຊີ້ນ, ປາ ແລະ ໄຂ່ 20.279 ໂຕນ; ສືບຕໍ່ສົ່ງອອກພືດໃຫ້ໄດ້ 35.000 ໂຕນ ແລະ ສັດຕ່າງໆ 62.132 ໂຕ, ມູນຄ່າ 520,62 ຕື້ກີບ; ປະກອບສ່ວນໃນໂຄງປະກອບເສດຖະກິດ ໃຫ້ GDPຂອງແຂວງບັນລຸໃນລະດັບ 5,4%, ຄິດເປັນມູນຄ່າ 11.189 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 1.191 ໂດລາ ຫຼື ເທົ່າກັບ 22,87 ລ້ານກີບ/ຄົນ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ