ພົບປະປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ສປປ ລາວ ແລະ ສ ເກົາຫຼີ ຮັດແໜ້ນການຮ່ວມມື ໃນໄລຍະໃໝ່

ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ສປປ ລາວ ແລະ ສ ເກົາຫຼີ ຮັດແໜ້ນການຮ່ວມມື ໃນໄລຍະໃໝ່
ໃນວັນທີ 30 ກັນຍາ ຜ່ານມາ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ນາງ Song Miryungລັດຖະມົນຕີ ກະຊວງກະສິກໍາ,

ອາຫານ ແລະ ກິດຈະການຊົນນະບົດສ ເກົາຫຼີ ໄດ້ພົບປະປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດ ກະສິກຳ ແລະ ພັດທະນາຊົນນະບົດ, ໃນໂອກາດທີ່ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 ກັນຍາ ຫາ 3 ຕຸລາ 2024.
ການເຊັນບົດບັນທຶກ ແມ່ນເປັນການຜັນຂະຫຍາຍ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ກະຊວງ ທີ່ໄດ້ເຊັນຮ່ວມກັນໃນປີ 2019 (ຄັ້ງທໍາອິດ) ທີ່ຜ່ານມາ ເພື່ອໃຫ້ເນື້ອໃນບົດບັນທຶກດັ່ງກ່າວ ມີຄວາມສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ເພີ່ມປະສິດທິພາບ-ປະສິດທິຜົນ ຂອງການຮ່ວມມືຂອງທັງສອງພາກສ່ວນ. ໃນບົດບັນທຶກຄວາມເຂົ້າໃຈ ແມ່ນເນັ້ນໜັກໃສ່ການແລກປ່ຽນບົດຮຽນ ທາງດ້ານເຕັກນິກວິຊາການ, ຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດກິດຈະກຳການພັດທະນາຂອງຂະແໜງການທີ່ມີປະສິດທິພາບ ແລະ ປະສິດທິຜົນ ຮ່ວມກັນ ເປັນຕົ້ນ: ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳ; ການຍົກສູງສະມັດຖະພາບການຜະລິດ ໂດຍສະເພາະຜະລິດຕະພັນກະສິກຳ; ການພັດທະນາຄວາມອາດສາມາດໃຫ້ແກ່ພະນັກງານວິຊາການ; ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ; ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມອົງການຈັດຕັ້ງຊາວກະສິກອນ ແລະ ຊຸມຊົນ; ການສົ່ງເສີມການຮ່ວມມືຂອງພາກລັດ; ເອກະຊົນ ແລະ ການຮ່ວມມືອື່ນໆ.
ຂ່າວ:ກະຊວງກະສິກຳແລະປ່າໄມ້

ຄໍາເຫັນ

ຂ່າວການຮ່ວມມື

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

​ ໃນກອງປະຊຸມລະດັບສາກົນ ຄັ້ງທີ 3 ວ່າດ້ວຍສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ (Cluster Munitions) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ວາງສະແດງ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ມໍຣະດົກໄພອັນຕະລາຍ ທີ່ຕົກຄ້າງມາຈາກສະໄໝສົງຄາມ.
ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ເຜີຍແຜ່ນິຕິກຳວຽກງານທ່ອງທ່ຽວ ຕິດພັນກັບການຄຸ້ມຄອງສັດປ່າຫວງຫ້າມ

ກອງປະຊຸມເຜີຍແຜ່ນິຕິກຳໃນວຽກງານການທ່ອງທ່ຽວ ຕິດພັນກັບການຄຸ້ມຄອງ ສັດປ່າຫວງຫ້າມ ໃຫ້ບັນດາພະແນກ ວັດທະນາທຳ ແລະ ການທ່ອງທ່ຽວ(ວທ) ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ,ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃວັນທີ 18 ກັນຍານີ້ທີ່ນະຄອນຫຼວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍຊຶ່ງໄດ້ຮັບການສະໜັບສະໜູນ ຈາກອົງການອະນຸລັກສັດປ່າ(WCS) ປະຈຳລາວ,ໂດຍການເປັນປະທານ ຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ສປປ ລາວ ສໍາເລັດການເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ໃນນາມປະທານກອງປະຊຸມໄດ້ຖະແຫຼງຂ່າວປິດກອງປະຊຸມໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຖະແຫຼງຜົນການເປັນເຈົ້າພາບ ແລະ ປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munition) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 14 ຫາ 18 ກັນຍາ 2026, ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 500 ກວ່າທ່ານ, ມາຈາກ 91 ປະເທດ (ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ) ແລະ ອົງການຈັດຕັ້ງສາກົນຕ່າງໆຈຳນວນ 27 ອົງການເຂົ້າຮ່ວມ.
ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM  ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ສປປ ລາວ ສືບຕໍ່ແລກປ່ຽນຄໍາເຫັນປະສົບການກ່ຽວກັບມາດຕະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ໃນກອງປະຊຸມ 3RC-CCM ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ

ໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ລັດຖະບານແຫ່ງ ສປປ ລາວ ໄດ້ສືບຕໍ່ປະຕິບັດໜ້າທີ່ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM). ກອງປະຊຸມສືບຕໍ່ດໍາເນີນພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ). ກອງປະຊຸມໄດ້ລົງເລິກຫົວຂໍ້ສໍາຄັນໂດຍສະເພາະແມ່ນຫຼັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາຂອງບັນດາລັດພາຄີ, ມາດຕະການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມອື່ນໆທີ່ສະໜັບສະໜູນ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM).
ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ເລຂາພັກແຂວງອັດຕະປື ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ

ວັນທີ 17 ກັນຍານີ້, ສະຫາຍ ບຸນເຖິງ ດວງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງອັດຕະປື ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນດາໜັງ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ດຶກ ຢຸງ ຮອງເລຂາພັກນະຄອນ, ປະທານສະພາປະຊາຊົນນະຄອນດາໜັງ ພ້ອມຄະນະ. ການຕ້ອນຮັບຈັດຂຶ້ນຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງ, ໂດຍມີການນຳຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23

ໃນວັນທີ 17 ກັນຍາ ນີ້ ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີຈ້ວງ, ສາທາລະນະລັດປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026.
ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ຜູ້ແທນ CCM ຢ້ຳຄືນຫຼັກການສຳຄັນຂອງສົນທິສັນຍາເພື່ອສ້າງຄວາມປອດໄພໃຫ້ປະຊາຊົນ

ໃນວາລະດຳເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາຄະນະຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄຳເຫັນກ່ຽວກັບຄວາມຄືບໜ້າ ແລະ ທົບທວນສະຖານະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງກັບການບັນລຸຈຸດປະສົງຂອງສົນທິສັນຍາ.
ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ສົ່ງເສີມຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຍຸກໃໝ່ ໃຫ້ກ້າວສູ່ລະດັບສູງໃໝ່ ຢ່າງບໍ່ຢຸດຢັ້ງ

ໃນເດືອນມິຖຸນາ 2026, ຈີນ ແລະ ລາວ ໄດ້ອອກຖະແຫຼງການຮ່ວມຂອງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ກ່ຽວກັບ “ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນຍຸກໃໝ່”, ໄດ້ລະບຸຢ່າງຊັດເຈນ ເຖິງແນວທາງການດໍາເນີນ "ແຜນປະຕິບັດງານເພື່ອສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ (2024-2028)".
ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ບໍ່ແກ້ວ-ດຽນບຽນ ພົບປະແລກປ່ຽນບົດຮຽນ ຮ່ວມມືດ້ານການທ່ອງທ່ຽວ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເພື່ອເພີ່ມທະວີຄວາມຮ່ວມມືໃນການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ການເຊື່ອມໂຍງເສັ້ນທາງການທ່ອງທ່ຽວທາງບົກ ລະຫວ່າງ ລາວ, ຫວຽດນາມ ແລະ ໄທ ໃນວັນທີ 16 ກັນຍາ 2026 ທີ່ແຂວງບໍ່ແກ້ວ ໂດຍມີທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທ່ານ ນາງ ກາວ ທິຕວຽດ ລານ ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງດຽນບຽນ ແລະ ພາກສວນທີ່ກ່ຽວຂ້ອງຂອງສອງຝ່ານເຂົ້າຮ່ວມ.
ເພີ່ມເຕີມ