![]() |
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 2 ສະໄໝທີ Vll ໄຂຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ພວມພ້ອມກັນສຸມໃສ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະມ້ວນທ້າຍຢ່າງເປັນເຈົ້າການ, ຕິດພັນກັບການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ ເປັນຕົ້ນແມ່ນ ວັນສະຖາປະນາ ສປປ ລາວ (2 ທັນວາ) ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ (13 ທັນວາ) ຄົບຮອບ 105 ປີ ແລະ ວັນສຳຄັນອື່ນໆ ທີ່ຈະມາເຖິງໃນຕໍ່ໜ້ານີ້. ພ້ອມກັນນັ້ນ, ກໍພ້ອມກັນສຸມໃສ່ຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ Vll ໃຫ້ເປັນຂະບວນຟົດຟື້ນ. ເວົ້າລວມແລ້ວ, ທັງໝົດເຫຼົ່ານັ້ນ ກໍ່ແມ່ນເພື່ອເປັນການປະກອບສ່ວນ ແລະ ສ້າງຜົນງານໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ທີ່ຈະໄຂຂຶ້ນໃນອີກບໍ່ດົນຕໍ່ໜ້ານີ້, ໃຫ້ເຕັມໄປດ້ວຍເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ ແລະ ຟົດຟື້ນທີ່ສຸດ.
ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນເປັນເວລາໜຶ່ງວັນເຕັມ ເຊິ່ງຈະໄດ້ພ້ອມກັນເຊື່ອມຊືມ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ສະໄໝທີ XI, ມະຕິຕົກລົງ ວ່າດ້ວຍ ການຮັບຮອງເອົາຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ແລະ ຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມຄັ້ງທີ XII ຂອງສູນກາງພັກ.
ກອງປະຊຸມ, ຍັງຈະໄດ້ຮັບຟັງການລາຍງານຜົນກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປເປັນບົດຮຽນໃນການກະກຽມກອງປະຊຸມໃຫຍ່ຄັ້ງຕໍ່ໄປ ແລະ ຈະໄດ້ຮັບຟັງການຜ່ານ (ຮ່າງ) ແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII, ຜ່ານ (ຮ່າງ) ມະຕິຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກແຂວງ ສະໄໝທີ VII, (ຮ່າງ) ບົດຕີລາຄາດ້ານແຂງ-ດ້ານອ່ອນ ຂອງຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ເພື່ອໃຫ້ບັນດາສະຫາຍໃນທີ່ປະຊຸມ ໄດ້ພ້ອມກັນມີຄໍາເຫັນ ແລະ ເອກະພາບ ຕໍ່ຮ່າງແຜນດໍາເນີນງານ ດັ່ງກ່າວ.
(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ