ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ

ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ອວຍພອນ ການນໍາແຂວງຢາລາຍ
ວັນທີ 6 ມັງກອນ ນີ້ ທີ່ນະຄອນກຸຍງາຍ ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ, ສະຫາຍ ຂັນໄຊ ລັດຖະເຮົ້າ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ພ້ອມຄະນະ ເຂົ້າອວຍພອນ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຂອງ ສສ ຫວຽດນາມ ປີ 2026; ໃຫ້ກຽດຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ຮວງ ຖຸ້ຍ ເວິນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍຄະນະ.
ຄະນະປະຈາ ສະພາປະຊາຊນແຂວງສາລະວນ ອວຍພອນ ການນາແຂວງຢາລາຍ - image 1
 

ການພົບປະຢ້ຽມຢາມຄັ້ງນີ້, ສະຫາຍ ສີເຮັງ ຫອມສົມບັດ ໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ຊຸດທີ IV ໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ໄດ້ຮັບຊາບ; ຫຼັງຈາກນັ້ນ, ທ່ານໄດ້ກ່າວສະແດງຄໍາອວຍພອນອັນປະເສີດມາຍັງ ບັນດາສະຫາຍ ຄະນະປະຈໍາ ສະພາປະຊາຊົນແຂວງຢາລາຍ ດ້ວຍຄວາມຈິງໃຈມິດຕະພາບຢ່າງສູງສົ່ງ, ຂໍຈົ່ງມີສຸຂະພາບພະລານະໄມສົມບູນ, ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ, ອວຍພອນໃຫ້ແຂວງຢາລາຍມີການພັດທະນາຍິ່ງໆຂຶ້ນ ແລະ ຂໍໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດນີ້, ສະຫາຍ ນາງ ຮວງ ຖຸ້ຍ ເວິນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງ ຄະນະປະຈໍາ ສະພາປະຊາຊົນແຂວງສາລະວັນ ຢ່າງລົ້ນເຫຼືອ ທີ່ໄດ້ເດີນທາງມາພົບປະຢ້ຽມຢາມ ອວຍພອນອັນອົບອຸ່ນ, ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບພິເສດ ລະຫວ່າງລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະກໍຄື ສະພາປະຊາຊົນ 2 ແຂວງຢາລາຍ-ແຂວງສາລະວັນ ໃຫ້ນັບມື້ຍິ່ງແໜ້ນແຟ້ນຂຶ້ນເລື້ອຍໆ;

ຕອນທ້າຍ, ກໍໄດ້ມອບກະຕ່າຂອງຂວັນ, ຂອງທີ່ລະນຶກ ແລະ ເຂົ້າສານ ໃຫ້ ສະຫາຍ ນາງ ຮວງ ຖຸ້ຍ ເວິນ ເພື່ອເປັນຂອງຂວັນປີໃໝ່ ສສ ຫວຽດນາມ ໃນຄັ້ງນີ້.

(ຂ່າວ-ພາບ: ສະພາປະຊາຊົນແຂວງສາລະວັນ)

ຄໍາເຫັນ

ຂ່າວການຮ່ວມມື

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ທູດຈີນເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ສະໄໝທີ XII

ໃນຕອນບ່າຍວັນທີ 8 ມັງກອນ 2026, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອມອບສານຊົມເຊີຍຈາກ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ພັກ ປປ ລາວ ໃນກອງປະຊຸມດັ່ງກ່າວ.
ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ຜູ້ຕາງໜ້າພິເສດຂອງສູນກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຂໍ່ານັບຊົມເຊີຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ

ໃນຕອນແລງຂອງວັນທີ 8 ມັງກອນ 2026, ທີ່ ສໍານັກງານສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ຮວາຍ ຈູງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງ ສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ.
ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ບັນດາພັກການເມືອງ ຂະບວນການກອມມູນິດ ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ສົ່ງສານອວຍພອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ

ເນື່ອງໃນໂອກາດການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026, ບັນດາພັກການເມືອງຕ່າງປະເທດ, ຂະບວນການກອມມູນິດ, ກຳມະກອນສາກົນ ແລະ ຂະບວນການກ້າວໜ້າໃນໂລກ ໄດ້ສົ່ງສານອວຍພອນກອງປະຊຸມດັ່ງກ່າວ
ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ປະທານພັກຣັດເຊຍເອກະພາບ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປປ ລາວ

ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ: ສະຫາຍ ທອງລຸນ ສີສຸລິດ ທີ່ນັບຖື, ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
 ຄະນະບໍລິຫານງານພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ

ຄະນະບໍລິຫານງານພັກປະຊາຊົນກໍາປູເຈຍ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປປ ລາວ

ຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ ສົ່ງສານອວຍ ເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນວ່າ: ເນື່ອງໃນໂອກາດອັນສະຫງ່າລາສີ ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້, ຄະນະບໍລິ ຫານງານສູນກາງພັກປະຊາຊົນກໍາປູເຈຍ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ຄະນະບໍລິຫານງານພັກແຮງງານເກົາຫຼີ ສົ່ງສານອວຍພອນກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ປປ ລາວ

ໃນວັນທີ 6 ມັງກອນ ນີ້, ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ໄດ້ສົ່ງສານອວຍພອນ ເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງມີເນື້ອໃນດັ່ງນີ້: ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ຂໍສະແດງຄວາມຊົມເຊີຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດອົກສຸດໃຈ ແລະ ຂໍສົ່ງຄໍາຊົມເຊີຍຖານສະຫາຍ ໄປຍັງ ບັນດາສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ.
ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ

ວັນທີ 6 ມັງກອນ 2026ທີ່ນະຄອນຫຼວງປັກກິ່ງ,ຄະນະກຳມະການສູນກາງພັກກອມມູນິດຈີນ ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງ ພັກປະຊາຊົນປະຕິວັດລາວ ເປີດຂຶ້ນຢ່າງມີໄຊ,ຄະນະກຳມະການສູນກາງພັກກອມມູນິດຈີນຂໍຕາງໜ້າພັກແລະປະຊາຊົນຈີນສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວແລະສະແດງຄວາມຢື້ຢາມຖາມຂ່າວ, ຄຳອວຍພອນໄຊອັນປະເສີດມາຍັງສະມາຊິກພັກແລະປະຊາຊົນລາວທຸກຖ້ວນໜ້າ.
“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງ ພັກປະຊາຊົນປະຕິວັດລາວ”

“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ”

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້: ເນື່ອງໃນໂອກາດເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ຕາງໜ້າ ພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຂໍຝາກມິດຈິດມິດໃຈຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊ ອັນອົບອຸ່ນ ແລະ ຈິງໃຈທີ່ສຸດ ມາຍັງ ກອງປະຊຸມໃຫຍ່, ສະມາຊິກພັກ ແລະ ປະຊາຊົນລາວອ້າຍນ້ອງ ທຸກຖ້ວນໜ້າ.
ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ສນຊ ແຕ່ງຕັ້ງທີ່ປຶກສາວຽກງານຄົ້ນຄວ້າເສດຖະກິດ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດມອບຂໍ້ຕົກລົງສະບັບເລກທີ 660/ຄປຈ, ລົງວັນທີ 31 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ
ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ເພີ່ມເຕີມ