ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ
ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໃນວັນທີ 2 ກຸມພາຜ່ານມາ ທີ່ສະ ຖານທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930 - 3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສປປ ລາວ ພ້ອມດ້ວຍຄະນະ.
ຄະນະນຳ ສນຊ ອວຍພອນວນສາງຕງພກກອມມນດຫວຽດນາມ ຄບຮອບ 96 ປ - image 1
 

ສະຫາຍ ຄຳຜອຍ ວັນນະສານ ໄດ້ຕາງໜ້າຄະນະພັກ-ຄະນະປະຈຳ ສນຊ ອວຍພອນວັນສ້າງຕັ້ງພັກກອມ ມູນິດຫວຽດນາມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນຍິ່ງໃຫຍ່ ທີ່ພັກກອມມູນິດຫວຽດນາມຍາດມາໄດ້ຕະຫຼອດໄລຍະ 96 ປີຜ່ານມາ ພາຍໃຕ້ການນຳພາກໍ່ຕັ້ງຂອງປະທານ ໂຮ່ຈິມິນ ພ້ອມທັງຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມທີ່ຫາກໍສຳເລັດ. ພ້ອມນັ້ນ, ສະຫາຍຍັງໄດ້ແຈ້ງຜົນສໍາເລັດກອງປະຊຸມຊາຍແດນ 2 ປະເທດ ໂດຍສະເພາະ ສນຊ ແລະ ສູນກາງແນວໂຮມປະເທດຊາດຫວຽດ ນາມ ທີ່ຫາກໍສຳເລັດເມື່ອບໍ່ດົນມານີ້. ພ້ອມນີ້, ສະຫາຍ ຄຳຜອຍ ວັນນະສານ ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ເພີ່ມພູນຄູນສ້າງ ແລະ ສືບທອດມູນເຊື້ອຜົນງານຂອງປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງໄວ້ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ສະຫາຍເອກອັກຄະລັດຖະທູດຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ ສະຫາຍຮອງປະທານ ສນຊ ພ້ອມດ້ວຍຄະນະ ທີ່ໄດ້ເຂົ້າພົບປະຢ້ຽມຢາມ ແລະ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມໃນຄັ້ງນີ້.

ຂ່າວ-ພາບ: ສນຊ

ຄໍາເຫັນ

ຂ່າວການຮ່ວມມື

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ທະນາຄານພັດທະນາອາຊີ (ADB), ໄດ້ຈັດກອງປະຊຸມລະດັບຊາດກ່ຽວກັບຄວາມຍືນຍົງທາງດ້ານການເງິນຂອງຊັບສິນນໍ້າໂດຍຜ່ານການເສີມ ສ້າງສະຖາບັນ ແລະ ການສ້າງຄວາມສາມາດພາຍໃນຂະແໜງການນໍ້າໃນຕົວເມືອງ,ໂດຍການເປັນ ປະທານ ຮ່ວມຂອງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮອງຫົວໜ້າກົມນໍ້າປະປາ ກະຊວງໂຍທາ ທິການ ແລະ ຂົນສົ່ງ, ທ່ານ ນາງ ນິຕາ ໂພເດຄວ ຫົວໜ້າຂະແໜງນໍ້າ ແລະ ການພັດທະນາຕົວເມືອງ ທະນາຄານພັດທະນາອາຊີ ADB, ມີບັນດາລັດວິສາຫະກິດນໍ້າປະປາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ ອິນໂດເນເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

GAMCILຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງຕໍ່ສື່ມວນຊົນ​ລາວ

​ ໂຄງ​ການ​ແກມ​ຊິວ (GAMCIL) ຈັດ​ຝຶກ​ອົບ​ຮົມໃຫ້​ແກ່​ນັກ​ຂ່າວ​ທົ່ວ​ປະ​ເທດ ພາຍ​ໃຕ້​ຫົວ​ຂໍ້ ”ລາຍ​ງານ​ຂ່າວ​ບັນ​ຫາ​ສີ​ຂຽວ”ຂຶ້ນໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ທີ່​ນະ​ຄອນຫຼວງ​ພະ​ບາງ ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມ ນັກຂ່າວ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າບໍລິຫານແຜນງານໂຄງການອາວຸໂສ ອົງການແຄຣ໌ ລາວ, ມີແຂກຖືກເຊີນ ພ້ອມ​ດ້ວຍຄະນະສະມາຄົມນັກຂ່າວ,ຄູຝຶກ ແລະ ນັກ​ຂ່າວ​ທົ່ວ​ປະ​ເທດ​ເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບ ສະຫາຍ ລີ ຫົງຈົງ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບ ສະຫາຍ ລີ ຫົງຈົງ

ໃນວັນທີ 30 ເມສາ ຜ່ານມາ,​ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ລີ ຫົງຈົງ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານ ແລະ ຮອງເລຂາຄະນະພັກຄະນະປະຈໍາສະພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ, ໃນໂອກາດຢ້ຽມຢາມ ສປ ຈີນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ທີ່ນະຄອນຫຼວງປັກກິ່ງ.
ງານລ້ຽງສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ ປີມິດຕະພາບຈີນ-ລາວ ທີ່ນະຄອນຫຼວງປັກກິ່ງ

ງານລ້ຽງສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ ປີມິດຕະພາບຈີນ-ລາວ ທີ່ນະຄອນຫຼວງປັກກິ່ງ

ວັນທີ 30 ເມສາ ຜ່ານມານີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນ ແລະ ສະຖານທູດລາວປະຈໍາ ສປ ຈີນ ໄດ້ຮ່ວມກັນເປັນເຈົ້າພາບຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ (25/04/1961-25/04/2026) ແລະ ປີມິດຕະພາບຈີນ-ລາວ ຢ່າງສະຫງ່າຜ່າເຜີຍ. ທ່ານ ຫຼີ ຫົງຈົ່ງ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈໍາສະພາປະຊາຊົນແຫ່ງຊາດຈີນ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສ. ຜູ້ຕາງໜ້າຈາກພາກສ່ວນຕ່າງໆຂອງຈີນ-ລາວ ປະມານ 350 ຄົນໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວ.
ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ລາວ-ຈີນ ຈັດກິດຈະກໍາອ່ານປຶ້ມສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໂດຍໄດ້ຮັບການສະໜັບສະໜູນຈາກວາລະສານຈໍາປາ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກໍາອ່ານປຶ້ມ "ສ້າງປັນຍາຄວາມຮູ້ໃນໝູ່ຮ່ວມຫ້ອງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຂຶ້ນໃນວັນທີ 24 ເມສານີ້ ທີ່ ມຊ, ໂດຍມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ທ່ານນາງ ຊູຕົ່ງຮວາ (Chu Donghua) ຫົວໜ້າສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ, ມີຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນ ເຂົ້າຮ່ວມ.
ງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026

ງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການທ່ອງທ່ຽວຊິ່ນຈ່ຽງ 2026

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດງານໂຄສະນາຊັບພະຍາກອນວັດທະນະທໍາ ແລະ ການ ທ່ອງທ່ຽວຊິ່ນຈ່ຽງ 2026 ພາຍໃຕ້ຫົວຂໍ້ "ຊິ່ນຈ່ຽງເປັນດິນແດນທີ່ສວຍງາມ" ຈັດຂຶ້ນໃນວັນທີ 24 ເມສານີ້ ທີ່ສູນວັດທະນະທໍາຈີນປະຈໍາລາວ ເປັນກຽດເຂົ້າຮ່ວມຂອງທ່ານນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານສະ ມາຄົມທຸລະກິດທ່ອງທ່ຽວລາວ, ທ່ານ ເຕິ້ງຫຼີ້ສຽງ ທີ່ປຶກສາທູດ, ຫົວໜ້າພະແນກແລກປ່ຽນ ແລະ ການຮ່ວມມື ສະຖານທູດຈີນປະຈໍາ ສປປ ລາວ, ທ່ານ ຫຼົວເຫວິ້ຍຈ້ຽນ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ, ທ່ານ ນາງ ຈ້າວຊີ ຈາກສູນແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວຈີນກັບຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນກ່ຽວ ຂ້ອງເຂົ້າຮ່ວມ.
ລາວ-ຈີນ ສະເຫຼີມສະຫຼອງວັນການທູດ ຄົບຮອບ 65 ປີ

ລາວ-ຈີນ ສະເຫຼີມສະຫຼອງວັນການທູດ ຄົບຮອບ 65 ປີ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດຈີນ ປະຈໍາລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ (25/4/1961-25/4/2026) ຂຶ້ນໃນວັນທີ 23 ເມສາຜ່ານມານີ້ ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ; ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ; ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ ຕ່າງປະເທດ ແລະ ແຂກຖືກເຊີນ ທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.
ວາງສະແດງຮູບພາບ ແລະ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ວາງສະແດງຮູບພາບ ແລະ ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ຄະນະໂຄສະນາອົບຮົມສູກາງພັກ (ຄອສພ) ແລະ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະ ຈຳ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ຫ້ອງວ່າການສູກາງພັກ (ຫສພ) ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໃນວັນທີ 24 ເມສານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ