ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI
ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຄາມວນ ປກສາຫາລ ການກະກຽມກອງປະຊມໃຫຍຜແທນອງຄະນະພກແຂວງ ສະໄໝທ XI - image 1
 

ກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງເພີ່ມຕື່ມ ກ່ຽວກັບການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI ພ້ອມທັງຜ່ານແຜນການເຄື່ອນໄຫວ ໂດຍໄດ້ມີການກໍານົດ ວັນ, ເວລາ ເລີ່ມແຕ່ການດຳເນີນການທາບທາບໃນຮອບທີ I, II, III, ການດໍາເນີນຊີວິດການເມືອງໃນຄະນະບໍລິຫານງານພັກແຂວງທ້າຍສະໄໝ ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ລວມເຖິງການກຳນົດເອົາທ້າຍເດືອນກັນຍາ 2025 ໃນການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI.

ໂອກາດນີ້, ສະຫາຍ ເລຂາພັກແຂວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ໂດຍສະເໜີໃຫ້ເອົາໃຈໃສ່ລົງເລິກກ່ຽວກັບການຄົ້ນຄວ້າ ກຳນົດຄໍາຂວັນ ຂອງກອງປະຊຸມໃຫຍ່ ໃຫ້ມີເນື້ອໃນທີ່ແທດເໝາະ ເພື່ອເປັນບ່ອນອີງໃນການສູ້ຊົນຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການກຳນົດວິໄສທັດ, ແຜນຍຸດທະສາດ, ທິດທາງແຜນການ ລວມເຖິງແຜນຄາດໝາຍສູ້ຊົນ, ທ່າແຮງບົ່ມຊ້ອນ ແລະ ບັນດາໜ້າວຽກຕ່າງໆ ທີ່ຈະກຳນົດເຂົ້າໃນຮ່າງລາຍງານການເມືອງຂອງແຂວງ ໃນ 5 ປີຕໍ່ໜ້າ ໃຫ້ມີຄວາມຮັດກຸມ, ແທດເໝາະ, ມີເນື້ອໃນສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຮັບຜົນເປັນຈິງ, ເອົາໃຈໃສ່ເປັນເຈົ້າການໃນການກະກຽມ ທາງດ້ານການກຳນົດເນື້ອໃນເອກະສານທີ່ກ່ຽວຂ້ອງຕ່າງໆ ສ້າງເປັນແບບຟອມ, ຮ່າງເອກະສານ ເພື່ອສະໜອງໄດ້ທັນຕາມກຳນົດເວລາ ແລະ ຮັບປະກັນດຳເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການຕ່າງໆ, ເອົາໃຈໃສ່ ໂຄສະນາ, ຊຸກຍູ້ປຸກລະດົມຂະບວນການ ເພື່ອໃຫ້ຖັນແຖວພະນັກງານ-ສະມາຊິກພັກ ກໍຄືປະຊາຊົນບັນດາເຜົ່າໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມ ຕາມພາລະບົດບາດ, ໜ້າທີ່ ຂອງພົນລະເມືອງລາວ ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງຂຶ້ນ, ມີການກະກຽມສິລະປະວັນນະຄະດີ, ຂະບວນການອະນາໄມ, ປະດັບປະດາເຮືອນຊານບ້ານຊ່ອງ, ຖະໜົນຫົນທາງ, ສຳນັກງານຫ້ອງການ ແລະ ສະຖານທີ່ສາທາລະນະຕ່າງໆ ໃຫ້ມີຄວາມສະອາດ ງາມຕາ, ມີການຂຶ້ນແຜນທາງດ້ານງົບປະມານຮັບໃຊ້ໃຫ້ແກ່ການດຳເນີນກອງປະຊຸມ ບົນຈິດໃຈປະຢັດ ແລະ ຮັບປະກັນດ້ານຄຸນນະພາບຂອງວຽກງານ ແລະ ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ທັງໄລຍະຂອງການກະກຽມ ແລະ ໄລຍະການດຳເນີນກອງປະຊຸມ ເພື່ອຮັບປະກັນ ທາງດ້ານຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ເພີ່ມເຕີມ