ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ແລະ ຈັດຕັ້ງປະຕິບັດຢ່າງມີໄຊ ຕາມມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ.
ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ກ້າ ແກ່ນຂອງພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍຄືບົດບາດ ແລະ ອິດທິພົນຂອງລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ.
ອີກເທື່ອໜຶ່ງ, ໃນໂອກາດອັນສະຫງ່າລາສີນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ຂໍອວຍພອນໄຊອັນປະເສີດ ມາຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈົ່ງດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໄດ້ຮັບໝາກຜົນອັນດີເລີດຕາມຄາດໝາຍ.
ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືແບບ ຄູ່ຮ່ວມຍຸດທະສາດ ຮອບ ດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກຂອງພວກເຮົາ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ
ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ຄໍາເຫັນ