ພວກຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 50 ປີແຫ່ງການສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍສະເພາະ ຕະຫຼອດໄລຍະ 40 ປີ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ໄລຍະ 5 ປີ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ຄັ້ງທີ IX, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ຄວາມໄວ້ວາງໃຈ ແລະ ບົດບາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ຮັບການຍົກສູງໃນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວ ສືບຕໍ່ຢືນຢັນຕໍ່ແນວທາງອັນຖືກຕ້ອງ ແລະ ປະດິດສ້າງຂອງ ພັກປະຊາຊົນປະຕິວັດລາວ, ສະແດງໃຫ້ເຫັນເຖິງ ຄຸນທາດປະຕິວັດອັນກ້າແກ່ນ, ໜັ້ນຄົງ ຕໍ່ໜ້າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບຸກບືນຢ່າງບໍ່ຢຸດຢັ້ງ ເພື່ອເປົ້າໝາຍ ເອກະລາດແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ນໍາເອົາຄວາມຜາສຸກມາສູ່ປະຊາຊົນ, ພ້ອມກັນນັ້ນ ກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ກ້າວໜ້າທາງສັງຄົມຢູ່ໃນໂລກ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ເປັນຂີດໝາຍແຫ່ງໄລຍະພັດທະນາໃໝ່ຂອງການປະຕິວັດລາວ ດ້ວຍການກໍານົດທິດບັນດາຍຸດທະສາດສໍາຄັນ, ຍູ້ແຮງຢ່າງຮອບດ້ານ, ພ້ອມພຽງຄົບຊຸດ ພາລະກິດປ່ຽນແປງໃໝ່, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນສະຖຽນລະພາບການເມືອງ - ສັງຄົມ, ຊຸກຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ກ້າວຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງສັງຄົມນິຍົມ.
ໃນຖານະເປັນເພື່ອນມິດ, ເປັນສະຫາຍອ້າຍນ້ອງທີ່ສະໜິດສະໜົມ ຮ່ວມອຸດົມການປະຕິວັດ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ພັກ, ລັດ ແລະ ປະຊາຊົນລາວ ໃນທຸກໆໄລຍະປະຫວັດສາດ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ, ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ; ສ້າງສໍາເລັດຜົນປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ນັບມື້ນັບວັດທະນາຖາວອນ.
ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເປັນມໍລະດົກທີ່ສັກກາລະບູຊາ ອັນລໍ້າຄ່າ ໂດຍແມ່ນ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະ ບັນດາຮຸ່ນການນໍາບັນພະບູລຸດຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ອອກແຮງເພີ່ມພູນຄູນສ້າງ, ປົກປັກຮັກສາ, ປະໄວ້ໃຫ້ຄົນຮຸ່ນປັດຈຸບັນ ແລະ ອະນາຄົດ. ສາຍພົວພັນດັ່ງກ່າວນີ້ ໄດ້ຮັບການຝຶກຝົນຫຼໍ່ຫຼອມຜ່ານໄລຍະແຫ່ງສົງຄາມ ແລະ ສັນຕິພາບ, ເປັນຊັບສົມບັດລວມ ສັກສິດທີ່ສຸດ ຂອງສອງຊາດ, ມີລັກສະນະເປັນຕາຍ ຕໍ່ພາລະກິດປະຕິວັດຂອງແຕ່ລະປະເທດ. ການພົວພັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຫວຽດນາມ - ລາວ ມີບົດບາດຍຸດທະສາດສໍາຄັນ, ຕັດສິນຕໍ່ພາລະກິດ ປົກປັກຮັກສາເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສະຖຽນສະພາບທາງດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ; ພ້ອມດຽວກັນນັ້ນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມໝາຍ ເຂົ້າໃນການຮັກສາ ສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ປີ 2025 ເປັນຂີດໝາຍບາດກ້າວໜຶ່ງ ຂອງການພັດທະນາທີ່ມີລັກສະນະປະຫວັດສາດ ໃນການພົວພັນຂອງສອງປະເທດ, ເມື່ອສອງຝ່າຍ ເປັນເອກະພາບ ຍົກລະດັບ ແລະ ເຮັດໃຫ້ການພົວພັນ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ກາຍເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ໝັ້ນຄົງ ລະຫວ່າງ ສອງພັກ, ສອງລັດ, ພ້ອມທັງຢືນຢັນເຖິງຄວາມຕັດສິນໃຈທາງດ້ານການເມືອງ ໃນລະດັບສູງສຸດຂອງການນໍາຂັ້ນສູງສອງປະເທດ ໃນການຍົກລະດັບການພົວພັນ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່, ແທດເໝາະກັບສະຖານະການປະຫວັດສາດໃໝ່, ຕອບສະໜອງຄວາມປາຖະໜາອັນຍາວນານຂອງປະຊາຊົນສອງປະເທດ ແລະ ຄວາມຮຽກຮ້ອງຕ້ອງການຂອງຍຸດທະສາດ ໃນໄລຍະການພັດທະນາໃໝ່. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດ ແລະ ປະຊົນລາວ ປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ບັນດາຄົນຮຸ່ນຕໍ່ໆໄປ ກ່ຽວກັບ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຕະຫຼອດໄປ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນ ທີ່ ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນໜຶ່ງດຽວ ໃນເມື່ອກ່ອນ ກໍຄື ຮ່ວມຂະບວນການກັບ ຫວຽດນາມ ໃນການກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການບືນຕົວພັດທະນາຢ່າງເຂັ້ມແຂງ.
ອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະສົບສໍາເລັດຜົນຢ່າງຈົບງາມ.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
ຄໍາເຫັນ