ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.
ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ຄະນະຜແທນ ຄະນະສນຕພາບຫວຽດນາມ ຢຽມຢາມແຂວງວຽງຈນ. - image 1
 

        ໃນໂອກາດນີ້, ສະຫາຍ ພູວົງ ບຸນຊູ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະປົກຄອງແຂວງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານສະພາບລວມຂອງແຂວງ ໂດຍສັງເຂບໃຫ້ຄະນະຜູ້ແທນໄດ້ຮັບຮູ້ ເປັນຕົ້ນ ໄດ້ຍົກໃຫ້ເຫັນທີ່ຕັ້ງ- ພູມສັນຖານ ແລະ ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ, ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ແລະ ບັນດາທ່າແຮງບົ່ມຊ້ອນຂອງແຂວງໃນແຕ່ລະດ້ານທີ່ເປັນປັດໄຈພື້ນຖານໃຫ້ແກ່ການຜະລິດ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ, ຊຶ່ງເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6%, ລວມຍອດ ຜະລິດຕະພັນພາຍໃນ (GDP) ໄດ້ 17,441 ຕື້ກີບຕໍ່ປີ, ລື່ນແຜນການ 31.19%. ພ້ອມນີ້ສະຫາຍ ໄດ້ຍົກໃຫ້ເຫັນການພົວພັນຮ່ວມມືຂອງແຂວງ ກັບບັນດາແຂວງແຮກສ່ຽວ ເປັນຕົ້ນແຂວງຮາຍເຢືອງ, ຮາຍຟອງ, ອຽນບ້າຍ ແລະ ເຫງະອານ ຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງໄດ້ມີການພົບປະ ແລະ ພົວພັນຮ່ວມມືຫຼາຍດ້ານ ຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຢ່າງເປັນຮູບປະທຳ.

        ສະຫາຍ ອວງ ຈູ ລິວ ໄດ້ຕາງໜ້າ ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຂອບໃຈການນຳຂອງແຂວງວຽງຈັນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງແຂວງວຽງຈັນ ແລະ ຍົກໃຫ້ເຫັນສາຍພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ທີ່ມີຫຼາຍດ້ານທີ່ພົ້ນເດັ່ນ. ພ້ອມນີ້ ສະຫາຍຍັງມີຄຳເຫັນແລກປ່ຽນກັບແຂວງວຽງຈັນ ບາງດ້ານເປັນຕົ້ນ ຈັດກອງປະຊຸມສຳມະນາ ແລະ ສົ່ງເສີມການລົງທຶນ ຮ່ວມກັບ ສສ ຫວຽດນາມ ກໍຄືບັນດາແຂວງແຮກສ່ຽວ ເພື່ອນຳສະເໜີບັນດາທ່າແຮງບົ່ມຊ້ອນຂອງແຂວງວຽງຈັນ, ຊຶ່ງ ສສ ຫວຽດນາມ ມີຄວາມຍິນດີໃຫ້ການສະໜັບສະໜູນ ແລະ ຊ່ວຍລະດົມນັກທຸລະກິດຂອງ ສສ ຫວຽດນາມ ແລະ ພາກພື້ນ ໃຫ້ບັນດານັກລົງທຶນຕ່າງປະເທດໄດ້ຮັບຮູ້ ເພື່ອໃຫ້ເຂົາເຈົ້າມາລົງທຶນໃນຂົງເຂດໃດໜຶ່ງຢູ່ໃນແຂວງວຽງຈັນ, ສືບຕໍ່ພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ຮອບດ້ານຕໍ່ເນື່ອງ ແລະ ກວ້າງຂວາງ ເພື່ອເພີ່ມພູນຄູນສ້າງເຮັດໃຫ້ສາຍພົວພັນຮ່ວມມືຂອງສອງຊາດ ໃຫ້ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ.

         ໃນວັນດຽວກັນນີ້ ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ທ່ອງທ່ຽວອ່າງນ້ຳງື່ມ1 ເມືອງແກ້ວອຸດົມ ແລະ ສະຖານທີ່ທ່ອງທ່ຽວຢູ່ເມືອງວັງວຽງ ຕື່ມອີກ.

            (ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ສະຫຼອງຄົບຮອບ 30 ປິ ການສ້າງຕັ້ງສາຍພົວພັນການທູດ ລາວ-ອາແຊັກໄບຊານ

ສະຫຼອງຄົບຮອບ 30 ປິ ການສ້າງຕັ້ງສາຍພົວພັນການທູດ ລາວ-ອາແຊັກໄບຊານ

ໃນຕອນຄໍ່າຂອງວັນທີ 9 ທັນວາຜ່ານມານີ້, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ,ໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ (Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ໃນນາມຕາງໜ້າລັດຖະບານ ແຫ່ງ ສ. ອາແຊັກໄບຊານ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ສະຖານທູດລາວ ປະຈຳມຽນມາ ສະຫຼອງວັນຊາດ 50 ປີ ແລະ ວັນການທູດ ລາວ-ມຽນມາ 70 ປີ

ເມື່ອບໍ່ດົນຜ່ານມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ມຽນມາ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ມຽນມາ ຄົບຮອບ 70 ປີ (12/7/1955-12/7/2025) ທີ່ນະຄອນຢັ້ງກຸ້ງ ໂດຍມີ ພະນະທ່ານ ອູ ຕານ ຊຸຍ(U Than Swe), ລັດຖະມົນຕີຕ່າງປະເທດ ສສ ມຽນມາ ໃນນາມແຂກກິຕິມະສັກ, ມີປະທານສະມາຄົມມິດຕະພາບ ມຽນມາ-ລາວ, ລັດຖະມົນຕີກະຊວງສຶກສາ, ແຮງງານ, ການຄ້າ, ລັດຖະມົນຕີຂອງເຂດແຄວ້ນນະຄອນຢັ້ງກຸ້ງ (Chief Minister of Yangon), ນອກນັ້ນ, ຍັງມີຕາງໜ້າຂອງກອງທັບມຽນມາ ຊຶ່ງນໍາໂດຍ ພົນເອກ ຈໍ ຊົວ ລິນ(Kyaw Swa Lin), ຜູ້ບັນຊາການສາມເຫຼົ່າທັບ (ທະຫານບົກ, ເຮືອ ແລະ ອາກາດ)ພ້ອມພັນລະຍາ, ລວມທັງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງ ສສ ມຽນມາ, ບັນດາທູຕານຸທູດ, ນັກທຸລະກິດ ແລະ ຄະນະນໍາ, ພະນັກງານສະຖານທູດລາວ, ພ້ອມດ້ວຍບັນດານັກສຶກສາລາວ ທີ່ພວມສຶກສາຢູ່ ສສ ມຽນມາ ເຂົ້າຮ່ວມ.
ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ຍີ່ປຸ່ນ ສະຫຼອງວັນຊາດ ຄົບຮອບ 50 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ໄດ້ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນເມື່ອບໍ່ດົນຜ່ານມານີ້, ທີ່ ສໍານັກງານສະຖານທູດລາວ ທີ່ ໂຕກຽວ ປະເທດຍີ່ປຸ່ນ ໂດຍມີແຂກຈາກກະຊວງການຕ່າງປະເທດຍີ່ປຸ່ນ, ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ບັນດາທູຕານຸທູດ, ບັນດາກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ເພື່ອນມິດຊາວຍີ່ປຸ່ນ, ພີ່ນ້ອງຊາວລາວທີ່ດໍາລົງຊີວິດຢູ່ຍີ່ປຸ່ນ ແລະ ນັກສຶກສາລາວທີ່ກຳລັງສຶກສາຢູ່ຍີ່ປຸ່ນ ພ້ອມດ້ວຍພະນັກງານສະຖານທູດລາວ ທີ່ ໂຕກຽວ ເຂົ້າຮ່ວມປະມານ 250 ຄົນ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ, ຄະນະຜູ້ແທນ ຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 8-11 ທັນວາ 2025.
ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ກຕທ ລາວ-ອາແຊັກໄບຊານ ປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ

ໃນຕອນເຊົ້າວັນທີ 8 ທັນວານີ້, ທີ່ ກະຊວງການຕ່າງປະເທດ(ກຕທ), ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລືກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານ ໄດ້ເປີດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ທີ່ ແຄນເບີຣາ ສະຫຼອງວັນຊາດ ທີ 2 ທັນວາ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອົດສຕຣາລີ ແລະ ນິວຊີແລນ ໄດ້ຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ແຄນເບີຣາ, ປະເທດອົດສຕຣາລີ ໃນເມື່ອບໍ່ດົນຜ່ານມາ, ໂດຍມີທ່ານ ນາງ ມິດເເຊວ ຈັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ໃນນາມແຂກກິຕິມະສັກຂອງລັດຖະບານອົດສຕຣາລີ, ບັນດາຫົວໜ້າກົມ ແລະ ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສຕຣາລີ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງອົດສຕຣາລີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕຕັ້ງສາກົນ, ພີ່ນ້ອງຄົນເຊື້ອຊາດລາວຢູ່ອົດສະຕຣາລີ, ພະນັກງານສະຖານທູດ ແລະ ບັນດານັກສຶກສາລາວ ຢູ່ອົດສຕຣາລີເຂົ້າຮ່ວມຫຼາຍກວ່າ 250 ຄົນ.
ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ  ສະຫຼອງວັນຊາດ ທີ 2 ທັນວາ

ສະຖານທູດ ລາວ ປະຈຳ ອິນໂດເນເຊຍ ແລະ ຕີມໍແລັດສະເຕ ສະຫຼອງວັນຊາດ ທີ 2 ທັນວາ

ເມື່ອບໍ່ດົນຜ່ານມານີ້, ທີ່ ໂຮງແຮມ Borobudure, ຈາກາກຕາ, ສ. ອິນໂດເນເຊຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ອິນໂດເນເຊຍ ແລະ ຕີມໍແລັດສະເຕ, ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ ຈາກາກຕາ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງທ່ານ ອັບດຸນ ມູຕີ (Abdul Mu’ti), ລັດທະມົນຕີກະຊວງສຶກສາຂັ້ນພື້ນຖານ ແລະ ມັດທະຍົມ ແຫ່ງ ສ. ອິນໂດເນເຊຍ ເປັນແຂກກິດຕິມະສັກຂອງປະເທດເຈົ້າພາບ, ທ່ານ ຊຸນຕານ ບະເຕຍ ນາຈາມູດິນ (SultanBaktiar Najamudin), ປະທານສະພາຜູ້ແທນທ້ອງຖິ່ນ (Speaker of the Regional Representatives Council, DPD), ເຈົ້າໜ້າທີ່ຂັ້ນສູງຂອງກອງທັບ, ກະຊວງການຕ່າງປະເທດ, ກະຊວງຂະແໜງການອ້ອມຂ້າງ ແລະ ພາກທຸລະກິດ ຂອງອິນໂດເນເຊຍ, ທູຕານຸທູດ, ອົງການຈັດຕັ້ງສາກົນຕ່າງໆ ຢູ່ ຈາກາກຕາ, ພີ່ນ້ອງເຊື້ອຊາດລາວ, ນັກສຶກສາລາວ, ພະນັກງານສະຖານທູດ ແລະ ສໍານັກງານຜູ້ຕາງໜ້າຖາວອນ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ເພີ່ມເຕີມ