ຄໍາມ່ວນ ປະກາດຮັບຮອງເປັນແຂວງສະຫະພັນແມ່ຍິງ 3 ດີ

ຄໍາມ່ວນ ປະກາດຮັບຮອງເປັນແຂວງສະຫະພັນແມ່ຍິງ 3 ດີ

ຄໍາມ່ວນ ປະກາດຮັບຮອງເປັນແຂວງສະຫະພັນແມ່ຍິງ 3 ດີ
ໂດຍປະຕິບັດຕາມ ຂໍ້ຕົກລົງສະບັບເລກທີ 338/ສສຍລ ວ່າດ້ວຍການອະນຸມັດປະກາດຮັບຮອງ ແຂວງຄໍາມ່ວນ ເປັນແຂວງສະຫະພັນແມ່ຍິງ 3 ດີ. ໂອກາດດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຄໍາມ່ວນຄັ້ງທີ XI ວັນທີ 8 ພຶດສະພາ 2025 ທີ່ສະໂມສອນແຂວງ ໄດ້ມີພິທີປະກາດ ແລະ ຮັບຮອງ ແຂວງຄໍາມ່ວນ ເປັນແຂວງສະຫະພັນແມ່ຍິງ 3 ດີ ຄັ້ງທໍາອິດຂອງແຂວງ,

 ໃຫ້ກຽດລັ່ນຄ້ອງ, ເປີດປ້າຍໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍການນໍາຂອງແຂວງ, ແຂກຖຶກເຊີນເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ຄະນະພັກ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຂອງແມ່ຍິງໃນໄລຍະ 5 ປີຜ່ານມາ, ຊຶ່ງປະກອບມີຈໍານວນ 1 ກົມກອງ ແລະ 27 ທ່ານ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຕໍ່ 2 ຮ່າງດໍາລັດ

ກະຊວງການຕ່າງປະເທດ ຈັດກອງປະຊຸມທາບທາມຄຳເຫັນຕໍ່ 2 ຮ່າງດໍາລັດ

ໃນວັນທີ 8 ພຶດສະພານີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC,ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວຢູ່ບໍລິເວນຊາຍແດນ ແລະ ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງພະນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງການຕ່າງປະເທດ ທີ່ປະຈໍາຢູ່ ສປປ ລາວ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສີສຸລາດຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມມາຈາກບັນດາກະຊວງ ແລະ ອົງການຂັ້ນສູນກາງ.
ກອງບັນຊາການທະຫານອາກາດ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາປີ 2025

ກອງບັນຊາການທະຫານອາກາດ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາປີ 2025

ກອງບັນຊາການທະຫານອາກາດເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈໍາປີ 2025 ຂຶ້ນໃນວັນທີ 7 ພຶດສະພາຜ່ານມາໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດ ປະເມີນຄືນການປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ

ສະຫວັນນະເຂດ ປະເມີນຄືນການປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວ ແຂວງສະຫວັນນະເຂດ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.
ສຸມໃສ່ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງແລະ ການສົ່ງອອກ

ສຸມໃສ່ການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງແລະ ການສົ່ງອອກ

ໂດຍ: ສ.ບຸດປະຊາ ໃນທິດທາງແຜນການປີ 2025 ນີ້, ລັດຖະບານ ໂດຍສະເພາະກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີຫຼາຍວຽກງານຈຸດສຸມທີ່ວາງຄາດໝາຍສູ້ຊົນ ໃຫ້ຮັບປະກັນດ້ານສະບຽງອາຫານ ແລະ ເປັນສິນຄ້າເພື່ອສົ່ງອອກ ຊຶ່ງໃນນັ້ນກໍໄດ້ວາງໃຫ້ສຸມໃສ່ຈັດຕັ້ງປະຕິບັດການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງ ແລະ ສົ່ງອອກ.
ຫ້ອງວ່າການສູນກາງພັກ ສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສູນກາງພັກ ສະຫຼຸບວຽກງານກວດກາ ປະຈຳປີ 2024

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ແລະ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2024 ຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ ຫສພ ໂດຍການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ປະທານກວດກາອົງຄະນະພັກ ຫສພ ຮອງຫົວໜ້າ ຫສພ;

ຄະນະນໍາສະຫະພັນແມ່ຍິງກອງທັບຢ້ຽມຢາມ ແລະ ໃຫ້ກໍາລັງໃຈຜູ້ໄດ້ຮັບບາດເຈັບຢູ່ໂຮງໝໍສູນກາງ 103 ກອງທັບ

ຄະນະນໍາສະຫະພັນແມ່ຍິງກອງທັບຢ້ຽມຢາມ ແລະ ໃຫ້ກໍາລັງໃຈຜູ້ໄດ້ຮັບບາດເຈັບຢູ່ໂຮງໝໍສູນກາງ 103 ກອງທັບ

ຄະນະນໍາສະຫະພັນແມ່ຍິງກອງທັບ ນຳໂດຍສະຫາຍ ພັນເອກນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານ-ນັກຮົບທີ່ໄດ້ຮັບບາດເຈັບຈາກການປະຕິບັດໜ້າທີ່ທີ່ກຳລັງປິ່ນປົວຢູ່ໂຮງໝໍສູນກາງ 103 ກອງທັບ.
ເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມການພັດທະນາຮອບດ້ານພາຍໃນຈຸດສຸມຈຽງຕູບ

ເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມການພັດທະນາຮອບດ້ານພາຍໃນຈຸດສຸມຈຽງຕູບ

ການພັດທະນາບັນດາພື້ນຖານໂຄງລ່າງຮອບດ້ານພາຍໃນຂອບເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ເຫັນໄດ້ວ່າມີຄວາມຄືບໜ້າຫຼາຍ. ໃນນີ້, ມີຫຼາຍໂຄງການໄດ້ກໍ່ສ້າງສໍາເລັດແລ້ວ ແລະ ບາງໂຄງການກຳລັງດຳເນີນການຢູ່ ຊຶ່ງເຫັນວ່າທຸກຂະແໜງການໃນເຂດຈຸດສຸມຈຽງຕູບແມ່ນໄດ້ກ້າວໄປໄວສົມຄວນ, ທັງນີ້ ກໍເພື່ອກະກຽມຄວາມພ້ອມໃນດ້ານພື້ນຖານໂຄງລ່າງທີ່ຈຳເປັນ ແລະ ມີຄວາມສຳຄັນຕໍ່ການສ້າງໃຫ້ຈຸດສຸມຈຽງຕູບກາຍເປັນຕາແສງຈຽງຕູບຕາມການຕົກລົງເຫັນດີຂອງສູນກາງພັກ.
ສະຫຼຸບວຽກງານໄພພິບັດ ທີ່ເກີດຂຶ້ນໃນທ້າຍເດືອນກໍລະກົດ 2024 ຢູ່ເມືອງວຽງຄໍາ

ສະຫຼຸບວຽກງານໄພພິບັດ ທີ່ເກີດຂຶ້ນໃນທ້າຍເດືອນກໍລະກົດ 2024 ຢູ່ເມືອງວຽງຄໍາ

ກອງປະຊຸມສະຫຼຸບວຽກງານຕອບໂຕ້ໄພພິບັດ (ນໍ້າຖ້ວມ) ທີ່ເກີດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ 2024 ຢູ່ເມືອງວຽງຄໍາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນ ໃນວັນທີ 6 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງ ທ່ານ ຄຳສິງ ສຸດທິດາ ຮັກສາການເຈົ້າເມືອງ, ທ່ານ ສົມບູນ ພົມມະປັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ໄຊສົມບູນ ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໄຊສົມບູນ ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈໍາປີ 2025

ໃນຕອນເຊົ້າຂອງວັນທີ 7 ພຶດສະພາຜ່ານມານີ້, ແຂວງໄຊສົມບູນ ໄດ້ຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຖະໜົນ ປະຈຳປີ 2025 ຢູ່ທີ່ສະໂມສອນເມືອງອະນຸວົງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ
ເພີ່ມເຕີມ