ຂໍ້ລິເລີ່ມການພັດທະນາທົ່ວໂລກ​ ​ເພີ່ມ​ພະລັງ​ແຮງ​ຂອງ​ຈີນ​ເຂົ້າສູ່​ການ​ພັດທະນາ​ຂອງ​ໂລກ

ຂໍ້ລິເລີ່ມການພັດທະນາທົ່ວໂລກ​ ​ເພີ່ມ​ພະລັງ​ແຮງ​ຂອງ​ຈີນ​ເຂົ້າສູ່​ການ​ພັດທະນາ​ຂອງ​ໂລກ
ວັນ​ທີ 21 ກັນຍາ​ ປີ 2021, ທ່ານ ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ພັດທະນາ​ທົ່ວໂລກ ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກຢ່າງກວ້າງຂວາງ. ໃນ​ສອງ​ປີ​​ຜ່ານ​ມາ, ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ທົ່ວ​ໂລກ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມມີຊີວິດຊີວາທີ່ແຂງແຮງ ​ແລະ​ ແຮງດຶງດູດທີ່ເຂັ້ມແຂງ, ໄດ້ເພີ່ມພະລັງ​ແຮງ​ຂອງ​ຈີນເຂົ້າໃນການ​ພັດ​ທະ​ນາ​ຂອງ​ໂລກ.
​ໃນຖານະທີ່ເປັນ​ໂຄງການ​ທຳ​ອິດ​ຂອງ​ຂໍ້​ລິ​ເລີ່​ມພັດທະນາ​ທົ່ວໂລກ​ທີ່​ໄດ້​ຮັບ​ການ​ປະຕິບັດ​ຢູ່​ ສປປ ລາວ, ​ໃນ​ເດືອນ​ພະຈິກ 2022, ຈີນ​ໄດ້​ຊ່ວຍ​ເຫຼືອອົງການອາຫານໂລກ(FAO) ແລະ ໂຄງການ​ອາຫານ​ທ່ຽງໂຮງຮຽນ​ໃຫ້​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ລາວ ດ້ວຍ​ເຂົ້າສານ 930 ​ໂຕນ ​ແລະ ປາກະປ໋ອງ 120 ​ໂຕນ, ເພື່ອສະໜອງອາຫານໃຫ້ແກ່ນັກຮຽນຫຼາຍກວ່າ 130.000 ຄົນ ຂອງໂຮງຮຽນປະຖົມ 1.400 ກວ່າແຫ່ງໃນ 8 ແຂວງຂອງລາວ, ເພື່ອສະໜັບສະໜູນການພັດທະນາການສຶກສາຂັ້ນພື້ນຖານ ແລະ ໂພຊະນາການເດັກໃນລາວ.
ໂຮງຮຽນປະຖົມສົມບູນນາຫອຍ ຕັ້ງຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງ 50 ກວ່າກິໂລແມັດ, ເປັນໂຮງຮຽນໜຶ່ງທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້. ນາງ ຊົມພູ ນັກຮຽນຊັ້ນປະຖົມ ປ.4 ບອກວ່າ: ກ່ອນບໍ່ທັນມີໂຄງການອາຫານທ່ຽງ, ລາວມັກຫິວເຂົ້າໃນເວລາຮຽນຕອນບ່າຍ ແລະ ບາງເທື່ອ ພໍ່ແມ່ຂອງລາວຈະມາໂຮງຮຽນເພື່ອຮັບໄປກິນເຂົ້າຕອນທ່ຽງ. ແຕ່ຫຼັງຈາກໂຄງການອາຫານໃນໂຮງຮຽນໄດ້ຖືກສ້າງຕັ້ງຂຶ້ນ, ລາວໄດ້ກິນເຂົ້າທ່ຽງກັບເພື່ອນຮ່ວມຫ້ອງຮຽນໃນແຕ່ລະມື້, ບາງຄັ້ງເປັນເຂົ້າປຽກເຂົ້າ, ບາງຄັ້ງເປັນປາກະປ໋ອງ, ບາງຄັ້ງແມ່ນຂົ້ວໝາກຫຸ່ງ, ເວລາຮຽນໃນຕອນບ່າຍ ລາວກໍ່ຮູ້ສຶກມີແຮງຫຼາຍຂຶ້ນ.
ບົນ​ເສັ້ນ​ທາງ​ການພັດ​ທະ​ນາ, ປະ​ເທດ​ໃດກໍບໍ່​ໃຫ້ຕົກຫຼົ່ນ ແລະ ຄົນໃດກໍບໍ່​ໃຫ້​ປະ​ຖິ້ມ, ນີ້​ແມ່ນ​ຈຸດປະສົງເບື້ອງຕົ້ນ​ຂອງ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ.
ເມື່ອບໍ່​ດົນ​ມາ​ນີ້, ຈີນ​ໄດ້​ປະກາດ​ຈະ​ເປີດ​ກອງ​ທຶນ​ພິ​ເສດ 10 ຕື້​ໂດ​ລາ​​ ເພື່ອ​ປະຕິບັດ​ຂໍ້​ລິ ​ເລີ່​ມການພັດທະນາ​ທົ່ວໂລກ. ທຶນ​ເຫຼົ່າ​ນີ້​ຈະ​ສຸມ​ໃສ່ 8 ຂົງ​ເຂດ​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຂໍ້​ລິ​ເລີ່ມ​ການ​ພັດທະນາ​ທົ່ວໂລກ​ເຊັ່ນ: ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະການ​ພັດທະນາ​ສີຂຽວ, ສະໜັບສະໜູນ​ການ​ຊຸກຍູ້​ການ​ປະຕິບັດ​ໂຄງການຕ່າງໆທີ່ວາງໄວ້, ເພີ່ມພະລັງແຮງໃໝ່ ແລະ ຊີວິດຊີວາໃໝ່ໃຫ້ແກ່ວຽກງານ​​ການ​ພັດທະນາ​ທົ່ວ​ໂລກ.
ມາ​ຮອດ​ປັດຈຸ​ບັນ, ມີ 70 ກວ່າ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ "ກຸ່ມ​ເພື່ອນ​ມິດ​ແຫ່ງ​ຂໍ້​ລິ​ເລີ່​ມການພັດທະນາ​ທົ່ວ​ໂລກ". ມີ 41 ປະ​ເທດ, ​ເຂດ​ແຄ້ວນ ​ແລະ ​ອົງການ​ຈັດ​ຕັ້ງ​ສາກົນ​ ໄດ້​ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ "​ເຄືອ​ຂ່າຍ​ສູນ​ສົ່ງ​ເສີມ​ການ​ພັດທະນາ​ທົ່ວ​ໂລກ" ​ແລະ ​ເກືອບ 30 ປະ​ເທດ ​ແລະ ​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ຈີນ, ຊຸກຍູ້​ຂໍ້ລິເລີ່ມ​ເຊື່ອມ​ໂຍງ​ເຊື່ອມຈອດຢ່າງ​ເລິກ​ເຊິ່ງກັບ​ຍຸດ​ທະ​ສາດ​ການພັດທະນາ​ທີ່​ສຳຄັນ​ຂອງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​ທີ່​ກ່ຽວຂ້ອງ. ເກືອບ 200 ໂຄງການຮ່ວມມືກັນໃນພາກປະຕິບັດຕົວຈິງຖືກຈັດເຂົ້າເປັນໂຄງການຂໍ້ລິເລີ່ມການພັດທະນາທົ່ວໂລກ ຊຶ່ງໄດ້ກວມເອົາ 60 ກວ່າປະເທດທີ່ກຳລັງພັດທະນາ.
ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ທົ່ວໂລກ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການບັນທຶກເຂົ້າ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ອາ​ຊີ​ກາງ, ອາ​ຟ​ຣິ​ກາ, ອາ​ເມ​ຣິກາ​ລາ​ຕິນ ແລະ ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ ຊຶ່ງໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມມີຊີວິດຊີວາທີ່ແຂງແຮງ ​ແລະ​ ແຮງດຶງດູດທີ່ເຂັ້ມແຂງ.
ຂ່າວ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ເພີ່ມເຕີມ