ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V
ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ຄາມວນຈດກອງປະຊມ ເພອດາເນນການເລອກຕງສະມາຊກສະພາແຫງຊາດ ຊດທ X ແລະ ສະພາປະຊາຊນຂນແຂວງ ຊດທ V - image 1
 

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານ ການກະກຽມວຽກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ແຜນການຂອງຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນໃນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 337/ຄປາຈ. ສພຊ, ລົງວັນທີ 5 ທັນວາ 2025; ມະຕິກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025; ຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ, ຢູ່ສະຖານທູດ, ກົງສູນລາວ ແລະ ສຳນັກງານຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ຢູ່ຕ່າງປະເທດ, ສະບັບເລກທີ 08/ຄລຊ, ລົງວັນທີ 27 ພະຈິກ 2025; ມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ສະບັບເລກທີ 334/ດປຈ.ສພຂ, ລົງວັນທີ 4 ທັນວາ 2025, ມະຕິ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 01/ຄລຂ.ດມ, ລົງວັນທີ 5 ທັນວາ 2025; ແຜນດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງ ຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 02/ຄລຂ.ຄມ, ລົງວັນທີ 5 ທັນວາ 2025. ຄົ້ນຄວ້າ, ພິຈາລະນາ ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະນະກຳມະການ ເລືອກຕັ້ງຂັ້ນແຂວງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ພ້ອມທັງຄົ້ນຄວ້າ, ພິຈາລະນາ ຮ່າງມະຕິ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອະນຸກຳມະການ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ.

ຈຸດປະສົງ, ເພື່ອສະຫຼຸບ-ລາຍງານ ການຫ້າງຫາກະກຽມບັນດາເອກະສານ ວຽກເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພື່ອຈັດຕັ້ງປະຕິບັດໃນແຕ່ລະບາດກ້າວ ແຜນດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງ ເພື່ອດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ເວລາທີ່ກຳນົດໄວ້.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວການເມືອງ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ສະເໜີໃຫ້ ສສຊ ເພີ່ມທະວີການຄົ້ນຄວ້າໃຫ້ລະອຽດເລິກເຊິ່ງ ຊັດເຈນກ່ອນຮັບຮອງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ສູນກາງແນວລາວສ້າງຊາດ,ໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພີ່ມທະວີໃນການຄົ້ນຄວ້າໃຫ້ລະອຽດ, ເລິກເຊິ່ງ ແລະ ຊັດເຈນຕື່ມກ່ອນທີ່ຈະຮັບຮອງ.
ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ສພຊ ໄດ້ພິຈາລະນາຮັບຮອງການສ້າງ ແລະ ປັບປຸງກົດໝາຍ 87 ສະບັບ

ໃນໄລຍະ 5 ປີ (2021-2025), ສະພາແຫ່ງຊາດ (ສພຊ) ໄດ້ພິຈາລະນາຮັບຮອງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 87 ສະບັບ; ໃນນີ້, ກົດໝາຍສ້າງໃໝ່ 24 ສະບັບ ແລະ ກົດໝາຍປັບປຸງ 63 ສະບັບ ເທົ່າກັບ 90.62% ຂອງແຜນການ 5 ປີ ແລະ ມາຮອດປັດຈຸບັນ ສປປ ລາວ ມີກົດໝາຍທັງໝົດ 176 ສະບັບ. ນອກຈາກຜົນງານດ້ານນິຕິບັນຍັດນີ້, ກໍຍັງມີຜົນງານໃນດ້ານຕ່າງ; ຂະນະດຽວກັນ, ກໍໄດ້ມີແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026.
ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ຊີ້ແຈງຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູນງສຸດ (ສປສສ) ໄດ້ຂຶ້ນຊີ້ແຈງຕາມເນື້ອໃນເຈາະຈີ້ມ ແລະ ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນ ຕໍ່ກັບວຽກງານບໍລິຫານສານ ແລະ ບໍລິຫານຄະດີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ສສຊ ປະກອບຄໍາເຫັນໂດຍເນັ້ນໃສ່ ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030),ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊາສູງສຸດ (ອອປສ) ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ; ໃນນີ້, ສສຊ ໄດ້ມີຄຳເຫັນໂດຍສ່ວນໃຫຍ່ແມ່ນເນັ້ນໃສ່ບັນຫາການດຳເນີນຄະດີ ທີ່ຍັງຊັກຊ້າ; ຂະນະທີ່, ສສຊ ກໍໄດ້ສະເໜີໃຫ້ສືບຕໍ່ສ້າງ, ຝຶກຜູ້ພິພາກສາ ແລະ ພະນັກງານສານ ໃຫ້ເປັນມືອາຊີບ.
ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ສສຊສະເໜີໃຫ້ມີການກາຄືນ ທາດແທ້ຂອງສານ ແລະ ໄອຍະການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນ ຕໍ່ບົດລາຍງານກ່ຽວກັບການແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໃນນີ້ ທ່ານຈະເລີນເຢຍປາວເຮີຮອງປະທານສະພາແຫ່ງຊາດສສຊເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກໍໄດ້ສະເໜີ ສສຊສະເໜີໃຫ້ມີການກວດສອບທາດແທ້ຂອງສານແລະໄອຍະການ.
ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ

ໃນວັນທີ 11 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX (ລະຫວ່າງວັນທີ 10 ຫາ 21ພະຈິກ 2025).
ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ເນັ້ນຄໍາເຫັນເຈາະຈີ້ມ ໃນການປະກອບຄໍາເຫັນ ຕໍ່ ສປສສ ແລະ ອອປສ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມຂອງວາລະດັ່ງກ່າວ ໄດ້ມີບາງຄໍາເຫັນເຈາະຈີ່ມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026 ຂອງ ສານປະຊາຊົນສູງສຸດ (ສປສສ) ແລະ ຂອງອົງການໄອຍະການປະຊາຊົນສູງສຸດ (ອອປສ) ຊຶ່ງໄດ້ມີຄໍາເຫັນດັ່ງນີ້:
ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ສະໜີ ອອປສ 7 ທັດສະນະ ເພື່ອໃຫ້ແຜນປີ 2026 ມີຜົນສຳເລັດ

ໃນຕອນບ່າຍວັນທີ 17 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງ ອອປສ ຊຶ່ງໄດ້ກ່າວວ່າ:
ເພີ່ມເຕີມ

ຂ່າວ​ລ່າ​ສຸດ

ອາຊີ-ໂປຕາສ ສາກົນ ສໍາເລັດການທົດລອງປ້ອນວັດສະດຸເຄື່ອງຈັກຜະລິດແບບຕໍ່ເນື່ອງຂອງໂຄງການຝຸ່ນໂປຕາສ 1 ລ້ານໂຕນ ແຫ່ງທີ 3 ! ກໍາລັງການຜະລິດຝຸ່ນໂປຕາສ ຂອງ ສປປ ລາວ ບັນລຸການຍົກລະດັບແບບກ້າວກະໂດດອີກເທື່ອໜຶ່ງ!