![]() |
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເສີມສ້າງມິດຕະພາບຄວາມເປັນນໍ້າໜຶ່ງໃຈດຽວ, ການພົວພັນຮ່ວມມືໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ມີການລັກລອບນໍາເຂົ້າ-ສົ່ງອອກຜ່ານຊາຍແດນຂອງສອງປະເທດໃຫ້ຫຼຸດໜ້ອຍລົງເທື່ອລະກ້າວ ແລະ ກາຍເປັນຊາຍແດນທີ່ປອດຢາເສບຕິດ ແນໃສ່ເຮັດໃຫ້ປະຊາຊົນສອງຊາດມີຄວາມສະຫງົບ ຊຶ່ງການຮ່ວມມືກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລະຫວ່າງສອງລັດຖະບານ ລາວ-ໄທໄດ້ມີການຮ່ວມມືກັນມາດົນນານແລ້ວ, ມີທັງລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບລັດຖະມົນຕີ ມີການພັດປ່ຽນກັນເປັນເຈົ້າພາບ ຊຶ່ງໃນທ້າຍປີ 2025 ທີ່ຈະມາເຖິງນີ້ ທີ່ຣາຊະອານາຈັກໄທ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສອງຝ່າຍລາວ-ໄທ ຄັ້ງທີ 21 ວ່າດ້ວຍການຮ່ວມມືເພື່ອຄວບຄຸມຢາເສບຕິດ.
![]() |
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງສອງປະເທດ, ແລກປ່ຽນຄໍາຄິດເຫັນ, ປຶກສາຫາລືເພື່ອຊອກຫາທິດທາງແກ້ໄຂ ກໍຄືແຜນການຮ່ວມມືສອງຝ່າຍ ໃນຕໍ່ໜ້າເຊັ່ນ: ການຮ່ວມປະຕິບັດມາດຕະການທາງດ້ານກົດໝາຍ, ການສືບສວນນໍາຈັບເປົ້າໝາຍທີ່ມີໝາຍຈັບສົ່ງໃຫ້ກັນ ແລະ ກັນ, ການແລກປ່ຽນຂໍ້ມູນຂ່າວສານ, ການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ແລະ ບັນຫາອື່ນໆອີກ.
ຂ່າວ: ບຸນພະຈັນ
ຄໍາເຫັນ