![]() |
ການພົບປະຄັ້ງນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ຕາງໜ້າໃຫ້ແກ່ຄະນະນໍາຂອງແຂວງຄໍາມ່ວນກ່າວສະແດງຄວາມຮັບຄະນະການນໍາຂອງແຂວງຮ່າຕິ່ງ ຊຶ່ງການຈັດກອງປະຊຸມຄັ້ງນີ້, ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງສອງແຂວງໃນປີ 2024 ຜ່ານມາ ຊຶ່ງແຂວງຮ່າຕິ່ງໄດ້ຮັບກຽດເປັນເຈົ້າພາບ ໂດຍແມ່ນ 2 ປີໃດແມ່ນຜັດປ່ຽນກັນເປັນເຈົ້າພາບ.
ໃນທີ່ປະຊຸມ, ສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຮອບດ້ານຂອງແຕ່ລະຝ່າຍໃຫ້ກັນໄດ້ຮັບຊາບ. ຈາກນັ້ນ, ໄດ້ມີການແລກປ່ຽນບົດຮຽນ ແລະ ໄດ້ນໍາສະເໜີບັນຫາທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນເພື່ອພ້ອມກັນແກ້ໄຂບັນຫາທີ່ເຫັນວ່າເປັນສິ່ງຂີດຂວາງການພັດທະນາຂອງສອງແຂວງຈົນກ້າວໄປສູ່ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈາກນັ້ນ, ຕາງໜ້າການນໍາຂັ້ນສູງຂອງສອງແຂວງແມ່ນໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂດຍທີ່ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈສອງຝ່າຍໄດ້ເຫັນດີເປັນເອກະພາບກັນເພີ່ມທະວີການຮ່ວມມືຮອບດ້ານໃນໄລຍະຕໍ່ໜ້າຊຶ່ງລວມມີ 3 ວຽກງານໃຫຍ່ຄື: 1.) ການຮ່ວມມືກໍ່ສ້າງພັກ ແລະ ອົງການປົກຄອງໃຫ້ເຂັ້ມແຂງ , 2.) ການຮ່ວມມືໃນວຽກງານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ , 3.) ການຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ