ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື, ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດອັນສະຫງ່າລາສີ ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້, ຄະນະບໍລິ ຫານງານສູນກາງພັກປະຊາຊົນກໍາປູເຈຍ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ວັນທີ 6 ມັງກອນ ນີ້ ທີ່ນະຄອນກຸຍງາຍ ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ, ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ພ້ອມຄະນະ ເຂົ້າອວຍພອນ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ສສ ຫວຽດນາມ ປີ 2026; ໃຫ້ກຽດຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ຮວງ ຖຸ້ຍ ເວິນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍຄະນະ.
ວັນທີ 6 ມັງກອນ 2026ທີ່ນະຄອນຫຼວງປັກກິ່ງ,ຄະນະກຳມະການສູນກາງພັກກອມມູນິດຈີນ
ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ
ໂດຍມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງ ພັກປະຊາຊົນປະຕິວັດລາວ ເປີດຂຶ້ນຢ່າງມີໄຊ,ຄະນະກຳມະການສູນກາງພັກກອມມູນິດຈີນຂໍຕາງໜ້າພັກແລະປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວແລະສະແດງຄວາມຢື້ຢາມຖາມຂ່າວ, ຄຳອວຍພອນໄຊອັນປະເສີດມາຍັງສະມາຊິກພັກແລະປະຊາຊົນລາວທຸກຖ້ວນໜ້າ.
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:
ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຕາງໜ້າ ພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊ ອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງ ກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງ ທຸກຖ້ວນໜ້າ.
ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດມອບຂໍ້ຕົກລົງສະບັບເລກທີ 660/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ
ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.
ການລົບລ້າງຄວາມທຸກຍາກ ແມ່ນອຸດົມຄະຕິທີ່ມວນມະນຸດໄຝ່ຝັນມາແຕ່ບູຮານນະການ, ແມ່ນສິດ ທິພື້ນຖານໃນການສະແຫວງຫາຊີວິດທີ່ມີຄວາມສຸກຂອງປະຊາຊົນທຸກປະເທດ. ການພັດທະນາ ແມ່ນປະ ເດັນຫຼັກທີ່ຍືນຍົງຂອງສັງຄົມມະນຸດ, ແມ່ນກຸນແຈລວມໃນການແກ້ໄຂບັນຫາທັງໝົດ. ໂດຍແນໃສ່ເປົ້າໝາຍໄລຍະຍາວ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາຮ່ວມກັນຂອງໂລກ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ເພື່ອສະໜອງແຜນການທີ່ສຳຄັນສຳລັບການເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ