ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3

ແຂ່ງຂັນປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ – ອາຊຽນ ຄັ້ງທີ 3
ຂ່າວສານຊີອາໄອລາຍງານວ່າ: ເມື່ອວັນທີ 30 ກໍລະກົດ ຜ່ານມາ, ການແຂ່ງຂັນການປະດິດສ້າງ ແລະ ວິສາຫະກິດຄິດມືອາຊີບຈີນ–ອາຊຽນ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍມີຫົວຂໍ້ວ່າ: “ຄວາມຮ່ວມມືດ້ານຄວາມຄິດຄົ້ນ ເພື່ອສ້າງຝັນໃຫ້ເປັນຈິງ” ຊຶ່ງໄດ້ດຶງດູດໂຄງການ ເຂົ້າຮ່ວມຈາກ 23 ປະເທດ ແລະ ພື້ນທີ່ ລວມທັງ ສປ ຈີນ (ຮວມທັງແຜ່ນດິນໃຫຍ່, ມາເກົ້າ ແລະ ໄຕ້ຫວັນ), ປະເທດອາຊຽນ 10 ປະເທດ, ສີລັງກາ, ບັງກະລາເທດ, ການາດາ, ສະຫະລັດ ອາເມຣິກາ, ອັງກິດ, ປາກິດສະຖານ, ອັຟການິສຖານ, ອຸສເບກິສຖານ, ເຟຈິ ແລະ ໂຮນລັງ ລວມທັງໝົດ 329 ໂຄງການ.

 

ຫຼັງຈາກການຄັດເລືອກໃນຫຼາຍຂັ້ນຕອນມີທັງໝົດ 19 ໂຄງການດີເດັ່ນຈາກ ຈີນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ປະເທດໄທ ທີ່ໄດ້ຜ່ານເຂົ້າໄປຮອບຊີງຊະນະເລີດ. ໃນງານຮອບຊີງຊະນະເລີດມີການແຂ່ງຂັນແບ່ງເປັນ 2 ປະເພດຄື: ກຸ່ມທີມ ແລະ ກຸ່ມບໍລິສັດ ໂດຍໃຊ້ຮູບແບບ “7+5” ໃນການນຳສະເໜີ (7 ນາທີ ນຳສະເໜີໂຄງການ + 5 ນາທີ ຕອບຄຳຖາມຈາກຄະນະກຳມະການ). ໂຄງການໄດ້ສະແດງໃຫ້ເຫັນເຖິງຈຸດເດັ່ນຂອງນະວັດຕະກຳ ແລະ ສັກກະຍະພາບທາງການຕະຫຼາດ.

ຜົນການປະກວດ ໄດ້ມີການມອບລາງວັນອັນດັບ 1, 2, 3 ໃຫ້ແກ່ກຸ່ມທີມ ແລະ ກຸ່ມບໍລິສັດ, ລວມທັງ 8 ລາງວັນ “ດາວເຮັດວຽກແບບຮ່ວມມື” ແລະ 7 ລາງວັນ “ດາວຄວາມຄິດສ້າງສັນ”. ໃນນັ້ນ, ມີໂຄງການຈຳນວນໜຶ່ງທີ່ເນັ້ນໃນເລື່ອງປັນຍາປະດິດທີ່ຊ່ວຍຍົກລະດັບອຸດສາຫະກຳດັ່ງເດີມ ແລະ ການໃຊ້ພະລັງງານຂຽວໄດ້ຢ່າງມີປະສິດທິພາບໄດ້ສ້າງຄວາມໂດດເດັ່ນຢ່າງໜ້າປະທັບໃຈ.

ງານຄັ້ງນີ້ໄດ້ຮັບການຈັດຂຶ້ນໂດຍກົມການຮ່ວມມືລະຫວ່າງປະເທດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ ແລະ ສຳນັກງານເລຂາທິການອາຊຽນ ພ້ອມດ້ວຍການສົ່ງເສີມຈາກຫົວໜ່ວຍຕ່າງໆເຊັ່ນ: ຄະນະກຳມະການວິທະຍາສາດ – ນະວັດຕະກຳອາຊຽນ ແລະ ກົມວິທະຍາສາດແຂວງກວງຊີ ລວມທັງສູນຖ່າຍທອດເຕັກໂນໂລຊີ ຈີນ–ອາຊຽນ. ງານຄັ້ງນີ້ໄດ້ສ້າງເວທີໃຫ້ນັກປະດິດສ້າງ ແລະ ນັກຄິດຄົ້ນຈາກຈີນ–ອາຊຽນ ໄດ້ມາແລກປ່ຽນ ແລະ ຮ່ວມມືກັນ ເພື່ອສົ່ງເສີມຄວາມກ້າວໜ້າດ້ານວິທະຍາສາດ ແລະ ສ້າງໂອກາດໃໝ່ໆ ໃນການຮ່ວມພັດທະນາດ້ານເສດຖະກິດຂອງພາກພື້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ຂ່າວຕ່າງປະເທດລາຍງານ ວ່າ: ທ່ານ ຮວດ ຮັກ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ອັງກໍວັດ ຖືກຈັດອັນດັບໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ ປະຈຳປີ 2026 ໃນການຈັດອັນດັບຂອງ TripAdvisor. ການປະກາດດັ່ງກ່າວລວມມີລາຍຊື່ 25 ສະຖານທີ່ທ່ອງທ່ຽວອັນດັບຕົ້ນໆຂອງອາຊີຈາກ TripAdvisor, ໂດຍມີສວນ Gardens by the Bay ຂອງສິງກະໂປຢູ່ໃນອັນດັບ 1 ແລະ ທັດມາຮາລ ຂອງອິນເດຍຢູ່ໃນອັນດັບທີ 3.
GDP ຂອງຮົງກົງໃນໄຕມາດທຳອິດປີນີ້ເຕີບໂຕ 5.9%

GDP ຂອງຮົງກົງໃນໄຕມາດທຳອິດປີນີ້ເຕີບໂຕ 5.9%

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາວ່າ: ອົງການສະຖິຕິຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຂອງຈີນ ໄດ້ປະກາດໂຕເລກການປະເມີນລ່ວງໜ້າສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດປີ 2026 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດຮົງກົງເຕີບໂຕ 5.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ຊຶ່ງເປັນຈັງຫວະການເຕີບໂຕໃນໄຕມາດທີ່ສ້າງສະຖິຕິສູງສຸດເທື່ອໃໝ່ໃນຮອບ 5 ປີຜ່ານມາ.
ປະຊາກອນເດັກນ້ອຍຂອງຍີ່ປຸ່ນຫຼຸດລົງຢ່າງຕໍ່ເນື່ອງເປັນເວລາ 45 ປີ

ປະຊາກອນເດັກນ້ອຍຂອງຍີ່ປຸ່ນຫຼຸດລົງຢ່າງຕໍ່ເນື່ອງເປັນເວລາ 45 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ລັດຖະບານຍີ່ປຸ່ນໄດ້ເປີດເຜີຍຈຳນວນປະຊາກອນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 15 ປີໃນປະເທດຍີ່ປຸ່ນໄດ້ຫຼຸດລົງສູ່ລະດັບຕໍ່າສຸດແບບບໍ່ເຄີຍມີມາກ່ອນ ທີ່ປະມານ 13.29 ລ້ານຄົນ ເມື່ອນັບມາຮອດວັນທີ 1 ເມສາ 2026 ຊຶ່ງຫຼຸດລົງ 350,000 ຄົນ ຈາກປີ 2025 ແລະ ຫຼຸດລົງຕິດຕໍ່ກັນເປັນປີທີ 45, ເຖິງວ່າລັດຖະບານຍີ່ປຸ່ນຈະພະຍາຍາມແກ້ໄຂບັນຫາອັດຕາການເກີດທີ່ຫຼຸດລົງກໍຕາມ.
ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ຫວຽດ​ນາມ - ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 6 ພຶດ​ສະ​ພາ ຜ່ານມາ ຢູ່​ນະ​ຄອນຫຼວງນິວເດລີ ໄດ້​ດຳ​ເນີນ​ພິ​ທີ​ຕ້ອນ​ຮັບ ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ອິນ​ເດຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ ອິນ​ເດຍ. ທ່ານນາງ ດູປາດີ ມູມູ ​ປະ​ທາ​ນາ​ທິ​ບໍ​ດີອິນເດຍ ແລະ ທ່ານ ນາເຣນດາ ໂມດີ ​ນາ​ຍົກ​ລັດ​ຖະ​ມົນ​ຕີຮ່ວມ​ກັນ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ.
ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການການເງິນສິງກະໂປ ຫຼື ທະນາຄານກາງຂອງສິງກະໂປ ໄດ້ລາຍງານກ່ຽວກັບການຮ່ວມມືກັບອຸດສາຫະກຳທະນາຄານ, ອົງການເຕັກໂນໂລຊີແຫ່ງລັດສິງກະໂປ ແລະ ກອງກຳລັງຕຳຫຼວດ ເພື່ອເສີມຂະຫຍາຍຄວາມສາມາດໃນການກວດຫາອາຊະຍາກຳທາງການເງິນໂດຍ ໃຊ້ປັນຍາປະດິດ ແລະ ການຮຽນຮູ້ຂອງເຄື່ອງຈັກ (AI/ML).
ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ໃຫ້​ຮູ້​ວ່າ, ໄຕ​ມາດ​ທຳ​ອິດ​ປີ​ນີ້ ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ໄດ້​ປ່ອຍ​ເງິນ​ກູ້​ພິເສດ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ 28.54 ຕື້​ຢວນ ຊຶ່ງໄດ້​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍຫຼາຍກວ່າ 6,500 ແຫ່ງ, ອັດ​ຕາ​ດອກເບ້ຍສະ​ເລ່ຍຖ່ວງນ້ຳໜັກ​ແມ່ນຕ່ຳ​ກວ່າ​ອັດ​ຕາດອກເບ້ຍສະເລ່ຍຖ່ວງນ້ຳໜັກ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍ​ໃນ​ໄລ​ຍະ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ເງິນ​ທຶນ.
ADB ຈະ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ​ ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​​ອາ​ຊີ ​- ປາ​ຊີ​ຟິກ

ADB ຈະ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ​ ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​​ອາ​ຊີ ​- ປາ​ຊີ​ຟິກ

ຂ່າວຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທະ​ນາ​ຄານ​ພັດ​ທະ​ນາອ​າ​ຊີ ຫຼື ADB ເປີດ​ເຜີຍ​ວ່າ: ເມື່ອ​ຮອດ​ປີ 2035, ADB ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ ຄື: “ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟ​ຟ້າ​ທົ່ວ​ອາ​ຊີ” ແລະ “ທາງ​ດ່ວນ​ດີ​ຈີ​ຕອນ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ”.
IMF ເຕືອນ ເສດຖະກິດໂລກຈະປະເຊີນກັບຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ

IMF ເຕືອນ ເສດຖະກິດໂລກຈະປະເຊີນກັບຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ເຕືອນວ່າ, ເສດຖະກິດໂລກອາດຈະປະເຊີນກັບ “ຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ” ຖ້າຫາກສົງຄາມໃນຕາເວັນອອກກາງຍັງສືບຕໍ່ຈົນຮອດປີ 2027, ໂດຍລາຄານ້ຳມັນຈະເພີ່ມຂຶ້ນປະມານ 125 ໂດລາຕໍ່ບາເຣວ ແລະ ອັດຕາເງິນເຟີ້ຈະເພີ່ມຂຶ້ນຈົນເກີນເປົ້າໝາຍຢ່າງຫຼີກລ່ຽງບໍ່ໄດ້.
Moody’s ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ “​ຕັ້ງ​ໜ້າ”

Moody’s ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ “​ຕັ້ງ​ໜ້າ”

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພຶດ​ສະ​ພາ ຜ່ານມາ, ອົງ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ສາ​ກົນ (Moody’s), ໄດ້​ຍົກ​ລະ​ດັບ​ ຫວຽດ​ນາມ ຈາກ​ລະ​ດັບ “ປົກ​ກະ​ຕິ” ຂຶ້ນເປັນ “ຕັ້ງ​ໜ້າ”, ຢັ້ງ​ຢືນ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ Ba2. Moody’s ຕີ​ລາ​ຄາ​ຄຸນ​ນະ​ພາບ​ລະ​ບອບ​ລະ​ບຽບ​ການ ແລະ ການ​ຄຸ້ມ​ຄອງ​ຂອງ ຫວຽດ​ນາມ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຈະ​ແຈ້ງ​ຜ່ານ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ກົດ​ໝາຍ ແລະ ພາກ​ລັດ ທີ່ເລີ່ມປະ​ຕິ​ບັດ​ແຕ່​ທ້າຍ​ປີ 2024.
OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນ 3 ພຶດສະພາ ຜ່ານມາ ເພື່ອເພີ່ມການຜະລິດນໍ້າມັນດິບຂຶ້ນ 188,000 ບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງເປັນເດືອນທີສາມຕິດຕໍ່ກັນຂອງການເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກນໍ້າມັນຕົວຈິງຍັງປະເຊີນກັບຂໍ້ຈຳກັດຈາກຄວາມສ່ຽງໃນເສັ້ນທາງຊ່ອງແຄບຮໍມຸສ.
ເພີ່ມເຕີມ