ຜັກໝາກໄມ້ ຫວຽດນາມ ບັນລຸຄາດໝາຍສົ່ງອອກ 10 ຕື້ໂດລາຕໍ່ປີ

ຂະແໜງຜັກໝາກໄມ້ ຫວຽດນາມ ບັນລຸຄາດໝາຍສົ່ງອອກ 10 ຕື້ໂດລາຕໍ່ປີ

ຂະແໜງຜັກໝາກໄມ້ ຫວຽດນາມ ບັນລຸຄາດໝາຍສົ່ງອອກ 10 ຕື້ໂດລາຕໍ່ປີ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສະໄໝທີ V (2024 – 2029) ໄດ້ດຳເນີນໃນວັນທີ 6 ມັງກອນ ຜ່ານມາ, ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ:ນັບແຕ່ປີ 2023 ມາຮອດປັດຈຸບັນ, ການສົ່ງອອກຜັກ, ໝາກໄມ້ ຫວຽດນາມ ໄດ້ມີການຂະຫຍາຍຕົວກະໂດດຂັ້ນ. ປີ 2023, ການສົ່ງອອກຜັກ, ໝາກໄມ້ບັນລຸລະດັບສະຖິຕິ 5,6 ຕື້ໂດລາ,

ເພີ່ມຂຶ້ນເກືອບ 60% ເມື່ອທຽບໃສ່ປີ 2022. ໃນປີຜ່ານມາ, ການສົ່ງອອກຜັກ, ໝາກໄມ້ບັນລຸ 7,2 ຕື້ໂດລາ. ໃນສະໄໝທີ V, ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ວາງອອກ7 ໜ້າທີ່, ໃນນັ້ນ ສ້າງເງື່ອນໄຂເພື່ອໃຫ້ຜູ້ຜະລິດ ແລະ ວິສາຫະກິດຮ່ວມມື, ຮ່ວມທຸລະກິດ, ຮ່ວມສຳພັນສ້າງລະບົບສະໜອງ ແລະ ລະບົບມູນຄ່າເປັນປົກກະຕິ, ຍືນຍົງ, ຍົກສູງທ່ວງທ່າ ແລະ ກຳລັງຂອງຜັກໝາກໄມ້ ຫວຽດນາມ ໃນເວທີສາກົນ.

ທ່ານ ຫງວຽນແທັງບິ່ງ ປະທານສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ: ຂະແໜງຜັກໝາກໄມ້ ຫວຽດນາມ ບັນລຸຄາດໝາຍສົ່ງອອກ 10 ຕື້ໂດລາ ຕໍ່ປີ. ພວກເຮົາສືບຕໍ່ນຳບັນດາຂໍ້ສະເໜີຂອງວິສາຫະກິດທີ່ມີຕໍ່ລັດໃນການສ້າງ, ດັດປັບນະໂຍບາຍໃຫ້ແທດເໝາະກັບສະພາບການໃໝ່. ຜ່ານມານັ້ນ, ກໍຊ່ວຍໃຫ້ຜູ້ຜະລິດ, ວິສາຫະກິດປັບຕົວໃຫ້ເໝາະສົມກັບການເໜັງຕີງຂອງຕະຫຼາດ… ສະຫະສະມາຄົມກໍໄດ້ປະຕິບັດບົດບາດເປັນຂົວຕໍ່ຢ່າງລຸລ່ວງ ແລະ ຖືນີ້ແມ່ນການເຄື່ອນໄຫວຈຸດສຸມໃນໄລຍະເວລາຈະມາເຖິງ.

ຄໍາເຫັນ

ຂ່າວຕ່າງປະເທດ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 12 ມິຖຸນາ ຜ່ານມາ, ອົສຕຣາລີ ໄດ້ເປີດຖານຂໍ້ມູນ 3 ມິຕິອອນລາຍ ໃໝ່ທີ່ມີຊື່ວ່າ: Ozboneviz ຊຶ່ງພັດທະນາໂດຍມະຫາວິທະຍາໄລ Flinders ຂອງອົສຕຣາລີ ແລະ ຄູ່ຮ່ວມງານ, ເປີດໃຫ້ທົ່ວໂລກສາມາດເຂົ້າເຖິງຂໍ້ມູນລາຍລະອຽດກ່ຽວກັບສັດປ່າທີ່ມີຊີວິດຢູ່ ແລະ ບໍ່ມີຊີວິດແລ້ວ ຂອງອົສຕຣາລີ.
ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນຫວ່າງບໍ່ດົນມານີ້, ​ທ່ານ ຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ນັກ​ຂ່າວ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຜົນ​​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ສາງ​ຊ່າ ​ແຂວງ​ຫູ​​ໜານ ​ຂອງ​ຈີນ.
ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 12 ມິຖຸນາ ຜ່ານມານີ້, ເຮືອບິນໂດຍສານໂບອິງ-787 ລຳໜຶ່ງຂອງບໍລິສັດການບິນຂອງອິນເດຍໄດ້ເກີດອຸບັດຕິເຫດຕົກພາຍຫຼັງບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນລຳດັ່ງກ່າວໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ຍັງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ພາກພື້ນດິນອີກດ້ວຍ. ຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດອິນເດຍເປີດເຜີຍໃຫ້ຮູ້ວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 12 ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025 ດ້ວຍອັດຕາ 96.44% ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ໂດຍທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ອັດມັດ ມໍລານີ ເຈົ້າໜ້າທີ່ພິເສດຂອງລັດຖະມົນຕີປະສານງານການສ້າງຄວາມເຂັ້ມແຂງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ເຊື່ອໝັ້ນວ່າຄວາມພະຍາຍາມຫຼຸດຜ່ອນຄວາມທຸກຍາກຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທີ່ທຸກຍາກຈະຖືກລຶບລ້າງຊ້າສຸດພາຍໃນປີ 2026.
BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເຖິງວ່າ ຍີ່ປຸ່ນ ຍັງມີການນຳໃຊ້ທະນະບັດໃນລະດັບສູງ, ແຕ່ ທະນາຄານກາງຍີ່ປຸ່ນ (BOJ) ຄາດຄະເນວ່າທ່າອ່ຽງການນຳໃຊ້ທະນະບັດອາດຈະຫຼຸດລົງຢ່າງຫຼວງຫຼາຍໃນອະນາຄົດ ເນື່ອງຈາກການຂະຫຍາຍຕົວຂອງ ດີຈີຕອນ ຢ່າງວ່ອງໄວ ຊຶ່ງການປ່ຽນແປງນີ້ໄດ້ກະຕຸ້ນໃຫ້ BOJ ເລັ່ງການວາງແຜນ ແລະ ການພັດທະນາລະບົບການຊຳລະເງິນທີ່ທັນສະໄໝ ແລະ ພ້ອມຮອງຮັບສະພາບສັງຄົມໃໝ່.
ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ງານວາງສະແດງເສດຖະກິດການຄ້າລະຫວ່າງຈີນ-ອາຟຣິກາ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ແຂວງຫູໜານ ຂອງຈີນ ໃນລະຫວ່າງວັນທີ 12-15 ມິຖຸນານີ້. ປັດຈຸບັນ ມີຫຼາຍກວ່າ 30.000 ຄົນ ຈາກ 53 ປະເທດໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 4.700 ກວ່າວິສາຫະກິດ ພ້ອມດ້ວຍສະມາຄົມການຄ້າ, ສະຖາບັນການເງິນ ແລະ ອື່ນໆ ຂອງຈີນ ແລະ ອາຟຣິກາ ໄດ້ສະເໝີຊື່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແລ້ວ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ ປະເທດຝຣັ່ງ, ໃນວັນທີ 11 ມິຖຸນາ ຜ່ານມາ ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງອາຊີບການປະມົງແບບຍືນຍົງ; ໃນນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບຫາປາ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).
ເພີ່ມເຕີມ