ກະຊວງຍຸຕິທໍາ ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ

ກະຊວງຍຸຕິທໍາ ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ

ກະຊວງຍຸຕິທໍາ ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ
ກະຊວງຍຸຕິທໍາໄດ້ໂຄສະນາເຜີຍແຜ່ກົດໝາຍມີຜົນສໍາເລັດຫຼາຍດ້ານ. ທ່ານ ໄພວີ ສີບົວລິພາ ລັດຖະ ມົນຕີກະຊວງຍຸຕິທໍາໄດ້ລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.
ກະຊວງຍຕທາ ໂຄສະນາເຜຍແຜກດໝາຍມຜນສາເລດຫາຍດານ - image 1
 

ທ່ານ ໄພວີ ສີບົວລິພາ ກ່າວວ່າ: ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານປັດຈຸບັນມີຈໍານວນ 147 ສະບັບຄື: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 1 ສະບັບ, ກະຊວງພາຍໃນ 5 ສະບັບ, ກະຊວງຍຸຕິທໍາ 10 ສະບັບ, ກະຊວງການຕ່າງປະເທດ 5 ສະບັບ, ກະຊວງປ້ອງກັນປະເທດ 5 ສະບັບ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 10 ສະບັບ, ກະຊວງປ້ອງກັນຄວາມສະຫງົບ 9 ສະບັບ, ກະຊວງສຶກສາທິການ ແລະ ກິລາ 6 ສະບັບ, ກະຊວງອຸດສະຫະກໍາ ແລະ ການຄ້າ 12 ສະບັບ, ກະຊວງພະລັງງານ ແລະ ບໍ່ແຮ່ 3 ສະບັບ, ກະຊວງການເງິນ 16 ສະບັບ, ກະຊວງແຜນການ ແລະ ການລົງທຶນ 4 ສະບັບ, ກະຊວງກະສິກໍາ ແລະ ປ່າໄມ້ 10 ສະບັບ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ສະບັບ, ກະຊວງສາທາລະນະສຸກ 13 ສະບັບ, ກະຊວງໂຍທາທິການ ແລະ ຂົນສົ່ງ 11 ສະບັບ, ກະຊວງເຕັກໂນໂລຊີ ແລະ ການສື່ສານ 10 ສະບັບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 6 ສະບັບ ແລະ ທະນະຄານແຫ່ງ ສປປ ລາວ 6 ສະບັບ. ໃນ 147 ກົດໝາຍ ໄດ້ໂຄສະນາເຜີຍແຜ່ 143 ກົດໝາຍ. ໃນນີ້, ກົດໝາຍທີ່ຍັງບໍ່ໄດ້ໂຄສະນາມີ 4 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ, ພິພິທະພັນ, ວິຈິດສິນ, ການພັດທະນາສີມືແຮງງານ (ກົດໝາຍວ່າດ້ວຍການພັດທະນາສີມືແຮງງານແມ່ນສ້າງໃໝ່ ຊຶ່ງໄດ້ປະກາດໃຊ້ໃນວັນທີ 23 ມັງກອນ 2025 ຕາມລັດຖະດໍາລັດຂອງປະທານປະເທດ).

ກະຊວງຍຕທາ ໂຄສະນາເຜຍແຜກດໝາຍມຜນສາເລດຫາຍດານ - image 2
 

ທ່ານ ໄພວີ ສີບົວລິພາ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ຊຶ່ງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງແຜນການ, ແຜນງານ ແລະ ໂຄງການໂຄສະນາເຜີຍແຜ່ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຜ່ານຮູບການຕ່າງໆ ແມ່ນມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນໄດ້ຈັດພິມປຶ້ມກົດໝາຍ 4 ຂົງເຂດ, ປື້ມສັງລວມກົດໝາຍສ້າງໃໝ່ ແລະ ປັບປຸງແຈກຢາຍໃຫ້ສໍານັກງານ, ອົງການ ພ້ອມທັງສະໜອງເຂົ້າຕູ້ປື້ມກົດໝາຍປະຈໍາບ້ານໄດ້ທັງໝົດ 356,489 ຫົວ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ນໍາໃຊ້; ໂຄສະນາເຜີຍແຜ່ເຊື່ອມຊຶມກົດໝາຍຢູ່ບ້ານ, ກຸ່ມບ້ານ, ສໍານັກງານອົງການລັດ ແລະ ເອກະຊົນ, ສະຖານການສຶກສາເພື່ອເຊື່ອມຊຶມໃຫ້ພະນັກງານ-ລັດຖະກອນ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າໄດ້ຈໍານວນ 106,568 ຄັ້ງ ຊຶ່ງມີຜູ້ເຂົ້າຮ່ວມ 20,550,014 ເທື່ອຄົນ (ຍິງ 5,754,583 ເທື່ອຄົນ); ໂຄສະນາເຜີຍແຜ່ຜ່ານສື່ມວນຊົນດ້ວຍການຜະລິດລາຍການຄວາມຮູ້ທາງດ້ານກົດໝາຍ, ລະຄອນສັ້ນ, ສາລະຄະດີ, ສະປັອດໂຄສະນາ, ແຜ່ນພັບ, ໂພສເຕີເປັນພາສາລາວ, ພາສາມົ້ງ ແລະ ພາສາກຶມມຸ ເຜີຍແຜ່ຜ່ານວິທະຍຸ, ໂທລະພາບ, ໂທລະໂຄ່ງ, ເຟສບຸກ (Facebook), ຢູທູບ (YouTube), ວາລະສານ ແລະ ໜັງສືພິມ; ໂຄສະນາເຜີຍແຜ່ຜ່ານເວັບໄຊຈົດໝາຍເຫດທາງລັດຖະການຂອງລັດຖະບານ, ແອັບກົດໝາຍລາວຂອງກະຊວງຍຸຕິທຳ ແລະ ເວັບໄຊຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ. ໃນນີ້, ມີຜູ້ເຂົ້າຊົມໃຊ້ຈົດໝາຍເຫດທາງລັດຖະການ 249,000 ເທື່ອຄົນ, ຜູ້ເຂົ້າຊົມໃຊ້ແອັບກົດໝາຍລາວ 136,732 ຄັ້ງ; ຄົ້ນຄວ້າຫັນເອົາກົດໝາຍເຂົ້າໃນຫຼັກສູດການສຶກສາທັງພາກລັດ ແລະ ເອກະຊົນ ພ້ອມທັງເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ອົງການຈັດ ຕັ້ງຂັ້ນບ້ານໄດ້ 1,507 ຄົນ ຍິງ 447 ຄົນ. (ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ