ຄະນະຜູ້ແທນ ສປສສ ສໍາເລັດເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7

ຄະນະຜູ້ແທນ ສປສສ ສໍາເລັດເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7

ໃນລະຫວ່າງວັນທີ 20-22 ພະຈິກ 2025 ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດແຫ່ງ ສປປ ລາວ(ສປສສ) ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7 ທີ່ເມືອງ ສົງ ຊິງ ສປ ຈີນ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ແລະ ການສ້າງປະຊາຄົມຮ່ວມສະຕາກຳດຽວກັນໃນພາກພື້ນ”.

ກອງປະຊຸມໃນຄັ້ງນີ້: ມີຄະນະຜູ້ແທນຈາກຫຼາຍພາກສ່ວນຂອງ 10 ປະເທດອາຊຽນເຂົ້າຮ່ວມ ແລະ ຄະນະຜູ້ແທນຈາກປະເທດ ປາກີສະຖານ, ສີລັງກາ, ບັງກາລາເດດສ, ອົງການໄກ່ເກ່ຍສາກົນ, ກອງເລຂາອາຊຽນ, ສະມາຄົມນັກກົດໝາຍສາກົນກ່ຽວກັບໜຶ່ງແລວ ໜຶ່ງເສັ້ນທາງ, ສູນການຮ່ວມມື ເພື່ອປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ. ສຳລັບ ສປປ ລາວ ແມ່ນມີຄະນະຜູ້ແທນຈາກ ສະພາແຫ່ງຊາດ, ກະຊວງການກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ ແລະ ສານປະຊາຊົນສູງສຸດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້: ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສົ່ງເສີມການຈັດລະບຽບກົດ

ໝາຍ, ກົດລະບຽບ ແລະ ມາດຕະຖານໃນຂົງເຂດການຂົນສົ່ງ, ເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ, ພ້ອມທັງເພີ່ມປະສິດທິພາບການຮ່ວມມືດ້ານການບັງຄັບໃຊ້ກົດໝາຍໃນການຕໍ່ສູ້ກັບອາຊະຍາກຳຂ້າມຊາຍແດນ ແລະ ການແກ້ໄຂຂໍ້ຂັດແຍ່ງຂ້າມຊາຍແດນ.

ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມ ປະກອບມີ ທ່ານ ເສິນ ເວີນ ຊິງ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາຄະນະກຳມະການສູນກາງພັກຄອມມູນິດຈີນ ວ່າດ້ວຍການເມືອງ ແລະ ກົດໝາຍ, ປະທານສະມາຄົມກົດໝາຍແຫ່ງ ສປ ຈີນ, ທ່ານ ຢວນ ເຈ່ຍ ຈຸ່ນ ກໍາມະການກົມການເມືອງສູນກາງພັກຄອມມູນິດ ຈີນ, ເລຂາພັກນະຄອນ ສົງ ຊິງ, ພ້ອມດ້ວຍການນຳຂອງພ່າກສ່ວນຕ່າງໆກໍ່ໄດ້ເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນໄດ້ຂຶ້ນກ່າວປາໄສ ໃນກອງປະຊຸມໂດຍມີເນື້ອໃນເໜັ້ນໜັກເຖິງການພົວພັນອັນດີງາມລະຫວ່າງ ລາວ ແລະ ສປ ຈີນ ພາຍໃຕ້ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳ ລາວ-ຈີນ, ຈີນ-ລາວ ໃນແຕ່ລະໄລຍະ ອັນໄດ້ເຮັດໃຫ້ ທັງສອງປະເທດ ໄດ້ຮັບການພັດທະນາການຮ່ວມມືຢ່າງຮອບດ້ານ. ບົດບາດຄວາມສໍາຄັນຂອງການຮ່ວມມືໃນກອບ ອາຊຽນ ແລະ ຈີນ ໂດຍສະເພາະການຈັດຕັ້ງປະຕິບັດອານຸສັນຍາ ເຂດການຄ້າເສລີ ອາຊຽນ-ຈີນ 3.0 (CAFTA 3.0) ເພື່ອເປີດເສລີທາງດ້ານການຄ້າລະຫວ່າງບັນດາປະເທດສະມາຊິກ, ສົ່ງເສີມການໝູນວຽນຂົນສົ່ງສິນຄ້າ, ການບໍລິການ ແລະ ທຶນ ຢ່າງເສລີ, ສ້າງກົດລະບຽບການຄ້າທີ່ໂປ່ງໃສ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກອງປະຊຸມໄດ້ຮັບຮອງຫຼັກການຮ່ວມມື ລະຫວ່າງ ຈີນ-ອາຊຽນ ເປັນຕົ້ນ: (1) ການສ້າງຄວາມເຂັ້ມແຂງໃນການຮ່ວມມືດ້ານກົດໝາຍ ອາຊຽນ-ຈີນ ແລະ ການສ້າງປະຊາຄົມຮ່ວມສະຕາກຳດຽວກັນໃນພາກພື້ນ; (2) ການເສີມຂະຫຍາຍ ຂໍ້ລິເລີ່ມການປົກຄອງຮ່ວມກັນ ຂອງທ່ານ ສີ ຈິນ ຜິງ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບ; (3) ການຮ່ວມມືເພື່ອຍົກສູງຄຸນນະພາບຂອງການຜະລິດ, ສົ່ງເສີມການປະຕິບັດສັນຍາຫຸ້ນສ່ວນຮອບດ້ານທາງເສດຖະກິດໃນພາກພື້ນ ແລະ ອະນຸສັນຍາເຂດການຄ້າເສລີຈີນ-ອາຊຽນ 3.0 ຢ່າງແຂງແຮງ; (4) ການຮ່ວມມືທາງດ້ານການປະຕິບັດກົດໝາຍ ແລະ ການປະສານງານໃນວຽກງານຕຸລາການ ໂດຍສະເພາະວຽກງານຮັບຮູ້ຄຳຕັດສິນຄະດີແພ່ງ, ຄະດີການຄ້າ ລະຫວ່າງປະເທດ ແລະ ກ້າວໄປເຖິງການຮ່ວມມືດ້ານອາສະຍາກຳຂ້າມຊາດ; (5) ຊຸກຍູ້ໃຫ້ມີການຮ່ວມມືເພື່ອແກ້ໄຂຂໍຂັດແຍ່ງທາງແພ່ງ ແລະ ການຄ້າລະຫວ່າງປະເທດ ຜ່ານກົນໄກການບໍລິການໄກ່ເກ່ຍ; (6) ສົ່ງເສີມການຝຶກອົບຮົມ, ການສຶກສາໃນລະດັບປະລິນຍາເອກທາງດ້ານກົດໝາຍ ພາຍໃຕ້ ແຜນງານຮ່ວມມືລະຫວ່າງສະຖາບັນການສຶກສາລະຫວ່າງ ຈີນ-ອາຊຽນ; (7) ສະໜັບສະໜູນການຮຽນຮູ້ ແລະ ແລກປ່ຽນບົດຮຽນ ຕໍ່ກັບການປົກຄອງລັດດ້ວຍກົດໝາຍ ລະຫວ່າງຈີນ - ອາຊຽນ ແລະ (8) ສົ່ງເສີມການຮ່ວມມືທາງດ້ານເສດຖະກິດຂອງແຕ່ປະເທດ ຜ່ານການປົກຄອງລັດດ້ວຍກົດໝາຍ ຮັບປະກັນໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ ໃນພາກພື້ນ.

ນອກຈາກການເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ, ຄະນະຜູ້ແທນຂັ້ນ ສປສສ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງຝ່າຍ ສປ ຈີນ ນຳໂດຍ ທ່ານ ເສິນ ເວີນ ຊິງ, ຊຶ່ງສອງຝ່າຍໄດ້ແລກປ່ຽນໃນຫຼາຍເນື້ອໃນທີ່ສຳຄັນຕໍ່ການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃນອານາຄົດ ໂດຍຍຶດໝັ້ນເອົາການປົກຄອງລັດດ້ວຍກົດໝາຍເປັນບັນຫາໃຈກາງ.(ຂ່າວ: ສປສສ)

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ