ຄອສພ ກຳນົດເອົາວຽກໂຄສະນາອົບຮົມຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ຄອສພ ກຳນົດເອົາວຽກໂຄສະນາອົບຮົມຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ

ຄອສພ ກຳນົດເອົາວຽກໂຄສະນາອົບຮົມຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ
ໂດຍ: ສຳນານ ພົມພັກດີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ),ກຳນົດເອົາວຽກໂຄສະນາອົບຮົມຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດຢ່າງເລິກເຊິ່ງ,

 

ທົ່ວເຖິງທຸກເປົ້າໝາຍເພື່ອສ້າງຄວາມຮັບຮູ້ເຂົ້າໃຈ,ມີຄວາມເຊື່ອໝັ້ນ,ສະໜັບສະໜູນເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຢ່າງຕັ້ງໜ້າຕໍ່ແນວທາງ, ແຜນນະໂຍບາຍ ແລະ ການນໍາພາຂອງພັກ.

ທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຄະນະໂຄສະນາອົບຮົມສູນກາງພັກໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ທີ່ຜ່ານມາວ່າ:ວຽກງານຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເນື້ອແທ້ຂອງມັນ ກໍແມ່ນການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ເປັນການຍົກສູງຄວາມຮັບຜິດຊອບຂອງພະນັກງານຢູ່ໃນແຕ່ລະຂັ້ນໃຫ້ສູງຂຶ້ນ; ສົ່ງເສີມຫົວຄິດປະດິດສ້າງ ແລະ ເປັນວຽກງານນະໂຍບາຍຕໍ່ພະນັກງານທີ່ມີຜົນງານດີເດັ່ນ ແລະ ບັນດາກົມກອງ, ນິຕິບຸກຄົນ ທີ່ໄດ້ປະກອບສ່ວນທາງດ້ານສະຕິປັນຍາ, ວັດຖຸ ແລະ ດ້ານອື່ນໆ ເຂົ້າໃນການສ້າງສາພັດທະນາປະເທດ.

ສໍາລັບຄະນະໂຄສະນາອົບຮົມສູນກາງພັກໃນໄລຍະ 5 ປີ (2021-2025) ແມ່ນໄດ້ກໍານົດວຽກງານດັ່ງກ່າວຢູ່ໃນແຜນພັດທະນາວຽກງານໂຄສະນາອົບຮົມໂດຍໄດ້ວາງຄາດໝາຍ ແລະ ແຜນວຽກຈຸດສຸມ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາໂດຍໄດ້ໂຄສະນາສຶກສາອົບຮົມການເມືອງ-ແນວຄິດຢ່າງເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍເພື່ອສ້າງຄວາມຮັບຮູ້ເຂົ້າໃຈ,ມີຄວາມເຊື່ອໝັ້ນ, ສະໜັບສະໜູນເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຢ່າງຕັ້ງໜ້າຕໍ່ແນວທາງ, ແຜນນະໂຍບາຍ ແລະ ການນໍາພາຂອງພັກ ເຮັດໃຫ້ວຽກງານໂຄສະນາອົບຮົມມີຄຸນນະພາບ, ມີຊີວິດຊີວາ, ຕິດພັນກັບໜ້າທີ່ວຽກງານຕົວຈິງ ໃນແຕ່ລະໄລຍະຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ເຮັດໃຫ້ວຽກງານໂຄສະນາສຶກສາອົບຮົມມີຄວາມແຫຼມຄົມວ່ອງໄວ ທັນການໃນການອະທິບາຍຕອບແກ້ບັນຫາຕ່າງໆທີ່ສັງຄົມສົນໃຈ; ເປັນເຈົ້າການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາໃສ່ຮ້າຍປ້າຍສີຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ, ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂການເສື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ,ຄົ້ນຄວ້າສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໜ້າທີ່ຈຸດສຸມ ແຕ່ລະໄລຍະແລະ ແທດເໝາະກັບແຕ່ລະເປົ້າໝາຍ,ປັບປຸງກົງຈັກການຈັດຕັ້ງ, ບຸກຄະນະລາກອນ, ພື້ນຖານໂຄງລ່າງ ແລະ ນິຕິກໍາ, ກົນໄກປະສານງານຂອງຄະນະໂຄສະນາອົບຮົມທຸກຂັ້ນແຕ່ສູນກາງລົງຮອກທ້ອງຖິ່ນໃຫ້ໂລ່ງລ່ຽນ ແລະ ໜັກແໜ້ນເຂັ້ມແຂງ,ໃນນັ້ນໄດ້ນໍາເອົາບັນດາຄາດໝາຍດັ່ງກ່າວເຂົ້າໃນແຜນການສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນແຕ່ລະປີ, ແຕ່ລະປີພວກເຮົາໄດ້ສ້າງແຜນການ ແລະ ເປີດຂະບວນການແຂ່ງຂັນ ພ້ອມທັງກວດກາຕີລາຄາໃນການຈັດຕັ້ງປະຕິບັດເປັນແຕ່ລະປີ.

ທ່ານກ່າວຕື່ມວ່າ: ສຳລັບປີ 2024 ຜ່ານມາ,ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການໂຄສະນາເຜີຍແຜ່ນິຕິກໍາຂອງພັກ, ຂອງລັດ, ຕິດພັນກັບແຜນວຽກຈຸດສຸມ ແລະ ເນື້ອໃນຂໍ້ແຂ່ງຂັນຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໄດ້ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີIX ຂອງລັດ, ບັນດາມະຕິຂອງສູນກາງພັກໃນຂົງເຂດວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານ-ລັດຖະກອນທົ່ວຄະນະໂຄສະນາອົບຮົມສູນກາງພັກ,ສ້າງແລະປັບປຸງເອກະສານໂຄສະນາສຶກສາອົບຮົມແລະຈັດຕັ້ງຝຶກອົບຮົມໃຫ້ເປົ້າໝາຍຕ່າງໆເຊັ່ນ:ເອກະສານໂຄສະນາ-ປາຖະກະຖາ, ເອກະສານສຶກສາອົບຮົມຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ນະໂຍບາຍຂອງລັດສຳລັບເປົ້າໝາຍຕ່າງໆ, ສ້າງເອກະສານດຳເນີນຊີວິດການເມືອງ,ສ້າງແລະປັບປຸງເອກະສານຝຶກອົບຮົມວຽກງານໂຄສະນາອົບຮົມໃຫ້ແຕ່ລະເປົ້າໝາຍໂດຍສະເພາະແມ່ນພະນັກງານທີ່ເຮັດວຽກງານໂຄສະນາອົບຮົມໃນຂອບເຂດທົ່ວປະເທດ,ຈັດຕັ້ງຝຶກອົບຮົມໃຫ້ພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນຢູ່ບັນດາກະຊວງ-ອົງການແລະທ້ອງຖິ່ນ,ຕິດຕາມເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ, ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມ,ຕິດຕາມ, ເກັບກຳສະພາບແນວຄິດ, ຫາງສຽງສັງຄົມ, ສ້າງເອກະສານນຳພາແນວຄິດຕໍ່ບັນດາຫາງສຽງສັງຄົມທີ່ພົ້ນເດັ່ນໃນແຕ່ລະໄລຍະ,ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມແຕ່ລະໄລຍະ,ປັບປຸງຍົກສູງຄຸນນະພາບຂອງວາລະສານອະລຸນໃໝ່ແລະວາລະສານໂຄສະນາ.ປັບປຸງແລະພັດທະນາວາລະສານອະລຸນໃໝ່,ວາລະສານໂຄສະນາໃຫ້ມີເນື້ອໃນອຸດົມສົມບູນກາຍເປັນເຄື່ອງມືໃນການເຄື່ອນໄຫວວຽກງານໂຄສະນາອົບຮົມທີ່ມີປະສິດທິພາບຂອງຄະນະໂຄສະນາອົບຮົມສູນກາງພັກແທດເໝາະກັບສະພາບການແຕ່ລະໄລຍະ,ນຳໃຊ້ສື່ແລະກຳລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມພ້ອມທັງກໍ່ສ້າງພະນັກງານໂຄສະນາອົບຮົມ,ໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີXIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີIXຂອງລັດ ໂດຍຜ່ານສື່ຕ່າງໆເຊັ່ນ: ວິທະຍຸກະຈາຍສຽງ, ໂທລະພາບ, ໂທລະໂຄ່ງແລະອື່ນໆ,ປັບປຸງໜັງສືພິມປະຊາຊົນໃຫ້ມີເນື້ອໃນອຸດົມສົມບູນ, ຕອບສະໜອງທັນກັບສະພາບການ,ສ້າງເພື່ອນຮ່ວມງານຢູ່ແຕ່ລະຂະແໜງການແລະຢູ່ທ້ອງຖິ່ນໃນທົ່ວປະເທດ,ພັດທະນາຫ້ອງປະມວນຂ່າວສານໃຫ້ມີຄວາມທັນສະໄໝເພື່ອສະດວກໃນການສຶກສາຄົ້ນຄວ້າແລະສະໜອງຂໍ້ມູນຂ່າວສານ,ປັບປຸງເວັບໄຊຂອງຄະນະໂຄສະນາອົບຮົມສູນກາງພັກແລະເວັບໄຊຂອງໜັງສືພິມປະຊາຊົນ, ວາລະສານໃຫ້ມີຄຸນນະພາບ, ມີຫຼາຍສີສັນ, ມີຄວາມທັນສະໄໝ, ທັນເຫດການແລະສະດວກສະບາຍໃນການຕິດຕາມຂ່າວສານຕ່າງໆ,ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດແລະບຸກຄະລາກອນທີ່ເຮັດວຽກງານໂຄສະນາອົບຮົມທັງຢູ່ສູນກາງແລະທ້ອງຖິ່ນ; ສ້າງພື້ນຖານໂຄງລ່າງແລະກົນໄກປະສານງານຂອງຄະນະໂຄສະນາອົບຮົມສູນກາງພັກ,ປະຕິບັດກົນໄກປະສານງານກ່ຽວກັບການດຳເນີນວຽກງານໂຄສະນາອົບຮົມໃຫ້ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກແລະສະພາບຄວາມເປັນຈິງຂອງວຽກງານ,ກໍ່ສ້າງແລະປັບປຸງພື້ນຖານໂຄງລ່າງ,ວັດຖຸອຸປະກອນແລະສະໜອງງົບປະມານໃຫ້ສາມາດເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນການວາງໄວ້,ເພີ່ມທະວີການພົວພັນຮ່ວມມືກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດຂອງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນແລະສາກົນ,ເພີ່ມທະວີການພົວພັນຮ່ວມມືກັບຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ພັກກອມມູນິດຈີນແລະປະເທດອື່ນເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ, ວັດຖຸອຸປະກອນແລະດ້ານອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ