![]() |
ກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ດັ່ງນີ້:
ຮັບຟັງການລາຍງານ ໂດຍສັງເຂບ ກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງອົງການປົກຄອງແຂວງ ໄລຍະ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍ ປີ 2025.ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025. ຈະຮັບຮອງເອົາຊື່ເອີ້ນ: ປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ຈະຮັບຮອງເອົາປະທານຄະນະກໍາມະການປົກຄອງເມືອງ 8ເມືອງຂອງແຂວງ; ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງແຂວງ. ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານໄພພິບັດໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025. ຮັບຟັງບົດລາຍງານ ກ່ຽວກັບການກໍ່ສ້າງ-ສ້ອມແປງເສັ້ນທາງ ຢູ່ແຂວງ. ຮັບຟັງບົດລາຍງານ ກ່ຽວກັບການສະຫຼຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ແລະ ການປະເມີນນິຕິກໍາໃຕ້ກົດໝາຍ 4 ສະບັບ ຢູ່ແຂວງ. ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ພິຈາລະນາຮັບຮອງເອົາການສ້າງນິຕິກໍາທີ່ສຳຄັນຂອງແຂວງ ຈໍານວນ 3 ສະບັບ ຄື:ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຕະຫຼາດ ຂະໜາດນ້ອຍຢູ່ແຂວງສາລະວັນ(ສ້າງໃໝ່),ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງອູ່ສ້ອມແປງພາຫະນະຢູ່ແຂວງສາລະວັນ(ສ້າງໃໝ່), ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເກັບລາຍຮັບຈາກຊັບພະຍາກອນທໍາມະຊາດ ແລະ ເຄື່ອງປ່າຂອງດົງຢູ່ແຂວງສາລະວັນ (ສ້າງໃໝ່). ນອກຈາກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງສາລະວັນ.
(ພາບ: ນາງ ຈັນທີ ດວງປັນຍາ, ຂ່າວ: ດີລໍາພົນ ພົມມະຈັນ)
ຄໍາເຫັນ