ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່

ກະຊວງ ຍທຂ ຊີ້ແຈງ ການສ້ອມແປງເສັ້ນທາງໃນໄລຍະໃໝ່
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.

 

ທ່ານ ເຫຼັກໄຫຼ ສີວິໄລ ຊີ້ແຈງວ່າ: ກະຊວງຍທຂໄດ້ມອບໃຫ້ບັນດາແຂວງ, ນະຄອນຫຼວງ ເປັນເຈົ້າການຄັດຈ້ອນເສັ້ນທາງຫຼວງແຫ່ງຊາດສາຍຫຼັກຈໍານວນໜຶ່ງທີ່ມີການເປ່ເພໜັກ, ມີການຂົນສົ່ງສິນຄ້າແລະໂດຍສານຫຼາຍເພື່ອສ້ອມແປງແລະປັບປຸງຍົກລະດັບໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ, ພ້ອມທັງມອບໃຫ້ແຂວງຄົ້ນຄວ້າຄັດເລືອກບໍລິສັດທີ່ມີທ່າແຮງ, ມີມາດຖານເງື່ອນໄຂຄົບຖ້ວນ ໃຫ້ສອດຄ່ອງຕາມລະບຽບການ ສາມາດປະຕິບັດໄດ້ຢ່າງວ່ອງໄວ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MoU)ເພື່ອດໍາເນີນການສໍາຫຼວດ, ສຶກສາຄວາມເປັນໄປໄດ້ແລະອອກແບບຕາມຂໍ້ກຳນົດຂອບເຂດໜ້າວຽກ (ToR) ເພື່ອໃຫ້ທັນຈັດຕັ້ງປະຕິບັດໃນປີ 2026 ແລະ ຜ່ານມາກໍໄດ້ມີ ແຂວງຈໍານວນໜຶ່ງໄດ້ສໍາເລັດການເຊັນ MOU ແລ້ວ ເປັນຕົ້ນແຂວງວຽງຈັນ, ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງນໍ້າທາ ຢູ່ບາງຕອນທາງຂອງບັນດາເສັ້ນທາງ 13 ເໜືອ, 13 ໃຕ້, ທາງເລກ 22 ພູເກົ້າຫຼັກ ກາສີ-ເມືອງນານ, R3, 1D, 1C, 7, 6, 8, ທາງເລກ 21 ປາກຊັນ-ທ່າສີ-ທາງ 1D ຊາຍແດນ ແຂວງໄຊສົມບູນ;ສະເພາະເສັ້ນທາງເລກ 9 ໄດ້ຕົກລົງສ້າງເປັນຕົວແບບໃນການປະຕິບັດ ໃນຮູບແບບ OPBRC ແລະ PRTCແມ່ນໄດ້ສໍາເລັດການເຊັນສັນຍາການກໍ່ສ້າງແລ້ວ ໃນວັນທີ 20 ຕຸລາ 2025 ແລະ ປັດຈຸບັນລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ໃຫ້ທີມງານວິຊາການລົງພາກສະໜາມ ແລະ ເລີ້ມຕົ້ນຈັດຕັ້ງປະຕິບັດຟື້ນຟູ ແລະ ສ້ອມແປງເສັ້ນທາງຕາມແຜນທີ່ກຳນົດໄວ້; ສ່ວນການເກັບເງິນແມ່ນຄາດວ່າຈະໃຫ້ໄດ້ເລີ່ມຕົ້ນເກັບເງິນໃນວັນທີ 1 ມັງກອນ 2026, ປັດຈຸບັນກະຊວງ ຍທຂ ໄດ້ເຫັນດີກຳນົດຈຸດເກັບເງິນ, ແບບແຕ້ມຈຸດເກັບເງິນ, ຄົ້ນຄວ້າອັດຕາການເກັບຄ່າຜ່ານທາງປະເພດລົດບັນທຸກສິນຄ້າ, ໂດຍສານທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ (ປັດຈຸບັນກໍາລັງສະເໜີຂັ້ນເທິງອະນຸມັດ) ແລະ ຈະເອົາທາງເລກ 9 ເປັນຕົວແບບໃຫ້ແກ່ເສັ້ນທາງອື່ນໆ. ສໍາລັບລະບົບເກັບເງິນແມ່ນຈະນໍາໃຊ້ລະບົບເກັບເງິນທີ່ທັນສະໄໝ, ຊິງຊັ່ງນໍ້າໜັກທັນສະໄໝ ຊຶ່ງກະຊວງ ຍທຂ ຈະສົມທົບກັບກະຊວງການເງິນ ໃນລາຍລະອຽດຕື່ມ.

ກະຊວງ ຍທຂ ໄດ້ຄົ້ນຄວ້າຟື້ນຟູກອງສ້ອມແປງທາງຄືນໃໝ່ ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ສໍາເລັດການອອກຂໍ້ຕົກລົງວ່າດ້ວຍການຈັດຕັ້ງການເຄື່ອນໄຫວຂອງໜ່ວຍງານສ້ອມແປງເສັ້ນທາງຫຼວງ ຊຶ່ງນິຕິກຳດັ່ງກ່າວຈະເປັນນິຕິກຳພື້ນຖານ ແລະ ເປັນບ່ອນອີງໃຫ້ແກ່ການສ້າງໜ່ວຍງານສ້ອມແປງ ຢູ່ນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ຊຶ່ງງົບປະມານກອງທຶນທາງໃນປີ 2026 ແມ່ນໄດ້ແບ່ງໃຫ້ ແຂວງລະ 1,5 ຕື້ກີບ.

ທ່ານ ເຫຼັກໄຫຼ ສີວິໄລ ຊີ້ແຈງຕື່ມວ່າ: ສໍາລັບມາດຕະການໃນການຄວບຄຸມນໍ້າໜັກ, ກະຊວງ ຍທຂ ໄດ້ອອກແຈ້ງການ ໃຫ້ຈັດເກັບຄ່າຜ່ານທາງ ສໍາລັບລົດບັນທຸກສິນຄ້າ ໂດຍສະເພາະລົດຂົນສົ່ງແຮ່ ເພື່ອມາສ້ອມແປງ, ຟື້ນຟູ ແລະ ບູລະນະຮັກສາ ທາງຫຼວງ ຕາມເນື້ອໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍມອບໃຫ້ທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ຈະຄົ້ນຄວ້າເກັບໃນລະຫວ່າງ 1.5 ໂດລາ/ໂຕນແຮ່ທາດຕໍ່ຖ້ຽວໄລຍະທາງ 10 ກມ ຂຶ້ນໄປ ກໍລະນີໄລຍະການຂົນສົ່ງຜ່ານເສັ້ນທາງບໍ່ຮອດ 10 ກມ ໃຫ້ເກັບຫຼຸດອັດຕາທີ່ສອງຝ່າຍເອກະພາບກັນ; ສໍາລັບງົບປະມານທີ່ເກັບໄດ້ ແມ່ນມອບເຂົ້າກອງທຶນທາງເພື່ອມາສ້ອມແປງ, ຟື້ນຟູທາງຫຼວງ.

(ຂ່າວ: ວັນເພັງ, ພາບ: ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ