ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ກະຊວງການຕາງປະເທດ ລາວ-ຫວຽດນາມປກສາຫາລດານການເມອງ ຄງທ 12 ທ ນະຄອນຫວງຮາໂນຍ - image 1
 

ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງນີ້ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ທັນວາ 2025, ທີ່ ນະຄອນຫຼວງຮ່າໂນ້ຍ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ເລ ຮວ່າຍ ຈຸງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດ ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເຂົ້າຮ່ວມ. ໃນໂອກາດນີ້, ສອງຝ່າຍໄດ້ຮ່ວມກັນຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງ ໃນການເປັນເສນາທິການວຽກງານການຕ່າງປະເທດ, ການຕິດຕາມ ແລະ ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງສອງປະເທດໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ເພື່ອເຮັດໃຫ້ການພົວພັນຮ່ວມມືນັບມື້ນັບມີປະສິດທິພາບ, ປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຫວຽດນາມ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບໃໝ່ເພື່ອໃຫ້ແທດເໝາະກັບສະພາບການພາກພື້ນ ແລະ ສາກົນໃນປັດຈຸບັນກໍຄືຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ, ເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດເປັນ:ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງປະເທດນັບມື້ນັບແໜ້ນແຟ້ນ ແລະແຕກດອກອອກຜົນຍິ່ງໆຂຶ້ນນໍາເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ.ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງປະເທດໃນໄລຍະຜ່ານມາທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດ ເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືກັນໃນລະດັບສູງສຸດ ແລະ ມີການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ. ພິເສດ, ການພົວພັນຮ່ວມມື ທາງດ້ານການຄ້າ-ການລົງທຶນຂອງສອງປະເທດ ກໍຂະຫຍາຍຕົວຢ່າງຕໍ່ເນື່ອງ, ມູນຄ່າການຄ້າສອງສົ້ນ ໃນຕົ້ນປີ 2025 ບັນລຸເກືອບ 3 ຕື້ໂດລາ ແລະ ການລົງທຶນຂອງຫວຽດນາມ ຢູ່ ສປປລາວ ສືບຕໍ່ຢູ່ແຖວໜ້າຂອງບັນດາປະເທດທີ່ມາລົງທຶນຢູ່ສປປ ລາວ, ຊຶ່ງປະກອບສ່ວນອັນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ກະຊວງການຕາງປະເທດ ລາວ-ຫວຽດນາມປກສາຫາລດານການເມອງ ຄງທ 12 ທ ນະຄອນຫວງຮາໂນຍ - image 2
 

ສະເພາະການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນສືບຕໍ່ມີຄວາມສະໜິດແໜ້ນຕະຫຼອດໄລຍະຜ່ານມາ, ບັນດາກົມ ແລະ ສໍານັກງານຕາງໜ້າການທູດຢູ່ຕ່າງປະເທດລະຫວ່າງສອງປະເທດ ໄດ້ມີການພົບປະແລກປ່ຽນຂໍ້ມູນຂ່າວສານນຳກັນຢ່າງເປັນປົກກະຕິ ແລະ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື ໂດຍສະເພາະການເປັນເສນາທິການໃຫ້ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ສຸມໃສ່ການຊຸກຍູ້ ແລະ ຕິດຕາມບັນດາກະຊວງ, ຂະແໜງຂອງສອງປະເທດໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ຂອງສອງກະຊວງໄລຍະ 2026-2030 ໃຫ້ປະກົດຜົນເປັນຮູບປະທໍາ.ສໍາລັບທິດທາງແຜນການຮ່ວມມືຕໍ່ໜ້າ, ສອງຝ່າຍເຫັນດີຈະສືບຕໍ່ ຈັດຕັ້ງຜັນຂະຫຍາຍຜົນສຳເລັດການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ຜົນກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ - ຫວຽດນາມ ແລະຜົນກອງປະຊຸມ ຄັ້ງທີ 48 ຂອງ ຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ -ຫວຽດນາມ ແລະ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດເພື່ອກະກຽມໃຫ້ແກ່ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ໃນປີ 2026 ທີ່ຈະມາເຖິງນີ້.

ກະຊວງການຕາງປະເທດ ລາວ-ຫວຽດນາມປກສາຫາລດານການເມອງ ຄງທ 12 ທ ນະຄອນຫວງຮາໂນຍ - image 3
 

ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ແມ່ນກົນໄກທີ່ມີຄວາມສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງຂະແໜງການຕ່າງປະເທດ ລາວ-ຫວຽດນາມ ໃນຖານະເປັນເສນາທິການດ້ານການຕ່າງປະເທດໃຫ້ແກ່ພັກ ແລະ ລັດ.ພິເສດ, ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ນຳໂດຍພັນລະຍາລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ພົບປະແລກປ່ຽນຄຳຄິດເຫັນຮ່ວມກັບ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຂອງຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງສະຫະພັນແມ່ຍິງລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ການປະຊຸມປຶກສາຫາລືທາງດ້ານການເມືອງ ກໍຄື ການພົບປະແລກປ່ຽນລະຫວ່າງ ສອງສະຫະພັນແມ່ຍິງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໄດ້ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນ ເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ເພີ່ມເຕີມ