ຄະນະຜູ້ແທນ ສະພາປະຊາຊົນແຂວງກິຢອງນຳຊັງໂດ ສເກົາຫຼີ ພົບປະແລກປ່ຽນບົດຮຽນ ກັບ ສະພາປະຊາຊົນແຂວງວຽງຈັນ ສປປ ລາວ

ຄະນະຜູ້ແທນ ສະພາປະຊາຊົນແຂວງກິຢອງນຳຊັງໂດ ສເກົາຫຼີ ພົບປະແລກປ່ຽນບົດຮຽນ ກັບ ສະພາປະຊາຊົນແຂວງວຽງຈັນ ສປປ ລາວ
ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງສອງສະພາໄດ້ມີຂຶ້ນໃນວັນທີ 2 ພະຈິກນີ້ ທີ່ແຂວງວຽງຈັນ ສປປ ລາວ, ຄະນະຜູ້ແທນຝ່າຍແຂວງກິຢອງນຳຊັງໂດ ສເກົາຫຼີ ນຳໂດຍທ່ານ ຄິມ ຈິນບູ ປະທານສະພາປະຊາຊົນແຂວງກິຢອງນຳຊັງໂດ ພ້ອມຄະນະ ແລະ ຄະນະຜູ້ແທນສະພາປະຊາຊົນ ແຂວງວຽງຈັນ ສປປ ລາວ ນຳໂດຍ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ. 
      ທ່ານ ບຸນສອນ ເພັດລາວັນ ໄດ້ຕາງໜ້າໃຫ້ແກ່ຄະນະຜູ້ແທນຝ່າຍລາວເວົ້າລວມ ເວົ້າສະເພາະ ກໍຄືແຂວງວຽງຈັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມແລະພົບປະແລກປ່ຽນບົດຮຽນຂອງຄະນະຜູ້ແທນຝ່າຍແຂວງກິຢອງນຳຊັງໂດ ໃນຄັ້ງນີ້, ພ້ອມນີ້ກໍໄດ້ລາຍງານສະພາບລວມຂອງແຂວງ ແລະສະພາປະຊາຊົນແຂວງວຽງຈັນ ໂດຍຫຍໍ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງແລະພູມສັນຖານໂດຍເຂດພື້ນທີ່ເຂດທົ່ງພຽງກວມເອົາພຽງ1/3 ຂອງພື້ນທີ່ທັງໝົດ, ມີທ່າແຮງທາງດ້ານການຜະລິດເປັນສິນຄ້າ ມີຄວາມອຸດົມສົມບູນທາງດ້ານທີວທັດທຳມະຊາດ, ຫ້ວຍນ້ຳລຳເຊ, ມີທາງດ່ວນຈາກນະຄອນຫຼວງວຽງຈັນ ຫາວັງວຽງ ແລະ ມີເສັ້ນທາງລົດໄຟແລ່ນຜ່ານ ຊຶ່ງເປັນສິ່ງອຳນວຍຄວາມສະດວກດ້ານການຄົມມະນາຄົມຂົນສົ່ງໂດຍສານແລະສິນຄ້າ. ສຳລັບສະພາປະຊາຊົນແຂວງວຽງຈັນ ແມ່ນອົງການຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເຮັດໜ້າທີ່ພິຈາລະນາ-ຮັບຮອງເອົາບັນດານິຕິກຳ ບັນຫາສຳຄັນຕ່າງໆຂອງທ້ອງຖິ່ນແລະອື່ນໆ. ດ້ານໂຄງປະກອບການຈັດຕັ້ງ ມີ 3 ຄະນະກຳມະການຊ່ວຍວຽກ, 1 ຄະນະເລຂາທິການ ແລະ 9 ຂະແໜງການ. ຂະນະທີ່ ທ່ານ ຄິມ ຈິນບູ ກໍໄດ້ຕາງໜຶາໃຫ້ແກ່ຄະນະຜູ້ແທນຕົນ ສະແດງຄວາມຂອບໃຈມາຍັງ ທ່ານປະທານສະພາປະຊາຊົນແຂວງພ້ອມຄະນະ ທີ່ໃຫ້ການຕ້ອນຮັບເປັນຢ່າງດີ ພ້ອມກ່າວລາຍງານຫຍໍ້ກ່ຽວກັບສະພາບລວມຂອງແຂວງກິຢອງນຳຊັງໂດ. ໃນລະຫວ່າງການພົບປະຄະນະຜູ້ແທນຂອງທັງສອງໄດ້ແລກປ່ຽນຄຳເຫັນຊຶ່ງກັນແລະກັນ ກ່ອນທີ່ສອງຝ່າຍຈະໄດ້ລົງລາຍເຊັນໃນບົດບັນທຶກການຊ່ວຍຈຳການຮ່ວມຂອງທັງສອງສະພາ ພ້ອມແລກປ່ຽນຂອງທີ່ລະນຶກຊຶ່ງກັນແລະກັນ. 
       ພ້ອມນີ້ໃນຕອນບ່າຍຂອງວັນດຽວ ຄະນະຜູ້ແທນແຂວງກິຢອງນຳຊັງໂດ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ຖາມຂ່າວຄາວແລະລາຍງານເຖິງຈຸດປະສົງໃນການມາແຂວງວຽງຈັນໃນຄັ້ງນີ້ ຊຶ່ງທ່ານເລຂາພັກແຂວງກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນພ້ອມມີຄຳເຫັນວ່າ: ສອງຊາດ ສປປ ລາວ ແລະ ສ ເກົາຫຼີ ໄດ້ມີສາຍພົວພັນກັນມາດົນນານພໍສົມຄວນ ແລະ ການມາຂອງຄະນະຜູ້ແທນແຂວງກິຢອງນຳຊັງໂດ ເທື່ອນີ້ ມັນໄດ້ສະແດງເຖິງການເສີມຂະຫຍາຍສາຍພົວພັນລະຫວ່າງສອງຊາດ ລາວ-ສ ເກົາຫຼີ ກໍຄື, ແຂວງວຽງຈັນ ແລະ ແຂວງກິຢອງນຳຊັງໂດໃຫ້ສະໜິດແໜ້ນຂຶ້ນກວ່າເກົ່າ.
ຂ່າວ-ພາບ: ແຂວງວຽງຈັນ

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ