ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ
ປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ສປ ຈີນ, ໃນລະຫວ່າງວັນທີ 28 ສິງຫາຫາ 4 ກັນຍາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບສຳນັກງານກວດສອບແຫ່ງຊາດ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ແລະ ເມືອງຮາບິນ ສປ ຈີນ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຮາວ ຄາຍ ປະທານສຳນັກງານກວດສອບແຫ່ງຊາດ ສປ ຈີນ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ກັບການມີສ່ວນຮ່ວມໃນການສ້າງແຜນງົບປະມານແຫ່ງລັດ ແລະ ການນໍາໃຊ້ ປັນຍາປະດິດ ຫຼື AI ເຂົ້າໃນວຽກງານການກວດສອບ.
ຄະ­ນະ​ຜ​ແທນ​ ອງການກວດສອບແຫງລດເດນ­ເຂາຮວມກອງປະຊມຄະ­ນະ​ກຳ­ມະ­ການຂ​ມນ​ຂາວ­ສານທ ສປ ຈນ - image 1
 

ການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກ­ສາຫາ­ລືເພື່ອສືບ­ຕໍ່ເສີມຂະ­ຫຍາຍສາຍພົວ­ພັນມິດ­ຕະ­ພາບທີ່ເປັນມູນ­ເຊື້ອ, ການພົວ­ພັນຮ່ວມມືແບບຄູ່ຮ່ວມຍຸດ­ທະ­ສາດຮອບ­ດ້ານໝັ້ນ­ຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາ­ຕາ­ກຳລາວ-ຈີນ, ຈີນ-ລາວເພື່ອນໍາເອົາຜົນປະ­ໂຫຍດອັນຍືນຍົງມາ­ສູ່ປະ­ຊາ­ຊົນສອງຊາດກໍຄືການຮ່ວມມືຂອງສອງອົງ­ການກວດສອບສູງສຸດລາວ ແລະ ຈີນໃຫ້ເລິກ­ເຊິ່ງກວ່າເກົ່າ.

ສອງຝ່າຍໄດ້ຕີລາ­ຄາສູງຕໍ່ໝາກ­ຜົນຂອງການພົວ­ພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລ­ຍະຜ່ານມາ, ເປັນ­ຕົ້ນແມ່ນການສືບ­ຕໍ່ແລກ­ປ່ຽນການຢ້ຽມ­ຢາມຂອງການນໍາຂັ້ນສູງ, ກອງປະ­ຊຸມແລກ­ປ່ຽນບົດ­ຮຽນຂອງອົງ­ການກວດສອບປະ­ຈຳພາກ, ແຂວງຢ່າງເປັນປົກ­ກະ­ຕິ ແລະ ສະ­ໜັບ­ສະ­ໜູນ ຊຶ່ງກັນ ແລະ ກັນໃນເວ­ທີພາກພື້ນ ແລະ ສາກົນ.

ໃນໂອ­ກາດທີ່ມີຄວາມໝາຍຄວາມສຳ­ຄັນດັ່ງ­ກ່າວ, ສະ­ຫາຍ ວຽງທະ­ວີສອນ ເທບພະ­ຈັນ ປະ­ທານອົງ­ການກວດສອບແຫ່ງລັດ ໄດ້ສະ­ແດງຄວາມຂອບ­ໃຈຢ່າງຈິງໃຈມາຍັງສຳ­ນັກ­ງານກວດສອບແຫ່ງຊາດ ສປ ຈີນ ທີ່ໄດ້ໃຫ້­ການຕ້ອນ­ຮັບ ແລະ ແບ່ງ­ປັນຄວາມຮູ້ໃຫ້ແກ່ອົງ­ການກວດສອບແຫ່ງລັດ ສປປ ລາວ ຕະ­ຫຼອດມາ ແລະ ຈະສືບ­ຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມ­ແຂງໃຫ້ແກ່ພະ­ນັກງານ-ນັກກວດສອບຂອງອົງ­ການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ໃນຕອນທ້າຍ ທ່ານ ຮາວຄາຍ ປະ­ທານສຳ­ນັກ­ງານກວດສອບແຫ່ງຊາດ ສປ ຈີນ ກໍໄດ້ສະ­ແດງຄວາມຍິນ­ດີ ແລະ ເຊື່ອໝັ້ນວ່າທັງສອງອົງ­ການກວດສອບແຫ່ງລັດ ສປ ຈີນ ແລະ ສປປ ລາວ ຈະສືບ­ຕໍ່ຮ່ວມມືຮອບ­ດ້ານເພື່ອເສີມຂະ­ຫຍາຍສາຍພົວ­ພັນຮ່ວມມືລະ­ຫວ່າງສອງອົງ­ການກວດສອບແຫ່ງລັດໃຫ້ກ້າວ­ໜ້າຂຶ້ນເລື້ອຍໆ.

ໃນໂອ­ກາດດັ່ງ­ກ່າວສະ­ຫາຍ ວຽງທະ­ວີສອນ ເທບພະ­ຈັນ ພ້ອມດ້ວຍຄະ­ນະຄະ­ນະຜູ້ແທນຍັງໄດ້ເດີນ­ທາງເຂົ້າຮ່ວມເປັນປະ­ທານກອງປະ­ຊຸມຮ່ວມໃນພີທີເປີດກອງປະ­ຊຸມຂອງຄະ­ນະກຳ­ມະ­ການຂໍ້ມູນຂ່າວ­ສານຂະ­ໜາດໃຫຍ່Working Group on Big Data (WGBD) ຄັ້ງທີ 9 ທີ່ຈັດໂດຍສະ­ຫະ­ພັນສະຖາບັນກວດສອບສູງສຸດສາ­ກົນINTOSAI ທີ່ເມືອງຮາບິນ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນ­ດາອົງ­ການກວດສອບແຫ່ງລັດຈຳ­ນວນ 23 ປະ­ເທດທົ່ວໂລກ, ໂດຍຈຸດ­ປະ­ສົງຂອງປະ­ຊຸມແມ່ນເພື່ອຍົກສູງໃນການຫັນເປັນທັນສະ­ໄໝຂອງການຄຸ້ມຄອງພາກລັດ ແລະ ແລກ­ປ່ຽນບົດ­ຮຽນທີ່ດີ­ເລີດໃນການນຳໃຊ້ລະ­ບົບສູນກາງຂໍ້ມູນຂະ­ໜາດໃຫຍ່ (Big Data) ເຂົ້າໃນບັນ­ດາວຽກງານຂະ­ແໜງຕ່າງໆບໍ່ວ່າຈະເປັນກະ­ສິ­ກຳ, ປະ­ກັນສັງ­ຄົມ ແລະ ສາ­ທາ­ລະ­ນະສຸກ ແລະ ການຄຸ້ມຄອງການເງິນພາກລັດເພື່ອສາ­ມາດເສື່ອມຈອດທາງດ້ານຖານຂໍ້ມູນຂ່າວ­ສານຂອງໜ່ວຍງານພາກລັດ ແລະ ລວມໄປເຖິງການນໍາໃຊ້ປັນ­ຍາປະ­ດິດເຂົ້າມາຊ່ວຍໃນວຽກງານກວດສອບແຫ່ງລັດ, ຮັບ­ປະ­ກັນການເຂົ້າເຖິງຂໍ້ມູນໄດ້ສະ­ດວກ, ມີຄວາມປະ­ຢັດດ້ານເວ­ລາ/ງົບ­ປະ­ມານ ແລະ ໂປ່ງໃສສາ­ມາດກວດສອບໄດ້.

ຂ່າວ-ພາບ: ອົງການກວດສອບແຫ່ງລັດ

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 21 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ຊຶ່ງມີຜູ້ຕາງໜ້າ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ ຈາກບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ.
ຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ເຂົ້າຢ້ຽມພົບປະການນຳແຂວງອຸດົມໄຊ

ຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ເຂົ້າຢ້ຽມພົບປະການນຳແຂວງອຸດົມໄຊ

ໃນວັນທີ 22 ຕຸລານີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ ໄດ້ມີພິທີຕ້ອນຮັບຄະນະຜູ້ແທນພະແນກຍຸຕິທຳ ແຂວງດຽນບຽນ ສສ ຫວຽດນາມ, ນຳໂດຍ ສະຫາຍ ເຈີ່ນແທັງຮືງ ຫົວໜ້າພະແນກຍຸຕິທຳແຂວງດຽນບຽນ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ຮອງຫົວໜ້າ ຄຕພ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່

ຮອງຫົວໜ້າ ຄຕພ ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ພັກອາແຊັກໄບຊານໃໝ່

ຫວ່າງບໍ່ດົນມານີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ນຳພາຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ຕາຄີຣ ບູດາກົບ (Tahir BUDAGOV) ຮອງປະທານພັກອາແຊັກໄບຊານໃໝ່ (New Azerbaijan Party), ໃນໂອກາດເຂົ້າຮ່ວມກອງປະຊຸມຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The International Conference of Asian Political Parties - ICAPP) ທີ່ນະຄອນຫຼວງບາກູ ສ ອາແຊັກໄບຊານ.
ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອ 673 ລ້ານເຢນ ເພື່ອວຽກງານເກັບກູ້ລະເບີດບໍ່ທັນແຕກ

ໃນວັນທີ 20 ຕຸລາ ຜ່ານມານີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບສະຖານເອກອັກຄະຣາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ ໄດ້ຈັດພິທີລົງນາມເອກະສານແລກປ່ຽນການຊ່ວຍເຫຼືອໃນໂຄງການ“ພັດທະນາທ້ອງຖິ່ນຜ່ານການ​ການແກ້ໄຂບັນຫາລະເບີດບໍ່ທັນແຕກ ​ຢູ່ພາກໃຕ້ຂອງ ສປປ ລາວ (ໄລຍະ 3). ໂດຍການລົງນາມຢ່າງເປັນທາງການຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຍີ່ປຸ່ນປະຈຳ ສປປ ລາວ. ໂດຍລັດຖະບານຍີ່ປຸ່ນສະໜອງການຊ່ວຍເຫຼືອເປັນມູນຄ່າ 673,000,000 ເຢນ ຫຼື 4.5 ລ້ານໂດລາ ໃຫ້ແກ່ ສປປ ລາວ, ເພື່ອສຸມໃສ່ການພັດທະນາຄວາມສາມາດຂອງໂຄງການເກັບກູ້ລະເບີດເເຫ່ງຊາດຢູ່ພາກໃຕ້ຂອງ ສປປ ລາວ.
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ  ແຫ່ງ ບຣູໄນ ດາຣູຊາລາມ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ໃນວັນທີ 20 ຕຸລານີ້ ທີ່ ພະລາດຊະວັງ ອິດສະຕານາ ນູຣູ ອີມານ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025.
ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ  ການພົວພັນຮ່ວມມືສອງຝ່າຍ

ສປປ ລາວ ແລະ ບຣູໄນ ດາຣູຊາລາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato ErywanPehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 19-22 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ.
ກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP)

ກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (ICAPP)

ໃນວັນທີ 16-19 ຕຸລາ ຜ່ານມາ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (The 4th Meeting of ICAPP Asian Cultural Council) ພາຍໃຕ້ຫົວຂໍ້“ຈາກຄວາມຫຼາກຫຼາຍຂອງບັນດາຊາດ ສູ່ຄວາມສາມັກຄີຂອງປະຊາຄົມໂລກ: ບົດບາດຂອງວັດທະນະທໍາໃນລະບຽບໂລກໃໝ່” (From National Diversity to Global Solidarity: The Role of Culture in the New World Order) ໂດຍການເປັນເຈົ້າພາບຂອງພັກອາແຊັກໄບຊານໃໝ່ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 16 ພັກການເມືອງ ຈາກ 14 ປະເທດໃນຂົງເຂດອາຊີ, ຕາເວັນອອກກາງ ແລະ ເອີຣົບ.
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ຕຸລານີ້, ພະນະທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງພິທີຕ້ອນຮັບທີ່ສະໜາມບິນສາກົນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.
ເພີ່ມເຕີມ