ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນໃນກອງປະຊຸມວ່າ, “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດ ຄື: ໜຶ່ງ, ອາຊຽນ ຕ້ອງປັບປຸງຍຸດທະສາດຄວາມສາມັກຄີ ແລະ ເປັນເອກະພາບ, ຍົກສູງກຳລັງແຮງສັງລວມ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ແຜນການກະທຳຂອງ ສະມາຄົມຢ່າງຄົບຊຸດ, ມີປະສິດທິຜົນ. ສອງ, ອາຊຽນ ຕ້ອງເສີມຂະຫຍາຍພະລັງຊີວິດທີ່ຂະຫຍັນຂັບເຄື່ອນ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການເຊື່ອມຕໍ່ພາຍໃນກຸ່ມບົນພື້ນຖານເປັນເຈົ້າການພັດທະນາ ປະຕິບັດບັນດາແຜນການຮ່ວມມືຢ່າງຮີບດ່ວນ ສົມທົບກັບການສຳຫຼວດກວດຄືນ, ປັບປຸງຢ່າງເປັນປະຈຳເພື່ອຮັບປະກັນບັນດາກົນໄກເຄື່ອນໄຫວຢ່າງລຸລ່ວງ, ຍົກສູງອັດຕາສ່ວນການຄ້າ, ການລົງທຶນພາຍໃນກຸ່ມໄປຄຽງຄູ່ກັບການເປີດກວ້າງບັນດາຂອບເຂດການຮ່ວມມືໃນພາກພື້ນ, ລະຫວ່າງພາກພື້ນ. ສາມ, ອາຊຽນຕ້ອງມານະພະຍາຍາມສ້າງກຳລັງແຮງທາງດ້ານນະວັດຕະກຳ, ຜ່ານການປະຕິບັດສຳເລັດກອບຮ່ວມມືໃໝ່ໂດຍດ່ວນຄື: ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ ອາຊຽນ ແລະ ແຜນການສັງລວມດີຈີຕອນ ອາຊຽນ.
ຄໍາເຫັນ